ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາຍຄົນທີ 4 ຖືກຟ້ອງ ໃນຂໍ້ຫາ ວາງແຜນ ກໍ່ການຮ້າຍ ຢູ່ New York


Three Brooklyn Men Charged With Conspiracy to Support IS Group
please wait

No media source currently available

0:00 0:02:42 0:00

ເບິ່ງວີດີໂອ ລາຍງານນີ້

ຊາຍ​ຄົນ​ຜູ້​ທີ 4 ຢູ່​ໃນ​ New York City ​ແມ່ນ​ກຳລັງ​ປະ​ເຊີນ​ໜ້າ​
ກັບ​ຂໍ້​ກ່າວ​ຫາ ທີ່​ໄດ້ມີການ​ປະກາດໄປ​ແລ້ວກ່ຽວກັບ​ແຜນການ​
ທີ່​ຈະ​ສະໜອງ​ ການ​ສະໜັບ​ສະ​ໜຸນ ທາງ​ວັດຖຸ ​ໃຫ້​ແກ່​ພວກ​
ຫົວ​ຮຸນ​ແຮງ​ລັດ​ອິສລາມ.

​ບັນດາເຈົ້າໜ້າ​ທີ່ ລັດຖະບານ​ກາງ ​ແລະ ທ້ອງ​ຖິ່ນ ​ໄດ້ປະກາດ
​ໃນ​ວັນ​ຈັນ​ມື້ວານ​ນີ້ ວ່າ ທ້າວ Dilkhayot Kasimov ອາຍຸ 26 ປີ
​ໄດ້​ຖືກ​ ຟ້ອງ​ໂດຍ​ຄະນະ​ຕຸລາການ ພ້ອມ​ກັນ​ກັບ ຊາຍ​ອີກ 3 ຄົນ
ພວກ​ກ່ຽວ ​ໄດ້​ຖືກ​ຈັບ​ກຸ່ມ​ຕັ້ງ​ແຕ່​ເດືອນ​ກຸມພາຜ່ານ​ມາ.
ທ້າວ Kasimov ຖືກ​ກ່າວ​ຫາ​ວ່າ ທຳ​ງານ​ກັບ​ຊາຍ​ອີກຄົນ​ນຶ່ງ ຊື່ວ່າ
Abror Habibov ​ເພື່ອ​ລະດົມ​ທຶນ 1,600 ດອນ​ລາ ​ເພື່ອ​ຊ່ວຍ
​ເຫຼືອຊາຍຜູ້​ຄົນທີ 3 ຄື ທ້າວ Akhror Saidakhmetov ໃນ​ການ​ເດີນທາງ​ໄປ​ຊີ​ເຣຍ ​
ເພື່ອ​ທີ່​ຈະ​ເຂົ້າຮ່ວມ​ກັບ ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ. ສຳ​ນວນ​ເອກະສານ​ຂອງ​ສານ
ກ່າວ​ວ່າ ທ້າວ Saidakhmetov ​ໄດ້​ຖືກ​ຈັບ​ກຸມ​ຢູ່​ທີ່ສະໜາມ​ບິນ John F. Kennedy ​
ໃນ​ຂະນະ​ທີ່​ຜູ້ກ່ຽວ​ກຳລັງ​ພະຍາຍາມ ຈະ​ຂຶ້ນເຮືອບິນ​ໄປ​ຍັງ ນະຄອນ Istanbul ປະ​ເທດ
ເທີ​ກີ.

ບັນດາ​ໄອ​ຍະ​ການ ຍັງ​ກ່າວ​ອີກ​ວ່າ ການ​ສືບສວນ​ສອບ​ສວນເພີ້ມຕື່ມ ​ໄດ້​ເປີດ​ເຜີຍ​ວ່າ
ຂໍ້ຄວາມ​ທາງ​ອີ​ເລັກ​ໂທຣນິກຕ່າງໆ​ ຈາກ​ທ້າວ Kasimov ນັ້ນ ​ໄດ້​ຊຸກຍູ້​ໃຫ້​ຊາຍ​ຄົນ​ອື່ນໆ ​
ເຂົ້າຮ່ວມ ​ໃນ​ການ “ກໍ່​ການ​ຮ້າຍສົງຄາມ​ສັກສິດ​ທາງສາສະໜາ.” ລາວ​ກຳລັງ​ປະ​ເຊີນ
​ໜ້າ​ກັບໂທດ​ຈຳ​ຄຸກ​ລວມທັງ​ໝົດ ເຖິງ 30 ປີ ຖ້າ​ຖືກຕັດສິນ​ວ່າ​ຜິດ. ຜູ້ກ່ຽວ ມີ​ກຳນົດ ຈະໄປ​
ປາກົດໂຕ​ຢູ່​ສານ​ເປັນຄັ້ງທຳ​ອິດ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້.

XS
SM
MD
LG