ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດຂອງໂຄວິດ-19 ຮອບໃໝ່ ເຮັດໃຫ້ລັດວິກຕໍເຣຍ ຂອງອອສເຕຣເລຍ ລັອກດາວເປັນເທື່ອທີສີ່


ນາຍໝໍຄົນນຶ່ງກຳລັງກຽມສັກຢາຟາຍເຊີ (Pfizer) ປ້ອງກັນໂຄວິດ-19 ຢູ່ສູນກາງນະຄອນຊິດນີ ປະເທດອອສເຕຣເລຍ ວັນຈັນ ວັນທີ 10 ພຶດສະພາ 2021.
ນາຍໝໍຄົນນຶ່ງກຳລັງກຽມສັກຢາຟາຍເຊີ (Pfizer) ປ້ອງກັນໂຄວິດ-19 ຢູ່ສູນກາງນະຄອນຊິດນີ ປະເທດອອສເຕຣເລຍ ວັນຈັນ ວັນທີ 10 ພຶດສະພາ 2021.

ລັດວິກຕໍເຣຍ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດອອສເຕຣເລຍ ຈະເລີ້ມປິດຫລື ລັອກດາວ
“ຢ່າງສິ້ນເຊີງ” ເປັນເວລານຶ່ງອາທິດ ເລີ້ມແຕ່ວັນພະຫັດເປັນຕົ້ນໄປ ໃນຂະນະທີ່ລັດດັ່ງ
ກ່າວ ປະເຊີນໜ້າກັບກໍລະນີໃໝ່ ແລະການລະບາດເພີ້ມຂຶ້ນຂອງໂຄວິດ-19.

ການອອກຄຳສັ່ງລັອກດາວ ມີຂຶ້ນຫຼັງຈາກບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ປະກາດ
ກ່ຽວກັບ 12 ກໍລະນີໃໝ່ ທີ່ໄດ້ຮັບການຢືນຢັນ ໃນນະຄອນແມລເບີນ ຊຶ່ງເຮັດໃຫ້ມີຜູ້ຕິດ
ເຊື້ອທັງໝົດ ຢູ່ໃນເມືອງເອກ ຂອງລັດດັ່ງກ່າວ ເພີ້ມຂຶ້ນເປັນ 26 ຄົນແລ້ວ.

ຮັກສາການຜູ້ປົກຄອງລັດ ທ່ານເຈມສ໌ ເມີລີໂນ ກ່າວຕໍ່ບັນດານັກຂ່າວ ໃນນະ ຄອນແມລ
ເບີນວ່າ ການລະບາດຮອບໃໝ່ ແມ່ນເປັນຜົນມາຈາກ “ເຊື້ອໄວຣັສສາຍພັນໃໝ່ທີ່ມີການ
ຕິດແປດສູງ ຊຶ່ງເປັນສາຍພັນທີ່ສ້າງຄວາມເປັນຫ່ວງ ທີ່ມີ ການລະບາດໄວຂຶ້ນກວ່າທີ່ພວກ
ເຮົາເຄີຍບັນທຶກມາ.” ກໍລະນີໃໝ່ເຫຼົ່ານີ້ແມ່ນມີ ການເຊື່ອມໂຍງ ກັບຄົນເດີນທາງຈາກຕ່າງ
ປະເທດ ຜູ້ທີ່ຖືກພົບເຫັນວ່າໄດ້ຕິດ ເຊື້ອ ສາຍພັນໃໝ່ຂອງອິນເດຍ ຫຼັງຈາກໄດ້ຖືກກັກໂຕ
ໄວ້ ຢູ່ໃນໂຮງແຮມ.

ໃນລະຫວ່າງການລັອກດາວນີ້ ປະຊາຊົນຈະໄດ້ຮັບອະນຸຍາດ ໃຫ້ອອກຈາກ ເຮືອນເຂົາ
ເຈົ້າໄດ້ ກໍຕໍ່ເມື່ອມີວຽກທີ່ສຳຄັນເຊັ່ນວ່າໄປໂຮງຮຽນ ຊື້ເຄື່ອງ ປິ່ນ ປົວບົວລະບັດ ອອກ
ກຳລັງກາຍ ແລະມີເຫດຜົນໄປຫາແພດໝໍ ຮວມທັງການນັດໝາຍໄປສັກຢາວັກຊີນປ້ອງ
ກັນໄວຣັສໂຄໂຣນາ.

ການປິດຫຼືລັອກດາວຄັ້ງໃໝ່ນີ້ ແມ່ນເທື່ອທີສີ່ຂອງລັດວິກຕໍເຣຍ ນັບແຕ່ເລີ້ມມີ ການແຜ່
ລະບາດ. ໄລຍະທີ່ຮ້າຍແຮງສຸດໄດ້ເກີດຂຶ້ນໃນກາງປີ 2020 ແລະໄດ້ ໃຊ້ເວລາສາມເດືອນ
ກວ່າ ໃນຂະນະທີ່ລັດວິກຕໍເຣຍ ໄດ້ຕົກຢູ່ໃນຄື້ນຟອງຫົວທີ ສອງຂອງພະຍາດໂຄວິດ-19
ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່່າ 800 ຄົນ.

ທ່ານເມີລີໂນ ໄດ້ວາງມາດຕະການຈຳກັດຮັດແຄບໃໝ່ຈຳນວນນຶ່ງ ສຳລັບລັດ ທີີ່ມີປະຊາ
ຊົນພົນລະເມືອງ ອາໄສຢູ່ຢ່າງໜາແໜ້ນຫຼາຍເປັນອັນດັບສອງຂອງ ອອສເຕຣເລຍ ຮວມ
ທັງຈຳກັດຈຳນວນຜູ້ຄົນທີ່ເຕົ້າໂຮມກັນໃນທີ່ສາທາລະນະ ແລະມີຄຳສັ່ງບັງຄັບໃຫ້ໃສ່ໜ້າ
ກາກ ຢູ່ໃນຮ້ານອາຫານ ໂຮງແຮມ ແລະຢູ່ໃນ ອາຄານຕ່າງໆຈົນຮອດວັນທີ 4 ມິຖຸນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG