ຍານອະວະກາດ Soyuz ຂອງຣັດເຊຍ ທີ່ນຳເອົານັກບິນອະວະ
ກາດນາໆຊາດ 3 ຄົນ ໄດ້ໄປເຖິງສະຖານນີອາວະກາດນາໆ
ຊາດແລ້ວ.
ນັກບິນອະວະກາດອະເມຣິກັນ ທ່ານ Reid Wiseman,
ນັກເຫາະຈັກກະວານຣັດເຊຍ ທ່ານ Max Surayev ແລະນັກ
ບິນອະວະກາດເຢຍຣະມັນ ທ່ານ Alexander Gerst ຈາກອົງ
ການອະວະກາດຢູໂຣບ ໄດ້ບິນເຂົ້າຈອດທີ່ສະຖານີອະວະກາດ
ນາໆຊາດ ໃນເຊົ້າວັນພະຫັດມື້ນີ້ 6 ຊົ່ວໂມງລຸນຫຼັງທີ່ໄດ້ບິນຂຶ້ນ
ຈາກສູນກາງສົ່ງຍານອາວະກາດ Baikonur ທີ່ Kazakhstan.
2 ຊົ່ວໂມງຫຼັງຈາກນັ້ນ ປະຕູຂອງຍານແລະສະຖານີອະວະກາດກໍໄດ້ເປີດອອກ ແລະ ພວກນັກບິນອະວະກາດທັງ 3 ກໍໄດ້ຖືກຕ້ອນຮັບ ຈາກພວກນັກບິນອະວະກາດທີ່ປະຈຳ
ຢູ່ເທິງສະຖານີອະວະກາດນາໆຊາດ ໃນຂະນະທີ່ຍານທັງສອງບິນເຂົ້າເຊື່ອມຕໍ່ກັນຢູ່ ໃນວົງໂຄຈອນນັ້ນ.
ທ່ານ Wiseman ທ່ານ Surayev ແລະທ່ານ Gerst ຈະປະຈຳຢູ່ທີ່ສະຖານີອະວະກາດນາໆຊາດ ISS ເປັນເວລາ 6 ເດືອນ. ຜູ້ບັນຊາການຮ່ວມ ຄົນອະເມຣິກັນ ທ່ານ Steve Swanson ແລະຄົນຣັດເຊຍ ທ່ານ Oleg Artemyev ພ້ອມດ້ວຍ ທ່ານ Alexander Skvortsov ແມ່ນໄດ້ປະຈຳການຢູ່ເທິງສະຖານີອະວະກາດດັ່ງກ່າວ ນັບຕັ້ງແຕ່ເດືອນມີນາແລ້ວ ເປັນຕົ້ນມາ.