ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະກາດປິດເມືອງ ຮອບໃໝ່ ໃນ ຢູໂຣບ ທ່າມກາງ ການກັບຄືນມາລະບາດ ອີກຄັ້ງນຶ່ງ ຂອງໄວຣັສໂຄໂຣນາ


ພວກປະທ້ວງ ເຕົ້າໂຮມກັນຢູ່ໃນຈັດຕຸລັດ ທຣາຟາລກາຣ (Trafalgar Square), ໃນລະຫວາງ ການປະທ້ວງຕໍ່ຕ້ານການປະກາດປິດເມືອງ, ໃນນະຄອນຫຼວງ ລອນດອນ, ວັນທີ 24 ຕຸລາ 2020.
ພວກປະທ້ວງ ເຕົ້າໂຮມກັນຢູ່ໃນຈັດຕຸລັດ ທຣາຟາລກາຣ (Trafalgar Square), ໃນລະຫວາງ ການປະທ້ວງຕໍ່ຕ້ານການປະກາດປິດເມືອງ, ໃນນະຄອນຫຼວງ ລອນດອນ, ວັນທີ 24 ຕຸລາ 2020.

ສະເປນ ໄດ້ປະກາດພາວະສຸກເສີນ ແລະໄດ້ອອກແຈ້ງການໃຫ້ປິດເມືອງທົ່ວປະ ເທດຮອບໃໝ່ ໃນຂະນະທີ່ຕົນກຳລັງຕໍ່ສູ້ ກັບການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ກັບຄືນມາຕິດແປດປະຊາຊົນເພີ້ມຂຶ້ນ.

“ຄວາມເປັນຈິງ ກໍແມ່ນວ່າ ຢູໂຣບ ແລະສະເປນ ກໍາລັງຖືກກະທົບໃນຮອບທີສອງ ຂອງໂຣກລະບາດ” ນັ້ນແມ່ນຄຳເວົ້າຂອງນາຍົກລັດຖະມົນຕີ ເພໂດຣ ແຊນເຈສ ທີ່ໄດ້ກ່າວໄປໃນລະຫວ່າງການກ່າວຄຳປາໄສທົ່ວປະເທດໃນວັນອາ ທິດວານນີ້.

ທ່ານກ່າວຕື່ມວ່າ “ສະຖານະການຊີວິດການເປັນຢູ່ຂອງພວກເຮົາ ແມ່ນຢູ່ໃນຂັ້ນຮ້າຍແຮງ.”

ທັງປະເທດສະເປນແລະຝຣັ່ງ ທີ່ໄດ້ອອກແຈ້ງການໃຫ້ຢູ່ພາຍໃນເຮືອນໃນເວລາ ຕອນກາງຄືນ ເພື່ອຫລຸດຜ່ອນ ການແຜ່ລະບາດຂອງໄວຣັສດັ່ງກ່າວ ຊຶ່ງໄດ້ມີກໍລະນີຕິດເຊື້ອໄວຣັສກາຍຫຼາຍກວ່າ 1 ລ້ານຄົນແລ້ວ ອີງຕາມຂໍ້ມູນທີ່ໄດ້ເກັບກຳໂດຍສູນກາງຊັບພະຍາກອນໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. [[https://coronavirus.jhu.edu/map.html]]

ສ່ວນຢູ່ປະເທດໂຄລອມເບຍ ກໍຍັງໄດ້ມີກໍລະນີຕິດເຊື້ອໄວເຣັສໂຄໂຣນາ ກາຍ 1 ລ້ານຄົນ ທີ່ໄດ້ຮັບການຢືນຢັນ ໃນວັນອາທິດວານນີ້.

ປະເທດໃນເຂດອາເມຣິກາລາຕິນດັ່ງກ່າວ ໄດ້ບັນທຶກ ກໍລະນີຕິດເຊື້ອໄວຣັສໃໝ່ 8,769 ລາຍຈາກວັນເສົາ ຫາວັນອາທິດຜ່ານມານີ້ ໂດຍໄດ້ເຮັດໃຫ້ຈໍານວນທັງໝົດທີ່ຕິດເຊື້ອເພີ້ມຂຶ້ນເປັນ 1,007,711 ຄົນ ແລະຈຳນວນຂອງການເສຍຊີວິດເຖິງ 30,000 ຄົນ.

ໂຄລອມເບຍ ໄດ້ກາຍເປັນປະເທດທີ 8 ທີ່ເປັນຂີດໝາຍຂອງການມີຄົນຕິດເຊື້ອເຖິງ 1 ລ້ານຄົນ ຕາມຫຼັງປະເທດສະຫະລັດ ອິນເດຍ ບຣາຊີລ ຣັດເຊຍ ຝຣັ່ງ ອາເຈັນຕິນາ ແລະສະເປນ. ຝຣັ່ງ ແລະສະເປນ ໄດ້ກາຍຂີດໝາຍນັ້ນ ໃນວັນສຸກຜ່ານມາ.

ສະຫະລັດ ໄດ້ມີສະຖິຕິປະຈຳວັນສຸກຜ່ານມາ ໂດຍມີຜູ້ຕິດເຊື້ອໄວຣັສຢ່າງໜ້ອຍ 83,757 ຄົນ ທີ່ໄດ້ຖືກລາຍງານ ຊຶ່ງໄດ້ທໍາລາຍສະຖິຕິໃນມື້ດຽວ ທີ່ໄດ້ຕັ້ງໄວ້ໃນວັນທີ 16 ກໍລະກົດ ໂດຍມີຫຼາຍກວ່າ 6,000 ກໍລະນີ.

ທ່ານມາກ ຊອດຕ໌ (Mark Short) ຫົວໜ້າທີ່ປຶກສາຂອງທ່ານໄມຄ໌ ເພັນສ໌ຮອງປະທານາທິບໍດີ ສະຫະລັດ ໄດ້ຖືກກວດພົບຕິດເຊື້ອໄວຣັສ ແລະເລີ້ມການກັກຕົວໃນວັນເສົາຜ່ານມາ ອິງຕາມການກ່າວຂອງໂຄສົກທ່ານນຶ່ງ ແລະໄດ້ກ່າວຕື່ມວ່າ ທ່ານເພັນສ໌ ແລະພັນລະຍາຂອງທ່ານ ໄດ້ກວດພົບວ່າ ບໍ່ມີເຊື້ອໄວຣັສ ແລະແມ່ນມີສຸຂະພາບດີ. ໄວຣັສໂຄໂຣນາ ເປັນສາເຫດທີ່ພາໃຫ້ເກີດພະຍາດໂຄວິດ-19.

ໂດຍມີການເພີ້ມຂຶ້ນ ຂອງການຕິດເຊື້ອໄວຣັສ ຢູ່ເຂດທີ່ເອີ້ນວ່າ Rocky Mountain ຂອງລັດຕ່າງໆໃນພາກເໜືອ ແລະລັດຢູ່ພາກຕະເວັນຕົກຕອນກາງຢູ່ນັ້ນ ສະຫະລັດ ສືບຕໍ່ນຳໜ້າໂລກໃນກໍລະນີຕິດເຊື້ອໄວຣັສໂຄໂຣນາໃນວັນອາ ທິດວານນີ້ ໂດຍມີຫຼາຍກວ່າ 8 ລ້ານ 5 ແສນຄົນ ແລະໃນການເສຍຊີວິດໂດຍ ຫຼາຍກວ່າ 224,000 ຄົນ ອິງຕາມຂໍ້ມູນຂອງມະຫະວິທະຍາໄລ ຈອນສ໌ ຮັອບກິນສ໌ ຊຶ່ງກຳລັງຕິດຕາມກໍໍລະນີຕິດເຊື້ອຢູ່ທົ່ວໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG