ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

UN ແຕ່ງຕັ້ງ ຫົວໜ້າຄົນໃໝ່ ຂອງອົງການຮັບມືກັບອີໂບລາ ຂອງສະຫະປະຊາຊາດ

ທ່ານ Anthony Banbury (ຊ້າຍ) ຜູ້ອອກຈາກຕຳແໜ່ງ ຄະນະ​ກຳມະການ​ອົງການ​ສະຫະ​ປະຊາ​ຊາດ ສຳ​ຫລັບ​ຮັບ​ມື​ກັບ​ອີໂບລາ ສຸກ​ເສີນ ຫຼື UNMEER ໂອ້ລົມກັບ ລັດຖະມົນຕີ ກະຊວງຖະແຫລງຂ່າວການາ ດຣ. Edward Omane Boamah ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ກ່ຽວກັບອີໂບລາ ໃນນະຄອນຫລວງ Accra ເມື່ອວັນທີ 30 ທັນວາ 2014.

ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ​ໄດ້​ແຕ່ງຕັ້ງ ທ່ານ Ismail Ould Cheikh Ahmed
ຈາກ​ປະ​ເທດມໍຣິ​ເຕ​ເນຍ ​ໃຫ້​ເປັນ​ຜູ້ຕາງໜ້າ​ພິ​ເສດ​ຄົນ​ໃໝ່
ຂອງ​ທ່ານ ​ແລະເປັນ​ຫົວໜ້າ​ຄະນະ​ກຳມະການ​ອົງການ​ສະຫະ
​ປະຊາ​ຊາດສຳ​ຫລັບ​ຮັບ​ມື​ກັບ​ອີ​ໂບລາສຸກ​ເສີນ ຫຼື UNMEER.

ອິງ​ຕາມ​ການ​ປະ​ກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ວັນ​
ພະຫັດ​ວານ​ນີ້ ທ່ານ Ahmed ຈະ​ທຳ​ໜ້າ​ທີ່​ໃກ້​ຊິດ​ກັບທູດ​ພິ​ເສດ
ກ່ຽວ​ກັບ​ອີ​ໂບລາ ທ່ານດອກ​ເຕີ້ David Nabarro ​ແລະພ້ອມ
​ກັນ​ກັບບັນດາ​ລັດຖະບານຕ່າງໆ ​ໃນ​ຂົງ​ເຂດ ​ແລະ ຄູ່​ຮ່ວມ​ງານ
​ອື່ນໆ.

​ໂຄ​ສົກຂອງ UN ທ່ານ Stephane Dujarric ​ເວົ້າວ່າ “ທ່ານ Ould Cheikh Ahmed ​ໄດ້ຮັບ​ຕຳ​ແໜ່​ງ​ແທນ ທ່ານ Anthony Banbury ຈາກ​ສະຫະລັດ ຜູ້​ທີ່​ຈະ​ກັບ​ຄືນ​ ໄປ
ນິວຢອກ ​ໃນຕົ້ນ​ເດືອນ​ມັງກອນ​ປີ 2015 ນີ້. ​ເລຂາທິການ​ໃຫຍ່ UN ສະ​ແດງ​ຄວາມຮູ້​ບຸນຄຸນ​ຕໍ່ ​ທ່ານ Banbury ສຳ​ຫລັບ​ວິ​ໄສ​ທັດ ​ແລະການ​ນຳພາ ຂອງ UNMEER ​ແລະ ຄວາມ​ໝາຍ​ໝັ້ນ ໃນ​ການ​ຕໍ່ສູ້ການລະບາດ​ຂອງ​ອີ​ໂບລາ​ທີ່​ບໍ່​ເຄີຍມີ​ມາ​ກ່ອນນັ້ນ.”

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ Ahmed ມີ​ປະສົບ​ປະການ ຫຼາຍກວ່າ 28 ປີ ​ໃນ​ດ້ານ​ການ​ພັດທະນາ ​ແລະ ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ ກັບ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ອາ​ຟຣິກາ ​ເຂດຕາ​ເວັນ​ອອກ​ກາງ ​ແລະ ​ ຢູ​ໂຣບຕາ​ເວັນ​ອອກ​.​

XS
SM
MD
LG