ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນເມືອງ Maplewood ຕ້ອນຮັບ ນັກ ກິລາໂອລິມປິກ ມຸສລິມ ສັນຊາດ ອາເມຣິກັນ


ນັກກິລາ ຟັນດາບ ນາງ Ibtihaj Muhammad ຈາກ ສະຫະລັດ ຍົກໃຫ້ເບິ່ງ ຫຼຽນທອງແດງຂອງ ລາວ ທີ່ສະໜາມກິລາໂອລິມປິກ ໃນນະຄອນ Rio de Janeiro, ບຣາຊິລ. 13 ສິງຫາ, 2016.
ນັກກິລາ ຟັນດາບ ນາງ Ibtihaj Muhammad ຈາກ ສະຫະລັດ ຍົກໃຫ້ເບິ່ງ ຫຼຽນທອງແດງຂອງ ລາວ ທີ່ສະໜາມກິລາໂອລິມປິກ ໃນນະຄອນ Rio de Janeiro, ບຣາຊິລ. 13 ສິງຫາ, 2016.

ປະຊາຊົນຫຼາຍຮ້ອຍຄົນໃນເມືອງ Maplewood ລັດ New Jersey ໄດ້ອອກມາສະແດງ ຄວາມຍົກຍ້ອງນັກກິລາໂອລິມປິກ ຫຼຽນທອງແດງ ໃນກິລາຟັນດາບ ນາງ Ibtihaj Muhammad ໃນວັນເສົາວານນີ້, ເຊິ່ງລາວແມ່ນຄົນມຸສລິມ ສັນຊາດ ອາເມຣິກັນ ຄົນທຳ ອິດທີ່ໃສ່ຜ້າຄຸມຫົວ Hijab ໃນລະຫວ່າງການແຂ່ງຂັນກິລາໂອລິມປິກ.

ລູກສາວອາຍຸ 31 ປີຂອງຕຳຫຼວດນັກສືບ ແລະ ນາຍຄູຄົນໜຶ່ງໄດ້ກ່າວວ່າ “ຂ້າພະເຈົ້າບໍ່ ເຄີຍຮູ້ສຶກແຕກຕ່າງຢູ່ທີ່ນີ້” ໃນບ້ານເກີດຂອງລາວ. ເມືອງ Maplewood, ແມ່ນຊຸມຊົນ ໜຶ່ງທີ່ມີປະຊາຊົນອາໄສຢູ່ 24,000 ຄົນ ປະມານ 30 ກິໂລແມັດທາງພາກຕາເວັນຕົກ ຂອງນະຄອນ ນິວຢອກ, ໄດ້ອອກມາສັນລະເສີນລາວໃນວັນ “Ibti” ດ້ວຍການເດີນສວນ ສະໜາມ ແລະ ການສະເຫຼີມສະຫຼອງ ອື່ນໆ.

ນາງ Muhammad ຫ້ອຍຫຼຽນທອງແດງທັບເສື້ອໂອລິມປິກຂອງ ລາວ ໄດ້ກ່າວຕໍ່ຜູ້ສະ ໜັບສະໜູນຂອງລາວວ່າ “ແມ່ນກະທັ້ງທີ່ວ່າໃນເວລາເມື່ອຂ້າພະເຈົ້າຢູ່ເທິງຖະໜົນ ແລະ ຂ້າພະເຈົ້າກຳລັງແຂ່ງຂັນຟັນດາບຢູ່ ແລະ ຂ້າພະເຈົ້າໄດ້ຖືກບອກວ່າຂ້າພະເຈົ້າ ບໍ່ໄດ້ເປັນສ່ວນໜຶ່ງຂອງທີ່ນີ້ ຫຼື ວ່າຂ້າພະເຈົ້າບໍ່ຄວນແຂ່ງຟັນດາບ ເພາະວ່າຂ້າພະເຈົ້າ ແມ່ນແມ່ຍິງ, ຫຼືຍ້ອນຂ້າພະເຈົ້າມີຜິວດຳ, ຫຼືຍ້ອນຂ້າພະເຈົ້າແມ່ນຄົນມຸສລິມ. ຂ້າພະ ເຈົ້າຢາກໃຫ້ໝົດທຸກຄົນຮູ້ວ່າ ຂ້າພະເຈົ້າບໍ່ເຄີຍຮູ້ສຶກເຖິງຄຳເວົ້າດັ່ງກ່າວນັ້ນຢູ່ທີ່ນີ້ບ້ານ ຂອງຂ້າພະເຈົ້າ."

ນາງໄດ້ກ່າວວ່າ “ມັນເປັນກຽດບໍ່ພຽງແຕ່ເປັນຕົວແທນໃຫ້ແກ່ເມືອງຂອງພວກເຮົາ ແລະ ລັດຂອງພວກເຮົາ ແລະ ສະຫະລັດ, ແຕ່ເປັນຕົວແທນໃຫ້ກັບຊຸມຊົນທັງໝົດ ທີ່ໄດ້ມີ ຄວາມເຊື່ອໝັ້ນໃນຕົວຂອງຂ້າພະເຈົ້າ ແລະ ຄວາມສາມາດຂອງຂ້າພະເຈົ້າ.”

ນັກຟັນດາບທີ່ໜຸ່ມນ້ອຍ ໄດ້ກ່າວວ່າລາວຫວັງວ່າຈະເປັນແບບຢ່າງໃຫ້ແກ່ຄົນຜູ້ທີ່ຮູ້ສຶກມີ ຂອບເຂດຈຳກັດ ໂດຍລັກສະນະບາງຢ່າງຂອງຜູ້ທີ່ເຂົາເຈົ້າເປັນ.

ນາງ Mohammad ໄດ້ຊະນະຫຼຽນທອງແດງໃນລາຍການຟັນດາບປະເພດທີມໃນເດືອນ ທີ່ຜ່ານມາໃນນະຄອນ Rio de Janeiro. ລາວໄດ້ໃຊ້ຄວາມນິຍົມທີ່ເພີ່ມສູງຂຶ້ນຂອງລາວ ນັບຕັ້ງແຕ່ນັ້ນມາ ເພື່ອຢືນຢັນວ່າແມ່ຍິງມຸສລິມໃນຜ້າຄຸມຫົວ Hijab ກໍສາມາດເປັນຕົວ ແທນໃຫ້ສະຫະລັດໄດ້ ຄືກັນກັບຄົນໆອື່ນເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG