ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ທຣໍາ ຮ້ອງປື້ມ ທີ່ຂຽນ ອອກມາໃໝ່ ກ່ຽວກັບ ທຳນຽບຂາວ ນັ້ນວ່າ "ຕົວະຕົ້ມ"


ອະດີດນັກຂ່າວ ວໍຊິງຕັນໂພສທ໌ ທ່ານບັອບ ວູດເວີຣ໌ດ.
ອະດີດນັກຂ່າວ ວໍຊິງຕັນໂພສທ໌ ທ່ານບັອບ ວູດເວີຣ໌ດ.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້ກ່າວຢຶນຢັນວ່າ ການອ້າງ​ຄຳ​ເວົ້າ ​ແລະ​ເລື່ອ​ງລາວ​
ຕ່າງໆ ​ຢູ່ໃນ​ປື້​ມທີ່​ຂຽນ​ອອກ​ມາ​ໃໝ່ ກ່ຽວ​ກັບ​ການ​ເປັນ​ປະທານ​າທິບໍດີ​ຂອງ​ທ່ານນັ້ນ
“​ແມ່ນ​ເປັນ​ການ​ເສກ​ສັນ​ປັ້ນ​ແຕ່ງເພື່ອສໍ້ໂກງ ຕົວະ​ຕົ້ມປະຊາຊົນ.”

ຂໍ້ຄວາມ​ຈາກປື້​ມໃໝ່ ກ່ຽວ​ກັບ​ການ​ເປັນ​ປະທານາທິບໍດີ ທີ່ຂຽນ​ໂດຍ​ນັກ​ຂ່າວ​ທີ່​ມີ​ຊື່ສຽງ
ໃນການ​ຊ່ວຍເຮັດໃຫ້​ປະທານາທິບໍດີຣິເຈີຣ໌ດ ນິກສັນ ອອກ​ຈາກ​ອຳນາດ ອະທິ​ບາຍ
​ເຖິງ​ ລັດຖະບານ​ຊຸດ​ປັດຈຸບັນ​ວ່າ​ ໄດ້​ປະສົບກັບ “​ການ​ເຮັດ​ລັດຖະປະ ຫານ​ໃນການບໍ
ລິຫານ” ​ແລະ “ໂຣກປາສາດ​” ໃນລະຫວ່າງ ການບໍລິຫານງານ ໃນຊ່ວງ 19 ​ເດືອນ​
ທຳ​ອິດ.

ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ໃນການໂຄສະນາຫາສຽງຢູ່ ສູນກາງຝອດ ວັນທີ 30 ສິງຫາ 2018, ໃນເມືອງເອແວນສວິວ ລັດອິນເດຍນາ.
ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ໃນການໂຄສະນາຫາສຽງຢູ່ ສູນກາງຝອດ ວັນທີ 30 ສິງຫາ 2018, ໃນເມືອງເອແວນສວິວ ລັດອິນເດຍນາ.

ປື້ມ ທີ່ມີຊື່ວ່າ “ຄວາມ​ຢ້ານ​ກົວ: ທ່ານທຣໍາ ຢູ່ໃນ​ທຳນຽບຂາວ” ຊຶ່ງຍາວ 448 ໜ້າ ​ຂຽນ​
ໂດຍ​ທ່ານ​ບັອບ ວູດເວີຣ໌ດ ຕຽມ​ທີ່​ຈະ​ນຳ​ອອກເຜີຍ​ແຜ່ ​ໃນ​ວັນທີ 11 ​ເດືອນ​ກັນຍາຈະ​
ມາ​ເຖິງ​ນີ້ ບັນ​ລະ​ຍາຍ​ວ່່າ​ບັນດາ​ຜູ້​ຊ່ວຍໄດ້​ລັກ​ເອົາ​ເອກ​ກະສາ​ນ ອອກຈາກ​ໂຕະ ຂອງ​ປະທານາທິບໍດີ ​ແລະ​ໄດ້ເອົາ​ບາດກ້າວ​ທີ່ມີ​ຄວາມຕັ້ງ​ໃຈທີ່ ຫລີກ​ລ່ຽງ ຜູ້​ບັນຊາ​ການ​ສູງ​
ສຸດ. ມັນໄດ້ວາດ​ພາບ​ໃຫ້ເຫັນວ່າ ປະທານາທິບໍດີ​ທຣໍາ ​ເປັນ​ອັນຕະລາຍ ບໍ່​ຫົວຊາກັບ​ກິດຈະການ​ຂອງ​ໂລກ​ແລະ​ເຫັນ​ວ່າ​ທຳນຽບ ຂາວ​ຂອງ​ທ່ານ ​ບ່ໍໄດ້ປະຕິໜ້າ​ທີ່ຢ່າງເປັນ
ປົກກະຕິ ​ແລະໄດ້ຮັບຄວາມ​ເສຍ​ຫາຍ ຢ່າງຮ້າຍແຮງ ​ທີ່ເກີດຈາກ​ບັນ​ຫາ​ພາຍ​ໃນ.

ທີ່ປຶກສາທຳນຽບຂາວ ທ່ານຈອນ ແຄລລີ ກຳລັງຟັງ ປະທານາທິບໍດໍໂນລ ທຣໍາ.
ທີ່ປຶກສາທຳນຽບຂາວ ທ່ານຈອນ ແຄລລີ ກຳລັງຟັງ ປະທານາທິບໍດໍໂນລ ທຣໍາ.

​ເຖິງ​ແມ່ນ​ວ່າ ໄດ້​ມີການເປີດເຜີຍ ກ່ຽວກັບ​ເຫດການທີ່​ເກີດ​ຂຶ້ນ​ກ່ອນ​ໜ້ານີ້ ​ໂດຍ​ບັນດາ​
ນັກ​ຂ່າວ ​ແລະ​ບັນດາ​ພະນັກງານ​ທຳນຽບຂາວ ​ກ່ຽວກັບຄວາມວຸ້ນວາຍ​ຢູ່​ໃນ​ແວັ​ສວິ​ງ
ຂອງ​ທຳນຽບຂາວ ນັບ​ແຕ່​ພິທີ​ສາບານໂຕເຂົ້າ​ຮັບ​ຕຳ​ແໜ່​ງເມື່ອ​ເດືອນ​ມັງກອນ​ປີກາຍ
ຊຶ່ງ​ເລື່ອງລາວ​ຂອງ​ທ່ານ​ວູດເວີຣ໌ດໄດ້​ວາດ​ພາບ​ໃຫ້​ເຫັນເຖິງ​ການ​ລົບ​ກວນຫຼາຍ​ໄປ
ກວ່ານັ້ນຢູ່​ລັດຖະບານດັ່ງກ່າວ.

ປະທານາທິບໍດີ​ທຣໍາ ​ທີ່​ສົ່ງ​ຂໍ້ຄວາມ​ທາງ​ທະວິ​ດເຕີ​ໃນ​ຕອນ​ແລງວັນ​ອັງຄານວານ​ນີ້ຍັງ
​ໄດ້ຕັ້ງຄຳ​ຖາມ​ວ່າ ທ່ານວູດເວີຣ໌ດ ​ເປັນ​ຜູ້​ເຮັດວຽກລັບ ​ໃຫ້ແກ່​ພັກ​ເດ​ໂມ​ແຄຣັດ ຊຶ່ງເປັນພັກຝ່າຍຄ້ານ.

ປື້ມທີ່ມີຊື່ວ່າ "ຄວາມຢ້ານກົວ" ຈາກບໍລິສັດ ພິມເຜີຍແຜ່ ຊາຍມອນ ແລະ ຊັສເຕີ ໂດຍ ທ່ານບັອບ ວູດເວີຣ໌ດ .
ປື້ມທີ່ມີຊື່ວ່າ "ຄວາມຢ້ານກົວ" ຈາກບໍລິສັດ ພິມເຜີຍແຜ່ ຊາຍມອນ ແລະ ຊັສເຕີ ໂດຍ ທ່ານບັອບ ວູດເວີຣ໌ດ .

ຂໍ້ຄວາມ​ເຫຼົ່ານີ້ ແມ່ນຮວມ​ຢູ່​ໃນ​ເລື່ອງລາວ
​ໃນ​ວັນ​ອັງຄານວານນີ້ຈາກລາຍງານ​ຂ່າວ
ຂອງCNN ແລະ​ໜັງສື​ພິມ​ວໍ​ຊິງ​ຕັນ​ໂພສທ໌.

ປື້​ມດັ່ງ​ກ່າວ​ໄດ້ອ້າງ​ຄຳ​ເວົ້າຂອງທີ່​ປຶກສາ​ທຳນຽບຂາວ ທ່ານ​ຈອນ ​ແຄລລີ ອະທິບາຍ​
ເຖິງ​ປະທານາທິບໍດີ​ວ່າ “ຈິດໃຈບໍ່​ປົກກະຕິ.”

ຍັງ​ມີການອ້າງ ຄຳເວົ້າຂອງທ່ານ​ແຄລລີ ທີ່ກ່າວ​ ຢູ່ໃ​ນກອງ​ປະຊຸມ​ພະນັກງານວ່າ ​ເພາວ່າ​ປະທານາທິບໍດີ ​“ເປັນ​ບ້າ“ ຈຶ່ງບໍ່​ມີ​ຄວາມ​ໝາ​ຍຫຍັງ​ໝົດທີ່​ພະຍາຍາມ​ຈະຊັກ​ຊວນໃຫ້ທ່ານ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ. ທ່ານ​ໄດ້​ໜີ​
ອອກ​ຈາກ​ເສັ້ນທາງ. ພວກ​ເຮົາ​ພາກັນຢູ່ໃນ​
ເມືອງ​ຜີບ້າ”

ມີການອ້າງຄຳເວົ້າຂອງນາຍ​ພົນເບ້ຍບໍາ
ນານທະຫານ​ມາຣິນ ຜູ້​ທີ່​ມີລາຍ​ງານ​ວ່າ​ມີ
ຄວາມ​ຫງຸດຫງິດກັບ​ໜ້າ​ທີ່​ການຂອງ​ທ່ານ”
​ໃນ​ປັດຈຸບັນແລະ​ນາຍ​ທີ່ໄດ້ເຮັດ​ເປັນ​ຂ່າວ ​

ໃນໄລຍະ​ຜ່ານ​ມາ ທີ່ກ່າວໃນ​ເວລາ​ຫຼັງຈາກນັ້ນ​ວ່າ “ຂ້າພະເຈົ້າບໍ່ຮູ້ເລີຍວ່າ ເປັນຫຍັງ
ພວກເຮົາພາກັນຢູ່ນີ້. ນີ້ແມ່ນ ວຽກການຂີ້ຮ້າຍສຸດ ທີ່ຂ້າພະເຈົ້າເຄີຍ ໄດ້ເຮັດມາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG