ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອີຣັກຄົນໃໝ່ ສັງໃຫ້ປ່ອຍໂຕ ພວກປະທ້ວງ ອອກຈາກຄຸກ


ພວກປະທ້ວງລັດຖະບານອີຣັກ ພາກັນຈູດຕີນລົດ ຢູ່ຕໍ່ໜ້າສິ່ງກີດ ຂວງາຂອງກຳລັງຮັກສາຄວາມປອດໄພ.
ພວກປະທ້ວງລັດຖະບານອີຣັກ ພາກັນຈູດຕີນລົດ ຢູ່ຕໍ່ໜ້າສິ່ງກີດ ຂວງາຂອງກຳລັງຮັກສາຄວາມປອດໄພ.

ສານຂອງອີຣັກໄດ້ປ່ອຍໂຕພວກປະທ້ວງຕໍ່ຕ້ານລັດຖະບານອອກຈາກຄຸກ ເພື່ອປະຕິບັດຕາມຄຳສັ່ງທີ່ສຳຄັນອັນທຳອິດ ຂອງນາຍົກລັດຖະມົນຕີ ມຸສຕາຟາ ອາລ-ຄາດຮີມີ.

ຊາວອີຣັກ ມີສິດທິຕາມລັດຖະທຳມະນູນທີ່ຈະທຳການປະທ້ວງ “ແຕ່ກໍກ່າວວ່າ ມັນຈະບໍ່ມີການກະທຳທີ່ຜິດຕໍ່ກົດໝາຍ” ນັ້ນຄືຖະແຫຼງການຂອງສະພາຍຸຕິທຳ ສູງສຸດທີ່ໄດ້ກ່າວໄວ້.

ນາຍົກລັດຖະມົນຕີຄົນໃໝ່ໄດ້ກ່າວຕໍ່ພວກນັກຂ່າວ ຫຼັງຈາກກອງປະຊຸມຄະນະ ລັດຖະບານເທື່ອທຳອິດ ໃນຕອນແລງວັນເສົາຜ່ານມານີ້ວ່າ ພວກປະທ້ວງຕ້ອງ ໄດ້ຮັບການປົກປ້ອງ ແລະ ມີພຽງແຕ່ພວກທີ່ພົວພັນ ກັບການກໍ່ຄວາມຮຸນແຮງ ຄວນທີ່ຈະຢູ່ໃນຄຸກຕໍ່ໄປ.

ທ່ານອາລ-ຄາດຮີມີ ຍັງໄດ້ເລື່ອນຕຳແໜ່ງນາຍພົນອີຣັກ ທ່ານອັບດູນ ວາຮັບ ອາລ-ຊາດີ ຂຶ້ນກຳຕຳແໜ່ງອົງການຕໍ່ຕ້ານການກໍ່ການຮ້າຍສູງສຸດຂອງປະເທດ. ນາຍພົນທ່ານນີ້ ມີການພົວພັນຢ່າງເລິກເຊິ່ງ ໃນການຕໍ່ສູ້ຕ້ານກຸ່ມລັດອິສລາມ ເວລາອະດີດນາຍົກລັດຖະມັນຕີ ອາແດນ ອັບດູນ-ມາດີ ໄດ້ປົດທ່ານອອກຈາກ ຕຳແໜ່ງຢ່າງກະທັນຫັນໃນປີກາຍນີ້. ນັ້ນໄດ້ເປັນເຫດ ພາໃຫ້ມີເຮັດໃຫ້ມີການ ປະທ້ວງຢູ່ທົ່ວປະເທດອີຣັກຕໍ່ຕ້ານໃນອັນທີ່ເບິ່ງກັນວ່າ ເປັນການສໍ້ລາດບັງຫຼວງ ແລະການບໍ່ມີຄວາມສາມາດຂອງລັດຖະບານ ໃນເດືອນຕຸລາປີກາຍນີ້.“

ກຸ່ມປົກປ້ອງສິດທິມະນຸດກ່າວວ່າ ກຳລັງຮັກສາຄວາມປອດໄພອີຣັກ ໄດ້ໃຊ້ລູກ ປືນແທ້ຍິງຍິງໃສ່ພວກປະທ້ວງ ເຮັດໃຫ້ເກືອບ 600 ຄົນໄດ້ເສຍຊີວິດກ່ອນການ ປະທ້ວງຂະໜາດໃຫຍ່ຜ່ອນເບົາລົງເພາະການແຜ່ລະບາດຂອງໄວຣັສໂຄໂຣນາ.

ເຖິງແມ່ນວ່ານາຍົກລັດຖະມົນຕີຄົນໃໝ່ໄດ້ສັ່ງໃຫ້ປ່ອຍໂຕພວກປະທ້ວງທີ່ຖືກຈັບ ແຕ່ການປະທ້ວງຄັ້ງໃໝ່ ກໍຍັງເກີດຂຶ້ນໃນນະຄອນຫຼວງແບັກແດດໃນວັນອາທິດ ວານນີ້ ໂດຍພວກທີ່ຮ້ອງ ທ່ານອາລ-ຄາດຮີມີວ່າ ເປັນການເລືອກໂດຍກຸ່ມຈັດ ຕັ້ງທາງການເມືອງ ແລະກ່າວວ່າ ຈະບໍ່ມີຫຍັງປ່ຽນແປງຢ່າງແທ້ຈິງ ຢູ່ໃນອີຣັກ.

ພວກປະທ້ວງໄດ້ພາກັນຈູດຕີນລົດຢູ່ຂົວແຫ່ງນຶ່ງ ທີ່ນຳໄປເຂດກຣີນໂຊນ ທີ່ມີ ການຍາມປ້ອງກັນຢ່າງໜາແໜ້ນບ່ອນທີ່ໂຮງການຕ່າງໆຂອງລັດຖະບານອີຣັກ ແລະຫ້ອງການຂອງສະຖານທູດຕ່າງປະເທດຕັ້ງຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG