ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ. ແຊນ​ເດີ​ສ໌ ຊະ​ນະ​ ທ. ບູ​ຕີ​ເຈ​ຈ ແບບ​ຫວຸດ​​ຫວິດ ຢູ່​ໃນການ​ເລືອກ​ຕັ້ງ ​ຂັ້ນ​ຕົ້ນ​ ໃນ​ລັດ​ນິວ​ແຮມ​ເຊີ


ທ່ານ​ເບີ​ນີ ແຊນ​ເດີ​ສ໌, ສະ​ມາ​ຊິກ​ສະ​ພາ​ສູງຂອງ​ລັດ​ເວີ​ມັນ​ທ໌ ທີ່ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໂອ້​ລົມ​ກັບ​ຜູ້​ສ​ໜັບ​ສະ​ນ​ທ່ານ​ ຢູ່​ໃນ​ລັດ​ນິວ​ແຮມ​ເຊີ ໃນ​ວັນທີ 11 ກຸມ​ພາ 2020
ທ່ານ​ເບີ​ນີ ແຊນ​ເດີ​ສ໌, ສະ​ມາ​ຊິກ​ສະ​ພາ​ສູງຂອງ​ລັດ​ເວີ​ມັນ​ທ໌ ທີ່ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໂອ້​ລົມ​ກັບ​ຜູ້​ສ​ໜັບ​ສະ​ນ​ທ່ານ​ ຢູ່​ໃນ​ລັດ​ນິວ​ແຮມ​ເຊີ ໃນ​ວັນທີ 11 ກຸມ​ພາ 2020

ທ່ານ​ເບີ​ນີ ແຊນ​ເດີ​ສ໌, ສະ​ມາ​ຊິກ​ສະ​ພາ​ສູງຂອງ​ລັດ​ເວີ​ມັນ​ທ໌ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ໃນ​ລັດ​ນິວ​ແຮມ​ເຊີ ໃນ​ວັນ​ອັງ​ຄານວານນີ້ ຊຶ່​ງ​ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ພາບ​ຂອງ​ທ່ານ​ໃນ​ການ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ຂອງ​ພັກ​ເດ​ໂມ​ແຄ​ຣັ​ດເພື່ອ​ລົງ​ສະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ຖືກ​ຍົກ​ສູງ​ຂຶ້ນ. ຜູ້​ທີ່​ໄດ້​ທີ​ສອງ​ຊຶ່ງ​ມີ​ຄະ​ແນນ​ໃກ້​ຄຽງ​ກັນ​ນັ້ນ ​ກໍ​ໄດ້ແກ່ອະ​ດີດ​ເຈົ້າ​ເມືອງ​ປີ​ເຕີ ບູ​ຕີ​ເຈ​ຈ (Peter Buttigieg) ຂອງເມືອງເຊົ້າ​ເບັນ (South Bend)​ ໃນ​ລັດ​ອິນ​ເດຍ​ນາ. ຕິດ​ຕາມ​ດ້ວຍທ່ານ​ນາງເອມ​ມີ ໂຄ​ລ​ບູຈາ Amy Klobuchar ສະ​ມາ​ຊິກ​ສະ​ພາ​ສູງຂອງ​ລັດ​ມິນ​ເນ​ໂຊ​ຕາ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ຕົກ​ຕະ​ລຶງ ​ທີ່​ເຫັນ​ວ່າ ທ່ານ​ໄດ້​ເປັນ​ທີ​ສາມ​ຢ່າງ​ມີ​ຄວາມ​ເຂັ້ມ​ແຂງ, ຊຶ່ງ​ເຮັດ​ໃຫ້​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານນາງ​ໄດ້​ຮັບ​ພະ​ລັງ​ກັບ​ຄືນ​ມາ​ອີກ. Jim Malone, ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ, ມີ​ລາຍງານ​ເພີ້ມ​ເຕີມ​ ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ ໃນ​ລັດ​ນິວ​ແຮມ​ເຊີ ​ຈາກ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ຊຶ່ງ​ບົວ​ສະ​ຫັວນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ ​ຕໍ່​ໄປ.

ທ່ານ​ເບີ​ນີ ແຊນ​ເດີ​ສ໌, ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂ​ງ​ຂັນ​ຈາກພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັ​ດ ທີ່​ມີ​ຫົວ​ກ້າວ​ໜ້າ ແລະ​ບັນ​ດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ ​ທີ່​ໜຸ່ມກວ່າ ໃຫ້​ພຸ້ງຕົວ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ໃນ​ຕອນ​ຈົບລົງ​ຂອງການເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ໃນ​ລັດ​ນິວ​ແຮມ​ເຊີ.

ສະ​ມາ​ຊິກ​ສະ​ພາ​ສູງເບີ​ນີ ແຊນ​ເດີ​ສ໌, ຜູ້​ລົງ​ສະ​ໝັກ​ຈາກ​ພັກ​ເດ​ໂມ​ແຄ​ຣັ​ດກ່າວ​ວ່າ:
"ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ພວກ​ເຮົາ​ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການເອົາ​ຊະ​ນະ​ທ່ານ ທ​ຣຳ ​ໃຫ້​ໄດ້​ເທົ່າ​ນັ້ນ. ມັນ​ເປັນ​ການ​ປ່ຽນ​ແປງ​ປະ​ເທດນີ້​ໂດຍ​ທັງ​ໝົດ. ມັນ​ເປັນ​ຄວາມ​ກ້າ​ຫານ ​ທີ່​ຈະ​ເອົາ​ມາ​ຕະ​ການ​ຕໍ່ຕະ​ຫລາດ​ຮຸ້ນ​ວອ​ລ ສທ​ຣິດ​ທ໌ (Wall Street), ຕໍ່ບັນ​ດາ​ບໍ​ລິ​ສັດ​ປະ​ກັນ​ໄພ, ຕໍ່ອຸດ​ສາ​ຫະ​ກຳ​ເຊື້ອ​ເພີງທີ່ເຮັດຈາກຊາກ​ພືດ ຊາກ​ສັດ ແລະ ຍ່ານ​ການ​ຄ້າ​ອຸດ​ສາ​ຫະ​ກຳ​ດ້ານ​ການ​ທະ​ຫານ.”

ອະ​ດີດ​ເຈົ້າ​ເມືອງ​ປີ​ເຕີ ບູ​ຕີ​ເຈ​ຈ (Peter Buttigieg) ໄດ້ເປັນ​ທີ​ສອງຊຶ່ງ​ມີ​ຄະ​ແນນໃກ້​ຄຽງ​ກັນ ​ຢູ່​ໃນ​ລັດ​ນິວ​ແຮມ​ເຊີ ພາຍ​ຫລັງ​ທີ່​ໄດ້​ເປັນ​ທີ​ນຶ່ງ​ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ພັກ ​ຢູ່​ໃນ​ລັດ​ໄອ​ໂອ​ວາ​ໃນ​ອາ​ທິດແລ້ວນີ້.

ທ່ານບູ​ຕີ​ເຈ​ຈ (Buttigieg) ໃຫ້​ສັນ​ຍາ​ວ່າ​ຈະ​ເຕົ້າ​ໂຮມ​ເອົາ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັ​ດໃຫ້ເຂົ້າມາ​ຫາ​ກັນ.

​ປີ​ເຕີ ບູ​ຕີ​ເຈ​ຈ (Peter Buttigieg), ຜູ້​ລົງ​ສະ​ໝັກ​ຈາກ​ພັກ​ເດ​ໂມ​ແຄ​ຣັ​ດອີກ​ທ່ານ​ນຶ່ງກ່າວ​ວ່າ:
"ພວກ​ເຮົາ​ໄດ້​ຖືກ​ບາງຄົນ​ບອກເຮົາວ່າ ​ເຈົ້າຕ້ອງ​ເລືອກ​ທີ່​ຈະສະ​ໜັບ​ສະ​ໜຸນ​ການ​ປະ​ຕິ​ວັດ ຫລື ບໍ່ກໍສະ​ໜັບ​ສະ​ໜຸນຮັກ​ສາສະ​ພາບ​ການ​ປັດ​ຈຸ​ບັນ​ໄວ້. ຄົນ​ອາ​ເມ​ຣິ​ກັນ​ສ່ວນ​ໃຫຍ່​ແລ້ວ ບໍ່ເຫັນ​ວ່າ​ຕົນ​ເອງເໝາະ ​ຢູ່​ໃນວິ​ໄສ​ທັດ​ທີ່​ແບ່ງ​ແຍກ​ກັນ​ແບບນັ້ນ. ແລະ​ພວກ​ເຮົາຈະ​ບໍ່​ສາ​ມາດ​ທີ່​ຈະ​ເອົາ​ຊະ​ນະ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ຄວາມເດັດ​ດ່ຽວ​ທີ່ສຸດ ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ອາ​ເມ​ຣິ​ກາ ໃນ​ການ​ທຳ​ລາຍ​ຄົນ​ບໍ່​ວ່າ​ ຈະ​ເປັນ​ໃຜ​ກໍ​ຕາມທີ່ບໍ່​ເຫັນ​ດີ​ກັບ​ພວກ​ເຮົາ 100 ເປີ​ເຊັນ​ ໃນ​ທຸກ​ຄັ້ງ."

ບາງ​ທີ ເລື້ອງ​ທີ່​ເຮັດ​ໃຫ້​ຕົກ​ຕະ​ລຶງຢູ່​ໃນ​ຄ່ຳ​ຄືນນັ້ນ ກໍ​ຄືການ​ຄວ້າ​ເອົາ​ທີ​ສາມ​ຢ່າງ​ມີ​ຄວາມ​ເຂັ້ມ​ແຂງໃນ​ຕອນ​ຈົບ​ການ​ແຂ່ງ​ຂັນຂອງທ່ານ​ນາງເອມ​ມີ ໂຄ​ລ​ບູຈາ Amy Klobuchar ສະ​ມາ​ຊິກ​ສະ​ພາ​ສູງຂອງ​ລັດ​ມິນ​ເນ​ໂຊ​ຕາ.

ທ່ານ​ນາງໂຄ​ລ​ບູຈາ (Klobuchar) ​ເຮັດ​ໃຫ້ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ນາງ​ໄດ້​ຮັບ​ພະ​ລັງ​ກັບ​ຄືນ​ມາ​ອີກ ໂດຍ​ມີ​ການ​ສະ​ໜັບ​ສະ​ໜຸນ​ພຸ້ງ​ສູງ​ຂຶ້ນ​ໃນ​ຕອນ​ທ້າຍ​ຈາກ​ພວກ​ປ່ອນ​ບັດ​ທີ່​ມີ​ຫົວ​ນິ​ຍົມ​ສາ​ຍ​ກາງ ແລະ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ​ຢູ່​ໃນ​ການ​ໂຕ້​ວາ​ທີ ​ຢູ່​ໃນ​ແລງວັນ​ສຸກ​ແລ້ວນີ້.

ທ່ານ​ນາງເອມ​ມີ ໂຄ​ລ​ບູຈາ Amy Klobuchar ຜູ້​ລົງ​ສະ​ໝັກ​ຈາກ​ພັກ​ເດ​ໂມ​ແຄ​ຣັ​ດອີກ​ຄົນ​ນຶ່ງກ່າວ​ວ່າ:
"ຄວາມ​ຝັນ​ຮ້າຍທີ່​ສຸດ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກໍ​ຄື​ການ​ມີປະ​ຊາ​ຊົນ​ທີ່​ຢູ່​ໃນ​ສາຍ​ກາງ, ປະ​ຊາ​ຊົນ​ທີ່​ອີ່​ມ​ຕໍ່​ການ​ໄດ້​ຍິນ​ສຽງ​ດ່າ​ຄົນແລະການ​ໃສ່​ຮ້າຍ​ປ້າຍ ​ສີ​ແລ້ວ, ການ​ມີ​ຜູ້​ໃດ​ຜູ້​ນຶ່ງທີ່​ໃຫ້​ຄົນ​ໄປປ່ອນ​ບັດເອົາໃນ​ເດືອນ​ພະ​ຈິກນີ້!”

ການ​ໄດ້​ເປັນ​ທີ​ສາມ​ໃນ​ຕອນ​ຈົບ​ການ​ແຂ່ງ​ຂັນ​ລົງ​ຂອງທ່ານ​ນາງໂຄ​ລ​ບູຈາ (Klobuchar) ແມ່ນ​ມີ​ຂຶ້ນ​ໂດຍການ​ເຮັດ​ໃຫ້ສະ​ມາ​ຊິກ​ສະ​ພາ​ສູງຂອງ​ລັດແມັສ​ຊາ​ຈູ​ແຊັ​ສ, ທ່ານ​ນາງ ເອ​ລີ​ຊາ​ເບັດ ວໍ​ເຣນ ແລະ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ຮັບ​ຄວາມ​ເສຍໄຊ.

ການສະ​ແດງ​ໃຫ້​ເຫັນ​ວ່າ​ຢູ່​ໃນ​ອັນ​ດັບ​ທີ 5 ຂອງ​ທ່ານ ໄບ​ເດັນໄດ້​ເຮັດໃຫ້​ຄວາມ​ຫວັງ​ທີ່​ຈະ​ໄດ້ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ຫັບ​ຫາຍ​ໄປ ເຖິງ​ແມ່ນ​ວ່າ ທ່ານ​ຈະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສູ້ ຢູ່​ໃນ​ຕອນ​ທີ່​ທ່ານ​ເວົ້າ​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ ຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ນັ້ນກໍ​ຕາມ.

ທ່ານ​ກ່າວ​ດັ່ງ​ນີ້:
"ສະ​ນັ້ນ ເມື່ອ​ພວກ​ທ່ານ​ໄດ້​ຍິນ​ພວກບັນ​ດິດ ແລະ​ນັກ​ຊ່ຽວ​ຊານ​ທັງ​ຫລາຍ​ທັງ​ປວງ​ເຫລົ່າ​ນີ້​ເວົ້າ​ກ່ຽວ​ກັບ​ການ​ແຂ່ງ​ຂັນ, ຈົ່ງ​ບອກ​ເຂົາ​ເຈົ້າ​ໂລດ. ມັນ​ຍັງບໍ່​ທັນ​ຈົ​ບ ລົງ​ເທື່ອ​ເດີ້. ພວກ​ເຮົາ​ຫາກໍ່​ເລີ້ມຕົ້ນ​ຂຶ້ນ!"

ທ່ານ​ນາງ ວໍ​ເຣນ ກໍ​ໃຫ້​ສັນ​ຍາ​ວ່າ​ຈະ​ສືບ​ຕໍ່​ສູ້.

ທ່ານ​ນາງວໍ​ເຣນ​ກ່າວ​ດັ່ງ​ນີ້:
"ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ພວກ​ເຮົາ​ແມ່ນ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ເອົາ​ຊະ​ນະ​ທ່ານ ດໍ​ໂນ​ລ ທ​ຣຳ​ໃນ​ເດືອນ​ພະ​ຈິກ ເພາະ​ວ່າ​ພວກ​ເຮົາ​ສາ​ມາດ​ເຮັດ​ໃຫ້ ພັກ​ຂອງ​ພວກ​ເຮົາ​ສາ​ມັກ​ຄີ​ກັນໄດ້.”

ບັນ​ດາ​ພວກ​ປ່ອນ​ບັດ​ຢູ່​ໃນ​ລັດ​ນິວ​ແຮມ​ເຊີ ຫລາຍ​ຄົນ ເວົ້າ​ວ່າ ພວກ​ເຂົາ​ເຈົ້າ ຊອກ​ຫາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ ເພື່ອ​ຈະ​ເອົາ​ຊະ​ນະ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ໃນ​ເດືອນ​ພະ​ຈິກ​ນີ້.

ນາງ ທີ​ນາ ອອ​ລ​ຊັນ (Tina Olson) ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ເບີ​ນີ ແຊນ​ເດີ​ສ໌ ເວົ້າ​ວ່າ:
"ເອີ່, ຂ້ອຍ​ປ່ອນ​ບັດ​ຕາມ​ຄວາມ​ຮູ້​ສຶກ​ຂອງ​ຂ້ອຍ​, ເຈົ້າ​ຮູ້ບໍ່. ຂ້ອຍ​ເຊື່ອ​ໃນ​ການ​ເຮັດ​ໃຫ້​ມີການ​ປິ່ນ​ປົວ​ຮັກ​ສາ​ສຸ​ຂະ​ພາບ​ສຳ​ລັບ​ທຸກ​ຄົ​ນ (ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ລັດ​ຖະ​ບານ) ຫລາຍກວ່າ​ສິ່ງ​ໃດ​ໝົດ. ພວກ​ເຮົາ​ເປັນ​ປະ​ເທດ​ທີ່​ມີ​ການ​ພັດ​ທະ​ນາ​ແລ້ວ​ປະ​ເທດ​ດຽ​ວ​ເທົ່າ​ນັ້ນ​ທີ່ບໍ່​ມີ​ອັນ​ນີ້.”

ນາງ ລິ​ສ-ແອນ ແພ​ລດ (Liz-Anne Platt) ທີ່​ປ່ອນ​ເອົາ​ທ່ານ​ນາງ ໂຄ​ລ​ບູ​ຈາ​ບອກວ່າ:
"ແຕ່​ວ່າ ເວົ້າແທ້ໆ ຜູ້​ໃດ​ກໍຕາມ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ພັກ, ຂ້ອຍ​ໝາຍ​ຄວາມ​ວ່າ ຜູ້​ໃດ​ກໍ​ຢ່າ ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ຂ້ອຍ​ກໍ​ຈະ​ປ່ອນ​ບັດ​ເອົາ​ເຂົາ​ເຈົ້າ​ໂລດ."

ທັງນັກ​ທຸ​ລະ​ກິດ ແອນດ​ຣູ ຢາງ (Andrew Yang) ແລະ​ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ລັດ ໂຄ​ໂລ​ຣາ​ໂດ, ທ່ານ ໄມ​ໂຄ​ລ ເບັນ​ເນັດ (Michael Bennet) ​ໄດ້​ງົດ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ຕົນ​ໄວ້ ຫລັງ​ຈາກ​ເຫັນ​ວ່າ​ຕົນ​ເອງບໍ່ເຫັນ​ວ່າ​ມີ​ຄົນ​ສະ​ໜັບ​ສະ​ໜຸນ​ຫລາຍ​ຢູ່​ໃນ​ລັດ​ນິວ​ແຮມ​ເຊີ.

ການ​ແຂ່ງ​ຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ຍັງ​ມີ​ຄົນ​ເຂົ້າ​ຮ່ວມ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ​ຢູ່ນັ້ນ ດຽວນີ້ ໄດ້​ເຄື່ອນ​ໄປ​ຫາ​ລັດ​ເນ​ວາ​ດາ ແລະ​ຄາ​ໂຣ​ໄລ​ນາ​ໃຕ້ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນເວ​ລາຕໍ່​ໄປ ໃນ​ເດືອນນີ້.

​ເບິ່ງວີ​ໂອ​ເອ​ກ່ຽວ​ກັບ​ລາຍ​ງານນີ້​ເປັນ​ພາ​ສາອ​ັງ​ກິດ

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

Vermont Senator Bernie Sanders claimed victory in the New Hampshire primary Tuesday, lifting him to front runner status for the Democratic Party's presidential nomination. Close behind in second place was former South Bend, Indiana, mayor Pete Buttigieg followed by Minnesota Senator Amy Klobuchar who surprised many with a strong third place showing, re-energizing her campaign. VOA National correspondent Jim Malone has more on the New Hampshire results from Washington.

Bernie Sanders rode strong support from progressive Democrats and younger voters to a top finish in New Hampshire.

Sen. Bernie Sanders, Democratic Candidate:
"Our campaign is not just about beating Trump. It is about transforming this country. It is about having the courage to take on Wall Street, the insurance companies, the drug companies, the fossil fuel industry and the military industrial complex."

Former mayor Pete Buttigieg was a close second place in New Hampshire after finishing first in delegates in Iowa last week.

Buttigieg vowed to bring Democrats together.

Pete Buttigieg, Democratic Candidate:
"We have been told by some that you are either for revolution or you are for the status quo. Most Americans don't see where they fit in in that polarized vision. And we can't defeat the most divisive president in modern American history by tearing down anybody who does not agree with us 100 percent of the time."

Perhaps the surprise of the night was the strong third place finish of Minnesota Senator Amy Klobuchar.

Klobuchar recharged her campaign with a late surge of support from moderate voters and a strong showing in last Friday's debate.

Sen. Amy Klobuchar, Democratic Candidate:
"Donald Trump's worst nightmare is that the people in the middle, the people who have had enough of the name-calling and the mudslinging, have someone to vote for in November!"

Klobuchar's top-three finish came at the expense of Massachusetts Senator Elizabeth Warren and former vice president Joe Biden.

Biden's fifth placing showing was a blow to his presidential hopes, though he vowed to fight on when he spoke to supporters in South Carolina.

Joe Biden, Democratic Candidate:
"So when you hear all these pundits and expert talkers talking about the race, tell them. It is not over yet man. We are just getting started!"

Warren also vowed to continue.

Sen. Elizabeth Warren, Democratic Candidate:
"Our campaign is best positioned to beat Donald Trump in November because we can unite our party."

Many New Hampshire voters said they were looking for the strongest candidate to take on President Trump in November.

Tina Olson supported Bernie Sanders.

Tina Olson, Sanders Voter:
"Yeah, I went with my heart, you know. I believe in Medicare for all (government health care) more than anything. We are the only developed country that doesn't have it."

Liz-Anne Platt voted for Amy Klobuchar.

Liz-Anne Platt, Klobuchar Voter:
"But to be honest, whoever gets the nomination, I mean, whoever gets the nomination, I will be voting for them."

Businessman Andrew Yang and Colorado Senator Michael Bennet both suspended their campaigns after poor showings in New Hampshire.

The still crowded Democratic race now moves on to Nevada and South Carolina for contests later this month.

XS
SM
MD
LG