ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງຄັ້ງໃໝ່ໃນອີຣ່ານ ໄດ້ລະເບີດຂຶ້ນຢູ່ຫຼາຍມະຫາວິທະຍາໄລ, ຢູ່ໃນພູມິພາກຂອງຊາວເຄີດ


ແຟ້ມ-ພາບທີ່ໄດ້ຖືກຖ່າຍໂດບບຸກຄົນ ທີ່ບໍ່ແມ່ນພະນັກງານຂອງອົງການກ່າວ ແລະໄດ້ຮັບຮັບການເຜີຍແຜ່ໂດຍອົງການຂ່າວ AP ນອກປະເທດອີຣ່ານນີ້, ໄດ້ເຜີຍແຜ່ໃຫ້ເຫັນບັນດານັກສຶກສາຂອງມະຫາວິທະຍາໄລເທັກໂນໂລຈີ ຊາຣີຟ, ເຂົ້າຮ່ວມການປະທ້ວງໃນນະຄອນຫຼວງເຕຫະຣ່ານ, ເມື່ອວັນທີ 7 ຕຸລາ 2022.
ແຟ້ມ-ພາບທີ່ໄດ້ຖືກຖ່າຍໂດບບຸກຄົນ ທີ່ບໍ່ແມ່ນພະນັກງານຂອງອົງການກ່າວ ແລະໄດ້ຮັບຮັບການເຜີຍແຜ່ໂດຍອົງການຂ່າວ AP ນອກປະເທດອີຣ່ານນີ້, ໄດ້ເຜີຍແຜ່ໃຫ້ເຫັນບັນດານັກສຶກສາຂອງມະຫາວິທະຍາໄລເທັກໂນໂລຈີ ຊາຣີຟ, ເຂົ້າຮ່ວມການປະທ້ວງໃນນະຄອນຫຼວງເຕຫະຣ່ານ, ເມື່ອວັນທີ 7 ຕຸລາ 2022.

ການປະທ້ວງຄັ້ງໃໝ່ໃນອີຣ່ານ ໄດ້ລະເບີດຂຶ້ນ ໃນວັນອາທິດວານນີ້ ຢູ່ໃນຫຼາຍມະຫາວິທະຍາໄລ ແລະໃນພາກຕາເວັນຕົກສຽງເໜືອ ເຊິ່ງສ່ວນ​ໃຫຍ່​ແລ້ວເປັນພື້ນທີ່ຂອງຊາວເຄີດ, ເຮັດໃຫ້ການຕໍ່ຕ້ານລະບອບຜະເດັດ ​ໃນອາທິດທີ່ 7 ຍັງຄົງດຳ​ເນີນຕໍ່ໄປ ເຖິງແມ່ນວ່າຈະຕ້ອງປະເຊີນກັບການປາບປາມ ທີ່ຮຸນແຮງກໍຕາມ.

ການປະທ້ວງດັ່ງກ່າວ ໄດ້ເລີ້ມຕົ້ນຂຶ້ນໃນກາງເດືອນກັນຍາ ເນື່ອງຈາກການເສຍຊີວິດຂອງນາງມາຊາ ອາມີນີ ລຸນຫຼັງທີ່ລາວຖືກຈັບ ໃນຂໍ້ຫາລະເມີດຕໍ່ກົດຂໍ້ບັງ ຄັບໃນການນຸ່ງຖືຂອງແມ່ຍິງ, ເຊິ່ງໄດ້ກາຍມາເປັນຄວາມທ້າທາຍອັນຍິ່ງໃຫຍ່ທີ່ສຸດສໍາລັບຜູ້ນໍາສາສະໜາ ນັບຕັ້ງແຕ່ການປະຕິວັດປີ 1979.

ບໍ່ຄືກັນກັບການປະທ້ວງໃນເດືອນພະຈິກ ປີ 2019, ພວກເຂົາເຈົ້າໄດ້ຂະຫຍາຍໄປທົ່ວທຸກຊັນຊັ້ນໃນສັງຄົມ, ມະຫາວິທະຍາໄລຕ່າງໆ, ຖະໜົນຫົນທາງຫຼາຍສາຍແມ່ນແຕ່ໂຮງຮຽນຫຼາຍບ່ອນ ໃນທົ່ວປະເທດ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ບໍ່ມີທາງທີ່ຈະຢຸດ​ເຊົາລົງ.

ກຸ່ມ​ປົກ​ປ້ອງສິດທິມະນຸດ ເຮັນກາວ (Hengaw) ຢູ່ໃນປະເທດນໍເວ ກ່າວວ່າ ກອງກໍາລັງຮັກສາຄວາມປອດໄພໄດ້ຍິງປືນໃສ່ກຸ່ມຜູ້ປະທ້ວງ ຢູ່ເມືອງມາຣີວານ ຂອງແຂວງເຄີດິສຖານ ໃນວັນອາທິດວານນີ້, ເຮັດໃຫ້ມີຜູ້ບາດເຈັບ 35 ຄົນ.

ອົງການຂ່າວຂອງຝຣັ່ງຍັງບໍ່ສາມາດຢືນຢັນກ່ຽວ​ກັບ​ການ​ບາດ​ເຈັບຈາກເຫດການດັ່ງກ່າວນີ້ ໃນທັນທີທັນໃດ.

ການ​ປະ​ທ້ວ​ງ​ຮອບ​ຫຼ້າ​ສຸດ ໄດ້​ເກີດ​ຂຶ້ນ​ຍ້ອນ​ການ​ເສຍ​ຊີ​ວິດ​ຂອງ​ນັກ​ສຶກ​ສາ​ຊາວ​ເຄີດ​ ນາ​ສ​ຣິນ ​ກາດ​ຣີ ຈາກ​ເມືອງມາ​ຣີ​ວານ ຊຶ່ງ​ອີງ​ຕາມ​ອົງ​ການ​ເຮັນ​ກາວ​ແລ້ວ ເສຍ​ຊີ​ວິດ​ໃນ​ມື້​ວັນ​ເສົາ​ຜ່ານ​ມາ ​ຫຼັງ​ຈາກ​ຖືກ​ທຸບ​ຕີ​ທີ່​ຫົວ ໂດຍ​ຕຳ​ຫຼວດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG