ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຄັ້ງ​ໃໝ່ ຢູ່​ໄນ​ເຈີ ຂະ​ນະ​ທີ່​ເສັ້ນ​ຕາຍ​ຍັບ​ໃກ້​ເຂົ້າ​ມາ ເພື່ອ​ໃຫ້​ທູດ​ຝ​ຣັ່ງ ອອກ​ຈາກ​ປະ​ເທດ


ຕຳ​ຫຼວດ​ໄນ​ເຈີ ຢືນ​ຍາມ​ຢູ່ນອກ​ຖານ​ທັບອາ​ກາດ​ຂອງ​ໄນ​ເຈີ ແລ​ະ​ຝ​ຣັ່ງ​ ທີ່​ນະ​ຄອນ​ຫຼວງ​ນີ​ອາ​ເມ ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ຄຸ້ມ​ຄອງ​ປະ​ເທດ​ຂອງ​ໄນ​ເຈີ (CNSP) ຖື​ປ້າຍ​ ແລະ​ທຸງ​ຊາດ​ຣັດ​ເຊຍ ໃນ​ການ​ໂຮມ​ຊຸມ​ນຸມ ເມື່ອ​ວັນ​ທີ 27 ສິງ​ຫາ 2023.
ຕຳ​ຫຼວດ​ໄນ​ເຈີ ຢືນ​ຍາມ​ຢູ່ນອກ​ຖານ​ທັບອາ​ກາດ​ຂອງ​ໄນ​ເຈີ ແລ​ະ​ຝ​ຣັ່ງ​ ທີ່​ນະ​ຄອນ​ຫຼວງ​ນີ​ອາ​ເມ ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ຄຸ້ມ​ຄອງ​ປະ​ເທດ​ຂອງ​ໄນ​ເຈີ (CNSP) ຖື​ປ້າຍ​ ແລະ​ທຸງ​ຊາດ​ຣັດ​ເຊຍ ໃນ​ການ​ໂຮມ​ຊຸມ​ນຸມ ເມື່ອ​ວັນ​ທີ 27 ສິງ​ຫາ 2023.

ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ​ ໂຮມ​ຊຸມ​ນຸມ​ກັນ​ຢູ່​ໄນ​ເຈີ ​ໃນ​ວັນ​ອາ​ທິດ​ວານນີ້​ເພື່ອ​ສະ​ໜັບ​ສະ​ໜຸນການ​ເຮັດ​ລັດ​ຖະ​ປະ​ຫານ​ ໃນ​ເດືອນ​ແລ້ວ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ກຳ​ນົດ​ເສັ້ນ​ຕາຍ ໃນ​ການ​ຍື່ນຄຳ​ຂາດ ໃຫ້​ແກ່​ເອກ​ອັກ​ຄະ​ລັດ​ຖະ​ທູດ​
ຝ​ຣັ່ງຈາກ​ປະ​ເທດ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ພວກ​ເດີນ​ຂະ​ບວນ​ ​ໂຮມ​ຊຸມ​ນຸມ​ກັນຢູ່​ໃກ້​ກັບ​ຖານ​ທັບຝ​ຣັ່ງ ທີ່​ນະ​ຄອນ​ຫຼວງ​ນີ​ອາ​ເມ ຊຶ່ງ​ຈຳ​ນວນ​ນຶ່ງ​ພາ​ກັນ​ໂບກ​ທຸງ​ຊາດ​ໄນ​ເຈີຫຼື​ບໍ່​ກໍ​ທຸງ​ຊາດ​ຣັດ​ເຊຍ ແລະ​ອີກ​ຈຳ​ນວນ​ນຶ່ງ​ຖື​ປ້າຍ​ຮຽກ​ຮ້ອງ​ໃຫ້​ທະ​ຫານ​ຝ​ຣັ່ງ​ຖອນ​ອອກ​ໄປ.

ຝ​ຣັ່ງ ຊຶ່ງ​ເປັນ​ອະ​ດີດ​ເຈົ້າ​ອາ​ນາ​ນິ​ຄົມ​ ຍັງ​ມີ​ທະ​ຫານ 1,500 ຄົນ​ຢູ່​ໃນ​ປະ​ເທດ​ໄນ​ເຈີ. ພວກ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮາ​ເໝັດ ບາ​ຊູມ ໃນ​ການ​ຕໍ່​ສູ້​ຕ້ານ​ກຳ​ລັງ​ຈີ​ຮາດ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ກ່ອນ​ທີ່​ພວກ​ທະ​ຫານ​ໄດ້​ເຮັດ​ລັດ​ຖະ​ປະ​ຫານ​ໂຄ່ນ​ລົ້ມ​ທ່ານ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ​ຜ່ານ​ມາ.

ສະ​ພາ​ແຫ່ງ​ຊາດ​ເພື່ອ​ຄຸ້ມ​ຄອງ​ປະ​ເທດ ທີ່​ເອີ້ນ​ຫຍໍ້​ວ່າ CNSP ແມ່ນ​ນຳ​ພາ​ໂດຍ​ນາຍ​ພົນ​ອັບ​ດູ​ຣາ​ຮາມານ ຊີ​ອາ​ນີ (Abdourahamane Tchiani) ໄດ້​ຈັບ​ກຸມ ທ່ານ​ບາ​ຊູມ ແລະ​ຄອບ​ຄົວ​ຂອງ​ທ່ານ ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ.

ການ​ໂຮມ​ຊຸມ​ນຸມ​ໃນ​ວັນ​ອາ​ທິດ​ເລີ້ມ​ຂຶ້ນ​ໃນ​ຕອນ​ເຊົ້າ ຢູ່​ໃນ​ບໍ​ລິ​ເວນ​ໃກ້ໆ​ສະ​ໜາມ​ບິນ​ນີ​ອາ​ເມ ທີ່ເປັນ​ຖານ​ທັບ​ອາ​ກາດ​ໄນ​ເຈີ​ບ່ອນ​ທີ່ກອງ​ກຳ​ລັງ​ຂອງ​ຝ​ຣັ່ງ​ຕັ້ງ​ຢູ່ນັ້ນ ແລະ​ຂະ​ນະ​ທີ່​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ເພື່ອ​ສະ​ໜອງ​ຕອບ​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ທີ່​ສະ​ໜັບ​ສະ​ໜຸນ​ກຸ່ມ​ປົກ​ຄອງ​ໃໝ່​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG