ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຝຣັ່ງ ອອກມາດຕະການຮອບໃໝ່ ເພື່ອຮັບມືກັບການລະບາດ ຂອງໂຄວິດ-19


ຕຳຫຼວດໃສ່ໜ້າກາກປ້ອງກັນໄວຣັສໂຄໂຣນາໃກໆຫໍຄອຍ
Eiffel ໃນນະຄອນຫຼວງປາຣີ ປະເທດຝຣັ່ງ.
ຕຳຫຼວດໃສ່ໜ້າກາກປ້ອງກັນໄວຣັສໂຄໂຣນາໃກໆຫໍຄອຍ Eiffel ໃນນະຄອນຫຼວງປາຣີ ປະເທດຝຣັ່ງ.


ການປິດພື້ນທີ່ ຢູ່ໃນນະຄອນຫຼວງປາຣີແລະອີກ 18 ເຂດຂອງຝຣັ່ງ ຍ້ອນການລະບາດຂອງໂຄວິດ-19 ທີ່ເລີ້ມມາແຕ່ວັນທີ 20 ມີນາ ໄດ້ຂະຫຍາຍວົງກວ້າງອອກ ກວມເອົາທົ່ວປະເທດ. ທ່ານສະໝານ ມຸງຄຸນ ຄົນລາວທີ່ອາໄສຢູ່ໃນເຂດເມືອງເກຣີໂນບ ທາງພາກຕາເວັນອອກສຽງໃຕ້ຂອງປະເທດຝຣັ່ງກ່າວວ່າ ການປິດເມືອງໃນຮອບສາມນີ້ ແມ່ນຮວມທັງ ບໍ່ໃຫ້ເດີນທາງ ໄກກວ່າ 10 ຫຼັກກິໂລ ແມັດຫ່າງຈາກເຮືອນຂອງຕົນ. ທ່ານສະໝານກ່າວກ່ຽວກັບເລື້ອງນີ້ວ່າ:


“ອອກໄປຈັ່ງຊີ້ 10 ກິໂລແມັດ ເພິ່ນເອົາຫຍັງເປັນໂຕອີງເນາະ ໝາຍຄວາມວ່າ ຄັນຕຳ ຫຼວດເຂົາກວດຫັ້ນ ເຂົາເອົາບັດປະຈຳໂຕ ແລະຢູ່ໃນບັດປະຈຳໂຕນັ້ນ ມັນມີບ່ອນຢູ່ເດ້ ເອົາແຕ່ບ່ອນຢູ່ແທກໄປຫາບ່ອນເຮົາຢູ່ຫັ້ນວ່າ ຊິຫຼຸດ 10 ຫຼັກບໍ ຫຼືວ່າມັນກາຍແລ້ວ ກາຍຫັ້ນ ຕ້ອງມີເຫດຜົນ ຕ້ອງມີໃບອະນຸຍາດ.”

ສ່ວນອີກຂໍ້ນຶ່ງທີ່ສຳຄັນ ກໍຄືມີການປິດໂຮງຮຽນ ຊຶ່ງຈະເລີ້ມແຕ່ວັນຈັນທີ 5 ເມສານີ້ ເປັນຕົ້ນໄປ. ນອກນັ້ນ ທຸລະກິດທີ່ບໍ່ຈຳເປັນຕ່າງໆກໍໄດ້ຮັບຄຳສັ່ງໃຫ້ປິດກິດຈະການທັງໝົດ. ທ່ານສະໝານກ່າວວ່າ ຖ້າຫາກມີການລ່ວງລະເມີດ ໃນການເດີນທາງຫຼືກົດລະບຽບຕ່າງໆ ກໍຈະຖືກປັບໃໝ. ທ່ານໃຫ້ຄວາມເຫັນກ່ຽວກັບເລື້ອງນີ້ວ່າ:


“ປັບໃໝນີ້ ເພິ່ນປັບໃໝ່ 135 ຢູໂຣ ຄັນຕຳຫຼວດກວດພໍ້ ວ່າເຮົາຜິດນະ 135 ຢູໂຣ ທຸກໆກໍລະນີ.”

ເວລານີ້ ປະເທດຝຣັ່ງມີຜູ້ຕິດໂຄວິດ-19 ຫຼາຍກວ່າ 4 ລ້ານ 6 ແສນຄົນ ແລະມີ​ 95,000 ກວ່າຄົນເສຍຊີວິດ ແລະໃນແຕ່ລະມື້ ມີຜູ້ຕິດເຊື້ອ ໃໝ່ຫຼາຍກວ່າ​ 58,000 ກໍລະນີ ແລະການຫ້າມອອກນອກເຮືອນແຕ່ 7 ໂມງແລງ ຫາ 6 ໂມງເຊົ້າ ຍັງມີຜົນບັງຄັບຢູ່ຕໍ່ໄປ.

XS
SM
MD
LG