ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໄນຈີເຣຍ ໄປຢ້ຽມຢາມ ຕ່າງປະເທດ ຄັ້ງທຳອິດ ຫຼັງຈາກ ຂຶ້ນກຳອຳນາດ


ປະທານາທິບໍດີຄົນໃໝ່ຂອງໄນຈີເຣຍ ທ່ານ Muhammadu Buhari ກວດທະຫານກອງກຽດຕິຍົດ.
ປະທານາທິບໍດີຄົນໃໝ່ຂອງໄນຈີເຣຍ ທ່ານ Muhammadu Buhari ກວດທະຫານກອງກຽດຕິຍົດ.

ປະທານາທິບໍດີຄົນໃໝ່ຂອງໄນເຈີເຣຍ ທ່ານ Muhammadu
Buhari ກຳລັງທຳການຢ້ຽມຢາມໄນເຈີ ປະເທດເພື່ອນບ້ານ
ໃນວັນພຸດມື້ນີ້ ເພື່ອໂອ້ລົມສົນທະນາກ່ຽວກັບກຸ່ມຫົວຮຸນແຮງ
ອິສລາມ Boko Haram ຊຶ່ງນີ້ເປັນການເດີນທາງອອກນອກ
ປະເທດຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ທ່ານ ໄດ້ຂຶ້ນກຳອຳນາດ.

ປະທານາທິບໍດີ Buhari ໃຫ້ຄຳໝັ້ນສັນຍາທີ່ຈະຍ້າຍຖານທັບ
ໄນຈີເຣຍໃນການປະຕິບັດງານ ຕໍ່ຕ້ານພວກ Boko Haram
ໄປສູ່ເມືອງ Maiduguri ທາງພາກຕາເວັນອອກສຽງເໜືອຂອງ
ປະເທດ ບ່ອນທີ່ໄດ້ມີການໂຈມຕີຫຼາຍໆບັ້ນ ຂອງກຸ່ມຫົວຮຸນແຮງ
Boko Haram ນັ້ນ.

ການໂຈມຕີເທື່ອຫຼ້າສຸດ ແມ່ນມີຂຶ້ນໃນວັນອັງຄານວານນີ້ຊຶ່ງລາຍງານໄດ້ລະບຸວ່າ ມີຫຼາຍ
ເຖິງ 20 ຄົນ ໄດ້ຖືກສັງຫານຍ້ອນການວາງລະເບີດສະລະຊີບທີ່ຕະຫຼາດຂາຍສັດລ້ຽງ
ແຫ່ງນຶ່ງ. ການວາງລະເບີດສະລະຊີບນີ້ ມີຂຶ້ນຫລັງຈາກການໂຈມຕີດ້ວຍປືນຍິງລະເບີດ
ມືໃສ່ຕົວເມືອງ.

ການໂຈມຕີໃນວັນອັງຄານວານນີ້ ແມ່ນເປັນຄັ້ງທີ 3 ໃນການໂຈມຕີຂອງກຸ່ມ Boko Haram ໃສ່ເມືອງດັ່ງກ່າວ ທີ່ຕັ້ງຢູ່ໃນພາກຕາເວັນອອກສຽງເໜືອຂອງປະເທດ ນັບຕັ້ງແຕ່ທ່ານ Buhari ເຂົ້າຮັບຕຳແໜ່ງ.

ໃນວັນເສົາແລ້ວນີ້ ກຸ່ມຫົວຮຸນແຮງອິສລາມໄດ້ເປີດສາກໂຈມຕີໃສ່ເມືອງດັ່ງກ່າວ ຊຶ່ງໄດ້
ສັງຫານຢ່າງນ້ອຍ 26 ຄົນ.

ເມືອງ Maiduguri ແມ່ນເປັນເມືອງໃຫຍ່ສຸດ ໃນພາກຕາເວັນອອກສຽງເໜືອທີ່ວຸ້ນວາຍ
ຂອງປະເທດ ຊຶ່ງມີປະຊາກອນ 2 ລ້ານຄົນແລະໃນນັ້ນແມ່ນຮວມທັງພວກອົບພະຍົບຫຼາຍ
ຮ້ອຍພັນຄົນ.

Nigeria Blast
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG