ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິທີກວດມະເຮັງລຳໄສ້ ແບບໃໝ່ ໂດຍບໍ່ຕ້ອງແຫຍ່ ລຳໄສ້ ແມ່ນຖືກຕ້ອງ ຮອດ 92% (ວີດີໂອ ພາສາລາວ)


New Non-Invasive Colon Cancer Test Claims 92% Accuracy
please wait

No media source currently available

0:00 0:02:05 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ອິງ​ຕາມ​ ກອງ​ທຶນໂລກ​ເພື່ອ​ກາ​ນ​ຄົ້ນ​ຄ້ວາ​ໂຣກ​ມະ​ເຮັງ​ ​ແລະ
​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ມະ​ເຮັງ​ຂອງ​ອາ​ເມຣິກາ ມະ​ເຮັງ​ລຳ​ໃສ້​ໃຫຍ່
​ແມ່ນ​ໂຣກມະ​ເຮັງ​ທີ່​ມີ​ຄົນ​ເປັນ​ຫລາຍ​ອັນ​ດັບ​ສາມ​ ຢູ່​ໃນ​ທົ່ວໂລກ
​ແລະ​ເປັນສາ​ເຫດການ​ເສຍ​ຊີວິດ​ອັນດັບ​ສີ່ ສຳ​ຫລັບ​ທັງ​ຜູ້​ຊາຍ
​ແລະ​ແມ່ຍິງ. ​ແຕ່​ຄວາມ​ຢູ່​ລອດ​ແມ່ນ​ມີ​ອັດຕາ​ສູງ​ຂຶ້ນ ຖ້າ​ຫາກ​ມີ
​ການ​ກວດ​ພົບ​ໄວ​ແລະ​ວິນິດ​ໄສ​ແຕ່​ຫົວທີ. ບັດ​ນີ້ ມີ​ການ​ຄົ້ນພົບ
​ວິທີ​ກວດ​ແບບ​ໃໝ່ ​ເພື່ອ​ນຳ​ໃຊ້​ແທນ​ວິທີ​ກວດ ທີ່​ໃຊ້​ຢູ່​ປັດຈຸບັນນີ້ ​
ໂດ​ຍການ​ແຫຍ່​ກອ້ງຖ່າຍຮູບ​ນ້ອຍໆ ​ເຂົ້າ​ໄປ​ສ່ອງ​ເບິ່ງ​ລຳ​ໃສ້​
ໃຫຍ່​ ທີ່​ຜູ້​ຄົນ​ບໍ່​ມັກແລະ​ບໍ່​ຢາກ​ເຮັດ​ນັ້ນ. George Putic ມີ​
ລາຍ​ງານ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ບັນດາ​ນາຍ​ແພດ​ກ່າວ​ວ່າ ວິທີ​ກວດ​ຫາ​ມະ​ເຮັງ​ລຳ​ໄສ້ ​ທີ່​ເຊື່ອ​ຖື​ໄດ້​ຫລາຍ​ທີ່​ສຸດ ​ແມ່ນ​ວິທີ
ກວດ ທີ່​ເອີ້ນ​ວ່າ colonoscopy ຄື​ໃຊ້​ກ້ອງສ່ອງ​ເບິ່ງ ​ທາງ​ໃນ​ລຳ​ໄສ້​ໃຫຍ່​ຂອງ​ຄົນ​ໄຂ້.
ດ້ວຍ​ການ​ນຳ​ໃຊ້​ອຸບປະກອນ​ພິ​ເສດ​ອັນ​ນຶ່ງ ​ເຂົາ​ເຈົ້າສາມາດ​ຊອກ​ຫາ ຕຸ່ມ​ ຫລື​ເນື້ອ​ງອກ
ຢູ່​ໃນ​ລຳ​ໄສ້​ໃຫຍ່ໄດ້ ແລະເອົາ​ມັນ​ອອກ​ກັບ​ບ່ອນ​ເລີຍ.

​ແຕ່​ວ່າ ແພດ​ຊ່ຽວຊານ​ດ້ານ​ວິນິດ​ໄສ​ແລະ​ປິ່ນປົວ​ໂຣກມະ​ເຮັງ ດຣ. Ike Akunyili ແຫ່ງ​
ມະຫາວິທະຍາ​ໄລນະຄອນ ​ໄມແອມີ ກ່າ​ວວ່າ ວິທີ​ນີ້​ບໍ່​ໄດ້​ຮັບ​ຄວາມ​ນິຍົມ.

ດຣ. Akunyili ​ເວົ້າ​ວ່າ "​ເຮົາ​ຕ້ອງ​ເອົາອຸບປະກອນ​ນັ້ນ ​ສອດ​ເຂົ້າ​ໄປ​ທາງ​ກົ້ນ ​
ແລະ​ຫລາຍໆ​ຄົນ​ກໍ​ບໍ່​ມັກ
."

ດ້ວຍ​ເຫດ​ນັ້ນ ຫລາຍໆ​ຄົນ​ຈຶ່ງຫັນ​ໄປ​ເລືອກ​ເອົາ ວິທີ​ກວດ​ເລືອດໃນ​ຕົວຢ່າງ​ອຸດ​ຈະລະ ທີ່
ເຂົາ​ເຈົ້າ​ສາມາດ​ເຮັດ​ຢູ່​ເຮືອນ​ເອງ​ໄດ້ ກໍ​ຄືເກັບ​ເອົາ​ຕົວຢ່າງ​ອຸດ​ຈະລະ​ຂອງ​ຕົນ ​ແລ້ວ​ສົ່ງ​ໄປ
ໃຫ້​ໂຮງໝໍ​ກວດ ​ແຕ່​ວ່າ​ມັນ​ກໍ​ເຊື່ອ​ບໍ່​ໄດ້​ຫລາຍ ​ເພາະວ່າ​ມັນ​ບໍ່​ສາມາດ​ບອກ​ໄດ້​ວ່າ ມີ​ຕຸ່ມ​ຫລື​ເນື້ອ​ງອກ​ຢູ່​ໃນ​ລຳ​ໄສ້ຫລື​ບໍ່ ​ແລະບາງ​ເທື່ອ​ກໍ​ຮອດ​ກວດ​ ບໍ່​ເຫັນ​ມະ​ເຮັງ ທັ້ງໆທີ່​ມີ​ເນື້ອງອກທີ່
​ເປັນ​ມະ​ເຮັງ ຢູ່​ໃນ​ລຳ​ໄສ້​ນັ້ນ.

ແຕ່​ວ່າ ບັດ​ນີ້ ມີ​ວິທີ​ກວດ​ຕົວຢ່າງ​ອຸດ​ຈະລະ​ແບບ​ໃໝ່ ​ເອີ້ນ​ວ່າ Cologuard ທີ່ອ້າງ​ວ່າ
ຖືກຕ້ອງ​ຮອດ 92 ສ່ວນ​ຮ້ອຍ ​ໃນ​ການກວດພົບມະ​ເຮັງ​ລຳ​ໄສ້​ໃຫຍ່.

ດຣ. Akunyili ກ່າວ​ວ່າ ນີ້​ແມ່ນ​ຂ່າວ​ດີ​ເປັນ​ພິ​ເສດ ສຳ​ຫລັບ​ພວກ​ທີ່ຫລີກ​ລ່ຽງການກວດ
ດ້ວຍ​ວິທີ colonoscopy ທີ່​ປະຕິບັດ​ກັນ​ມາ.

ດຣ. Akunyili ​ເວົ້າ​ວ່າ "ມັນ​ອາດ​ເຮັດ​ໃຫ້​ຄົນ​ຮັບ​ເອົາ​ຫລາຍ​ຂຶ້ນ ​ແລະ​ເຮັດ​ໃຫ້​ພວກ
​ຄົນ​ທີ່​ລັງ​ເລ​ໃຈ ​ໃນ​ການ​ເຂົ້າ​ມາກ​ວດນັ້ນ ເຂົ້າ​ມາກ​ວດ ​ໃນ​ຈຳນວນ​ຫລາຍ​ຂຶ້ນ
."

​ໃນ​ວິທີ​ໃໝ່​ນີ້ ຄົນ​ໄຂ້​ສາມາດ​ເອົາ​ຕົວຢ່າງ​ອຸດ​ຈະລະ​ຂອງ​ຕົນ ຢູ່​ກັບ​ເຮືອນ​ ແລ້ວສົ່ງ​ໄປໃຫ້
ຫ້ອງ​ກວດ ​ເພື່ອ​ກວດ​ຫາ​ເຄື່ອງໝາຍ​ທາງພັນທຸ​ກຳ 3 ຢ່າງ ທີ່​ພົວພັນ​ກັບ​ຕຸ່ມ ຫລື​ເນື້ອ​ງອກ
ໄລຍະ​ເລີ້ມ​ຕົ້ນ.

ນາຍ​ແພດ​ປິ່ນປົວ​ໂຣກກ່ຽວ​ກັບ​ລະບົບ​ທາງ​ເດີນ​ຂອງ​ອາຫານ ທ່າ​ນ David Alquist ທີ່
​ຄລີນິກ Mayo ກ່າວ​ວ່າ ວິທີ​ກວດ​ສອບ​ແບບ​ໃໝ່​ນີ້ ສາມາດ​ນຳ​ໄປ​ສູ່​ການ​ຫລຸດ​ລົງ ​ໃນຈຳ
ນວນຄົນ​ເປັນ​ໂຣກມະ​ເຮັງ​ລຳ​ໄສ້​ໃຫຍ່ ຄື​ກັນ​ກັບ​ທີ່​ການກວດ PAP Smear ​ເຮັດ​ໃຫ້​ຈຳ
ນວນ​ແມ່ຍິງ​ ທີ່​ເປັນ​ມະ​ເຮັງ​ປາກ​ມົດ​ລູກ ຫລຸດ​ນ້ອຍ​ລົງ.

ດຣ. Alquist ກ່າວ​ວ່າ "ມັນ​ບໍ່​ມີ​ເຫດຜົນ​ເລີຍ ທີ່​ວ່າ​ເປັນ​ຫຍັງ ການ​ນຳ​ໃຊ້​ວິທີ​ກວດ Cologuard ​ໃນ​ໝູ່​ປະຊາກອນ​ຂອງ​ພວກ​ເຮົາຢ່າງ​ກ້ວາງ ​ຂວາງ ຈະ​ບໍ່ບັນລຸ​ຜົນ
​ແບບ​ດຽວ​ກັນ ສຳ​ຫລັບ​ມະ​ເຮັງ​ລຳ​ໄສ້​. ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ ​ແມ່ນ​ກຳ​ຈັດ​ຖອນ
​ຮາກ​ມະ​ເຮັງ​ລຳ​ໄສ້."


ພວກ​ນາຍ​ແພດເວົ້າ​ວ່າ ເມື່ອ​ໃດ​ທີ່​ການກວດ​ຫາ​ເຄື່ອງໝາຍ​ພັນທຸ​ກຳ ມີ​ຄວາມ​ກ້າວໜ້າ
ທັນສະ​ໄໝ​ຫລາຍ​ຂຶ້ນ​ແລ້ວ ​ໃນ​ບໍ່​ຊ້າ ວິທີ​ການກວດ​ແບບ​ໃໝ່​ນີ້ ກໍ​ອາດຈະ​ສາມາດ​ນຳ​ໃຊ້
ເພື່ອ​ກວດ​ຫາໂຣກມະ​ເຮັງ​ລະບົບ​ທາງ​ເດີນ​ອາຫານ​ອື່ນໆ​ໄດ້.

XS
SM
MD
LG