ເຊີນຊົມ ວີດີໂອ ການຄົ້ນພົບ ດາວນົບພະເຄາະ ທັງ 7 ນີ້ ສ້າງຄວາມກະຕືລືລົ້ນ ໃຫ້ແກ່ບັນດານັກດາຣາສາດ
ພຽງປະມານ 40 ປີແສງ ຫ່າງຈາກນີ້ໄປ ຈະມີດາວນ້ອຍໆດວງນຶ່ງ ຂະໜາດເທົ່າກັບດາວພະຫັດ ຫຼື Jupiter - ທີ່ເອີ້ນວ່າ Trappist – 1 ແລະ ໃນວັນພຸດສັບປະດາແລ້ວນີ້ ພວກດາຣາສາດນາໆຊາດຄະນະນຶ່ງຈຶ່ງໄດ້ປະກາດວ່າ ຕົນໄດ້ຄົ້ນພົບດາວນົບພະເຄາະແບບໂລກເຮົາ 7 ໜ່ວຍ ທີ່ໂຄຈອນອ້ອມຮອບດາວນ້ອຍໆດວງນີ້ຢູ່. ຂ່າວຂອງຄວາມສາມາດເປັນໄປໄດ້ ທີ່ວ່າ ອາດຈະ ມີສິ່ງທີ່ມີຊີວິດອາໄສຢູ່ດາວນົບພະເຄາະດັ່ງກ່າວ ອ້ອມດາວນ້ອຍໜ່ວຍນັ້ນ ໄດ້ພາໃຫ້ປະຊາຄົມນັກວິທະຍາສາດຕື່ນເຕັ້ນເປັນທີ່ສຸດ ແລະເພີ່ມພະລັງໃຫ້ພວກເພິ່ນ ທຳການຄົ້ນຫາ ດາວດວງອື່ນອີກຕື່ມ ທັງໄດ້ກະຕຸກຊຸກຍູ້ ໃຫ້ມີການຊອກຄົ້ນຫາສິ່ງທີ່ມີຊີວິດຕື່ມ ນອກເໜືອໄປຈາກ ຢູ່ໃນໂລກມະນຸດເຮົາດັ່ງນັກຂ່າວ VOA Kevin Enochs ມີລາຍງານ ຊຶ່ງພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ ເປັນພາສາລາວ.
ຕອນຕ່າງໆຂອງເລື້ອງ
-
ມີນາ ໓໑, ໒໐໒໓
ເຮືອບິນເຮລີຄອບເຕີ້ ຂອງກອງທັບສະຫະລັດ ຕຳກັນ ທີ່ລັດເຄນຕັກກີ
-
ມີນາ ໓໑, ໒໐໒໓
ໄຟໄໝ້ເຮືອຂ້າມ ຢູ່ປະເທດຟີລິບປິນ
-
ມີນາ ໓໐, ໒໐໒໓
ຣັດເຊຍ ຍິງລູກສອນໄຟໄວກວ່າສຽງ ໃສ່ທະເລຍີ່ປຸ່ນ
-
ມີນາ ໓໐, ໒໐໒໓
ເລບານອນ ຕ່າວປີ້ນການຕັດສິນໃຈ ກ່ຽວກັບການປ່ຽນໂມງ
-
ມີນາ ໒໙, ໒໐໒໓
ການໂຈມຕີດ້ວຍລະເບີດສະຫຼະຊີບ ຢູ່ອັຟການິສຖານ