ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ ນິວ ເຈີຊີ ເປັນ​ລັດທີ 10 ທີ່​ໃຫ້ການ​ຊ່ວຍ​ເຫຼືອ ​ພວ​ກ​ນັກໄຝ່​ຝັນ ໃນ​ການ​ເຂົ້າຮຽນ ຂັ້ນ​ສູງ


ນາງ ເດ​ຊີ ເລ​ອອນ, 26 ປີ, ຂວາ, ຈາກ​ເມືອງ ເພີທ໌ ແອມບອຍ, ລັດ ນິວ ເຈີຊີ ແລະ ຜູ້​ໄດ້​ຮັບ​ໂຄງການ ດາ​ກາ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ປະ​ທ້ວງ ຢູ່​ທຳ​ນຽບ​ຂາວ. ນະ​ຄ​ອນຫຼວງ ວໍ​ຊິງ​ຕັນ. 15 ສິງ​ຫາ, 2017.
ນາງ ເດ​ຊີ ເລ​ອອນ, 26 ປີ, ຂວາ, ຈາກ​ເມືອງ ເພີທ໌ ແອມບອຍ, ລັດ ນິວ ເຈີຊີ ແລະ ຜູ້​ໄດ້​ຮັບ​ໂຄງການ ດາ​ກາ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ປະ​ທ້ວງ ຢູ່​ທຳ​ນຽບ​ຂາວ. ນະ​ຄ​ອນຫຼວງ ວໍ​ຊິງ​ຕັນ. 15 ສິງ​ຫາ, 2017.

ລັດ ນິວ ເຈີ​ຊີ ໄດ້​ຮັບ​ເງິນນຶ່ງ​ລ້ານຫົກ​ແສ​ນ​ສາມ​ສິບ​ພັນ​ໂດ​ລາ ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​
ການເງິນ ສຳລັບການສຶກສາລະດັບສູງ ແກ່ນັກສຶກສາທີ່ບໍ່ມີເອກະສານ ຄົນເຂົ້າເມືອງ
ຢ່າງຖືກຕ້ອງຕາມກົດໝາຍ 500 ຄົນ, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດ
ກ່ຽວກັບ ການຊ່ວຍເຫຼືອດັ່ງກ່າວມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ນັກ​ສຶກ​ສາ​ລະ​ດັບ​ສູງ​ ຫຼື HESAA ຂອງ​ລັດ ນິວ ເຈີ​ຊີ ​ລາຍ​
ງານວ່າ ມີນັກສຶກສາ 513 ຄົນໄດ້ຮັບການຊ່ວຍເຫຼືອເພື່ອຈ່າຍຄ່າຮຽນໃນມະຫາວິທະ
ຍາໄລ ແລະ ວິທະຍາໄລ ເລີ່ມຕົ້ນສົກຮຽນໃນລະດູໃບໄມ້ຫຼົ່ນປີ 2018.

ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ອົງ​ການ HESAA ທ່ານ ເດ​ວິດ ເຈ ໂຊ​ໂຄ​ໂລ ໄດ້​ກ່າວ​ໃນ​
ຖະແຫຼງການສະບັບນຶ່ງວ່າ “ການຊ່ວຍເຫຼືອດ້ານການເງິນນີ້ ຈະສະໜອງໂອກາດທີ່
ປ່ຽນແປງຊີວິດ ໃຫ້ພວກນັກສຶກສາລັດ ນິວ ເຈີຊີ.”

ທ່ານ​ໄດ້​ກ່າວ​ວ່າ “ຄວາມ​ສຳ​ເລັດ​ຂອງ​ນັກ​ສຶກ​ສາ​ຈຸ​ທຳ​ອິດ 513 ຄົນ, ຜູ້​ທີ່​ຕອນນີ້​ເຂົ້າ​
ຮຽນຢູ່ວິທະຍາໄລເມືອງ, ວິທະຍາໄລລັດ ແລະ ມະຫາວິທະຍາໄລຕ່າງໆ, ແລະ ສະ
ຖາບັນອິດສະຫຼະທັງຫຼາຍໃນທົ່ວລັດນັ້ນ, ຈະໄດ້ຮັບຜົນໃນແງ່ບວກ ຕໍ່ຊີວິດເພີ່ມຕື່ມ
ຢ່າງນັບບໍ່ຖ້ວນ.”

ການ​ທີ່​ຈະ​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ນັ້ນ, ພວກ​ນັກ​ສຶກ​ສາ​ຕ້ອງ​ໄດ້
ເຂົ້າຮຽນໂຮງຮຽນມັດທະຍົມ ຢ່າງໜ້ອຍ 3 ປີ ແລະ ຮຽນຈົບຈາກແຫ່ງນຶ່ງ, ຫຼືໄດ້ຮັບ
ໃບປະກາດທຽບເທົ່າໂຮງຮຽນມັດທະຍົມຢູ່ໃນລັດ. ເຂົາເຈົ້າຍັງຕ້ອງໄດ້ ຮ່າງຄຳສາລະ
ພາບທີ່ກ່າວວ່າ ເຂົາເຈົ້າໄດ້ຮ່າງ ຫຼື ຈະຮ່າງໃບສະໝັກເພື່ອເຮັດໃຫ້ສະຖານະພາບ
ຂອງເຂົາເຈົ້າຖືກຕ້ອງຕາມກົດໝາຍ.

ຜູ້​ສະ​ໝັກ​ເພດ​ຊາຍ ຍັງ​ຖືກ​ຮຽກ​ຮ້ອງ​ໃຫ້​ລົງ​ທະ​ບ​ຽນ​ສຳ​ລັບ​ການ​ເຂົ້າ​ຮັ​ບ​ໃຊ້​ກອງ​ທັບ.

ຜູ້​ປົກ​ຄອ​ງ​ລັດ ນິວ ເຈີ​ຊີ ທ່ານ ຟິ​ລ ເມີ​ຟີ ໄດ້​ເຊັນ​ມາດ​ຕະ​ການ​ທີ່​ມີ​ບັນ​ຫາ​ນັ້ນ​ເປັນ​ກົດ​
ໝາຍເມື່ອເດືອນພຶດສະພາທີ່ຜ່ານມາ, ເຮັດໃຫ້ລັດ ນິວ ເຈີຊີ ເປັນລັດທີ 10 ທີ່ສະ
ໜອງການຊ່ວຍເຫຼືອໃຫ້ຜູ້ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍທີ່ຫວັງຢາກຮຽນ
ຕໍ່ວິທະຍາໄລ. ພວກນັກສຶກສາແມ່ນຜູ້ໄດ້ຮັບໂຄງການປົກປ້ອງເດັກນ້ອຍທີ່ຖືກນຳ
ເຂົ້າມາສະຫະລັດ ຢ່າງຜິດກົດໝາຍຕັ້ງແຕ່ຕອນຍັງນ້ອຍ ຫຼື DACA ທີ່ປະກາດເປັນ
ກົດໝາຍໂດຍອະດີດປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2012. ໂຄງການ
ດາກາ ອະນຸຍາດໃຫ້ຜູ້ຍົກຍ້າຍຖິ່ນຖານ ທີ່ຖືກນຳເຂົາມາ ສະຫະລັດ ຕັ້ງແຕ່ຕອນຍັງ
ນ້ອຍໂດຍບໍ່ມີເອກະສານຄົນເຂົ້າເມືອງທີ່ຖືກຕ້ອງ ອາໄສຢູ່ໃນປະເທດຢ່າງຖືກກົດ
ໝາຍ, ແລະ ເຮັດວຽກ ຫຼື ເຂົ້າໂຮງຮຽນ.

ເຖິງ​ແມ່ນ​ຜູ້​ໄດ້​ຮັບ​ໂຄງ​ການ ດາ​ກາ ຈະ​ຖືກ​ປົ​ກ​ປ້ອງ​ຈາກ​ການ​ເນ​ລະ​ເທດ ແລະ ສາ​
ມາດເຂົ້າຮຽນໃນວິທະຍາໄລ ແລະ ມະຫາວິທະຍາໄລຂອງ ສະຫະລັດ ໄດ້ກໍຕາມ,
ເຂົາເຈົ້າຈະບໍ່ສາມາດໄດ້ຮັບການຊ່ວຍເຫຼືອດ້ານການເງິນຈາກລັດຖະບານກາງ.
ແນວໃດກໍຕາມ, ລັດ ສາມາດອອກການຊ່ວຍເຫຼືອດ້ານການເງິນໄດ້.

ຜູ້​ຄັດ​ຄ້ານ​ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ໂຕ້​ຖຽງ​ວ່າ ທຶນ​ຂອງ​ລັດ ຄວນ​ຖືກມອບ​ໃຫ້​ປະ​ຊາ​ຊົນ
ສະຫະລັດ ທີ່ກຳລັງດີ້ນຮົນ ໃນການຈ່າຍຄ່າຮຽນ ໃນວິທະຍາໄລຂອງເຂົາເຈົ້າ.

“ນັກ​ໄຝ່​ຝັນ​ຂອງ​ລັດ ນິວ​ເຈີ​ຊີ” ປະ​ມານ 1,500 ຄົນ​ໄດ້​ສະ​ໝັກ​ຂໍ​ການ​ຊ່ວຍ​ເຫຼືອ​ດ້ານ
ການສຶກສາໃນລະດູຮ້ອນທີ່ຜ່ານມາ, ແລະ 655 ຄົນໄດ້ຖືກຮັບຮອງສຳລັບການຊ່ວຍ
ເຫຼືອຂອງລັດ. ຈຳນວນດັ່ງກ່າວນັ້ນ, 513 ຄົນໄດ້ເຂົ້າຮຽນໃນວິທະຍາໄລລັດ ນິວ
ເຈີຊີ ແລະ ໄດ້ຮັບການຊ່ວຍເຫຼືອຂອງເຂົາເຈົ້າ, ອີງຕາມຂໍ້ມູນທີ່ຖືກເປີດເຜີຍໂດຍອົງ
ການ HESAA.

ພວກ​ນັກ​ສຶກ​ສາ ​ທີ່​ກຳ​ລັງ​ຊອກ​ຫາ​ການ​ຊ່ວຍ​ເຫຼືອ ຖືກ​ຮຽກ​ຮ້ອງ​ໃຫ້​ສະ​ໝັກ​ຜ່ານ​ການ​
ສະໝັກຟຣີ ສຳລັບການຊ່ວຍເຫຼືອນັກສຶກສາລັດຖະບານກາງ ຫຼື FAFSA. ພວກນັກ
ໄຝ່ຝັນລັດນິວ ເຈີຊີ ໄດ້ຮ່າງຄຳຮ້ອງທີ່ຕ່າງກັນ ທີ່ບໍ່ຕ້ອງການໃຊ້ເລກປະກັນສັງຄົມ,
ແຕ່ຕ້ອງພິສູດລາຍໄດ້.

ຜູ້​ສະ​ໝັກ​ບາງ​ຄົນ​ຖືກ​ປະ​ຕິ​ເສດ ຍ້ອນ​ພວກ​ນັກ​ສຶກ​ສາ​ຫາ​ເງິນ​ໄດ້ຫຼາຍ​ໂພດ ເພື່ອ​ທີ່​ຈະ​
ມີສິດ ໃນການໄດ້ຮັບເງິນຊ່ວຍເຫຼືອຄ່າຮຽນ ເປັນໂຄງການເຊິ່ງຮັບຜິດຊອບສຳລັບ
ການຊ່ວຍເຫຼືອດ້ານການເງິນສ່ວນຫຼາຍ ທີ່ມີຢ່າງຖ້ວມລົ້ນ.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG