ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກົດໝາຍໃໝ່ຟິລິບປິນ ຫ້າມການລັກພາໂຕ ໂດຍລັດຖະບານ


ນາງ Concepcion Empeno ແມ່ຂອງນັກຮຽນເຄື່ອນໄຫວ ຄົນນຶ່ງ ທີ່ຫາຍສາບສູນ ຢຶນກ່າວຢູ່ຕໍ່ໜ້າຮູບຂອງ ປະທານາທິບໍດີ Benigno Aquino.
ນາງ Concepcion Empeno ແມ່ຂອງນັກຮຽນເຄື່ອນໄຫວ ຄົນນຶ່ງ ທີ່ຫາຍສາບສູນ ຢຶນກ່າວຢູ່ຕໍ່ໜ້າຮູບຂອງ ປະທານາທິບໍດີ Benigno Aquino.
ບັດ​ນີ້ ຟິລິບ​ປີນ ມີ​ກົດໝາຍຫ້າມ​ການ​ລັກພາ​ໂຕ​ໂດຍ​ກໍາລັງ​
ລັດຖະບານ ອັນ​ເປັນການປະຕິບັດ​ທີ່ເອີ້ນກັນ​ວ່າ ການບັງ​ຄັບ
​ໃຫ້ຫາຍ​ສາບ​ສູນນັ້ນ.

ພາຍ​ໃຕ້​ກົດໝາຍ​ໃໝ່ນີ້ ຜູ້​ໃດ​ຫາກ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ
​ໃນ​ການ ບັງຄັບໃຫ້​ຫາຍສາບ​ສູນ ​ແມ່ນມີ​ສິດ​ຖືກ​ລົງ​ໂທດ​ຕິດ​
ຄຸກ​ຕະຫລອດ​ຊີວິດ ​ໂດຍ​ບໍ່​ມີ​ການປ່ອຍ​ອອກ​ມາ​ກ່ອນ​ກໍາໜົດ.
ກົດໝາຍ​ດັ່ງກ່າວຍັງ​ຫ້າມ ​ການ​ໃຊ້ສະຖານ​ທີ່​ຄຸມ​ຂັງ​ລັບ ​ແລະ​
ຫ້າມ​ກອງທັບ​ນໍາ​ໃຊ້​ລາຍ​ຊື່ຜູ້​ຕ້ອງ​ສົງໄສ​ວ່າເປັນພວກ​ກະບົດ​
ຄອມ​ມິ​ວນິສນັ້ນ ​ເປັນຂໍ້ອ້າງ​ສໍາລັບກັກ​ຂັງ​ຄົນ​ໂດຍ​ບໍ່​ມີ​ກໍາໜົດ.

ກົດໝາຍດັ່ງກ່າວ ທີ່ປະທານາທິບໍດີ Benigo Aquino ໄດ້​ເຊັນ
​ຮັບຮອງ​ເອົາ​ໃນອາທິດ​ແລ້ວ​ນີ້​ ​ແມ່ນ​ເປັນ​ກົດໝາຍ​ທໍານອງ​ນີ້​
ສະບັບ​ທໍາ​ອິດ​ ຢູ່ໃນເອ​ເຊຍ. ​ເຈົ້າ​ໜ້າ​ທີ່​ອົງການສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ທ່ານ Carlos Conde ກ່າວ​ຕໍ່ວີ​ໂອ​ເອ ວ່າ ກົດ​ໝາຍ​ໃໝ່​ອາດ​ຈະ​ນໍາ​ໄປ​ສູ່​ການ
​ສີ້​ນສຸດຂອງ​ພາກ​ປະຕິບັດດັ່ງກ່າວ​ໃນ​ທົ່ວ​ຂົງ​ເຂດ ກໍ​ໄດ້. ທ່ານ Conde ກ່າວ​ວ່າ:

“ໂຕ​ຢ່າງ ຖ້າ​ຫາກ​ທ່ານ​ເບິ່ງ​ກໍລະນີ ການ​ລັກພາ​ໂຕ​ນັກ​ເຄື່ອນ​ໄຫວ​ດ້ານສັງຄົມ​ຢູ່​ໃນປະ​ເທດລາວເມື່ອ​ໄວໆ​ມາ​ນີ້ ​ແນ່ນອນ ມັນ​ກໍເປັນເລື້ອງ​ທີ່​ໜ້າວິຕົກ ຢູ່ໃນ​ບັນດາ​ປະ​ເທດ​ອື່ນໆ​ເຊ່ນ​ກັນ ​ເຊ່​ນ ບັງ​ກລາ​ແດັສ ​ແລະ​ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍໃຕ້ທັງ​ຫລາຍ. ມັນເປັນ​ເລື້ອງ​ທີ່​ກໍາລັງເກີດ​ຂື້ນ ທີ່​ໜ້າ​ວິຕົກ​ທີ່​ສຸດ. ຢູ່​ໃນຟິລິບ​ປີນ​ເອງ ມັນກໍ​ຍັງ​ເກີດ​ຂື້ນ ແມ່ນ​ແຕ່
ໃນ​ຂະນະ​ທີ່​ພວກ​ເຮົາ​ເວົ້າ​ກັນ​ຢູ່ນີ້ ​ແລະ​ພວກ​ເຮົາ​ຄິດ​ວ່າ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ກໍເພາະ
ວ່າ ຜ່ານ​ມາ ລັດຖະບານ​ແມ່ນ​ປະຕິບັດ​ງານ​ຢ່າງ​ບໍ່​ມີ​ປະສິດຜົນ ​ໃນ​ການນໍາ​ໃຊ້ກົດໝາຍ
ສະບັບ​ປັດຈຸ​ບັນ​ເພື່ອ​ຕິດຕາ​ມ​ເອົາ​ໂທດກັບ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ເວລາ​ຫລາຍໆ​ທົດ​ສະ​ວັດ ພາຍ​ໃຕ້​ການ​ປົກຄອງ​ຂອງ​ທ່ານ Marcos.”

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ ກ່າວ​ວ່າ ບັນດາ​ນັກ​ເຄື່ອນ​ໄຫວ​ການ​ເມືອງ ຟິລິບ​ປີນ ຫລາຍ​ພັນ​ຄົນ ​ໄດ້​ຫາ​ຍສາບ​ສູນ​ໄປ ​ນັບ​ຕັ້ງ​ແຕ່​ປີ 1972 ​ໂດຍ​ເລີ້ມ​ຕົ້ນ​ພາຍ​ໃຕ້​ການ​ປົກຄອງແບບ
​ຜະ​ເດັດ​ການຂອງ ປະທານາທິບໍດີ Ferdinand Marcos.

ກ່ຽວຂ້ອງກັນ

XS
SM
MD
LG