ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະ​ພາ​ສູງ ສ​ຫລ ​​ທີ່ນຳ​ພາ​ໂດຍ ພັກ​ຣີ​ພັບ​ບ​ລິ​ກັນ ໄດ້​ປະ​ເສດ ຂໍ້​ສະເໜີ​ ເພື່ອ​ກະ​ຕຸກ​ຊຸກຍູ້​ເສດ​ຖະກິດ​ສີ​ຂຽວ


ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ​ອາ​ເລັກ​ຊານ​ເດ​ຣຍ ໂອ​ກາ​ຊິໂອ-ກໍ​​ເຕ​ສ ທີ່ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ ແລະສະ​ມາ​ຊິກ​ສະ​ພາ​ສູງ ທ່າ​ນ​ເອດ ມາ​ຣ​ກີ ​ທີ່ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ​ອາ​ເລັກ​ຊານ​ເດ​ຣຍ ໂອ​ກາ​ຊິໂອ-ກໍ​​ເຕ​ສ ທີ່ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ ແລະສະ​ມາ​ຊິກ​ສະ​ພາ​ສູງ ທ່າ​ນ​ເອດ ມາ​ຣ​ກີ ​ທີ່ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ.

ສະ​ພາ​ສູງ ທີ່​ນຳ​ພາ​ໂດຍພັກ​ຣີ​ພັບ​ບ​ລິ​ກັນ ໃນ​ຄືນ​ວັນ​ອັງ​ຄານ​ວານ​ນີ້ ໄດ້​ລົງ​ຄະ​ແນນ​
ສຽງ​ຄັດ​ຄ້ານຕໍ່ການ​ພິ​ຈາ​ລະ​ນາ​ກ່ຽວ​ກັບຂໍ້​ສະ​ເໜີ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະກິດ​ສີ​ຂຽວ
ຫຼື New Green Deal ຂອງ​ພັກເດ​ໂມ​ແຄ​ຣັດ ທີ່ເວົ້​າເຖິງ​ແຜນ​ການ ອັນກະ​ຕື​ລື​ລົ້ນຈະ​
ເຮັດ​ໃຫ້​ສະ​ຫະ​ລັດຢຸດ​ເຊົາ​ການ​ໃຊ້​ເຊື້ອ​ໄຟ ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ ທີ່​ພາ​ໃຫ້​ດິນ
​ຟ້າ​ອາ​ກາດປ່ຽນ​ແປງນັ້ນ.

ການ​ລົງ​ຄະ​ແນນ​ສຽງ​ແມ່ນ 57 ຕໍ່​ 0 ຄັດ​ຄ້ານ​ຂໍ້​ສະ​ເໜີກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດສີ​ຂຽວ.
ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ​ສີ່​ສິບ​ສາ​ມ​ຄົນ​ ມີ​ພຽງ​ແຕ່​ກ່າວ​ວ່າ “ຢູ່” ເວ​ລາ​ຊື່​ເຂົາ​ເຈົ້າ
ໄດ້​ຮ້ອງ ​ໂດຍປະ​ຕິ​ເສດບໍ່​ຍອມ​ເຂົ້າ​ຮ່​ວມໃນ​ອັນ​ທີ່​ເຂົາ​ເຈົ້​າ​ຮ້ອງວ່າ ເປັນ​ການລົງ​ຄະ
​ແນນ​ຫຼອກ​ລວງແລະ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈຂອງຣີ​ພັບ​ບລິ​ກັນ.

​ຂໍ້​ສະ​ເໜີ​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ​ສີ​ຂຽວ ແມ່ນ​ຂໍ້​ສະ​ເໜີ​ທີ່​ບໍ່​ມີ​ຜົນ​ບັ​ງ​ຄັບ​ເພື່ອ​ຫັນ​ປ່ຽນ​
ສະ​ຫະ​ລັດ ຈາ​ກການ​ໃຊ້​ນໍ້​າ​ມັນ ແກັ​ສ​ທຳ​ມະ​ຊາດແລະ​ຖ່ານ​ຫີນໄປສູ່ການ​ນຳ​ໃຊ້
​ແຫຼ່ງ​ພະ​ລັງ​ງາ​ນທາງ​ເລືອກ ຮວ​ມ​ທັງ​ລົມ ແລະ​ພະ​ລັງ​ງານ​ແສງຕາ​ເວັນ.

ຜູ້​ນໍ​າ​ສຽງ​ສ່ວນ​ຫຼາຍ​ສະ​ພາ​ສູງ ທ່ານ​ມິ​ຕ​ຈ໌ ແມັກ​ຄອນ​ແນ​ລ ຮ້ອງ​ຂໍ້​ສະ​ເໜີນີ້ວ່າ “ຫົວ​
ຮຸນ​ແຮງ ແຕ່​ເທິງ​ລົງ​ລຸ່ມ ສ້າງ​ສັງ​ຄົມ​ນິ​ຍົມ​ໃຫ້​ແກ່​ເສດ​ຖະ​ກິດ​ສະ​ຫະ​ລັດ​ທັງ​ໝົດ” ​
ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ​ຈະ​ເຮັດ​ໃຫ້​ເສຍ​ວຽກ​ການ​ຫຼາຍ​ລ້ານ​ວຽກ ແລະ​ເຮັດ​ໃຫ້​ລາ​ຄາ​
ພະ​ລັງ​ງານ​ແພງ​ຂຶ້ນ​.

ສະ​ມ​າ​ຊິກ​ຄົນ​ອື່ນໆ​ຂອງ​ພັກ​ຣີ​ພັບ​ບຣິ​ກັນ​ຮ້ອງວ່າ “​ໜ້າ​ຢາກ​ຫົວ.” ສະ​ມາ​ຊິກ​ສະ​ພາ
​ສູງ ທ່ານ​ໄມ​ຄ໌ ລີ ໄດ້​ໃຊ້​ຮູບ​ແຕ້ມໄດ​ໂນ​ຊໍ ແລະ​ຮູບ​ກາ​ຕູນ​ທີ່ບອກ​ເຖິງ​ລັກ​ະ​ນະ
Aquaman ຂີ່ປາ​ມ້າ​ນ້ຳ​ເພື່ອ​ຮັກ​ສາ​ຂໍ້ສະ​ເໜີສີ​ຂຽວ ດ້ວຍ​ອັນ​ທີ່​ທ່ານ​ຮ້ອງແບບເຍະ
​ເຍີ້ຍ​ວ່າ “ຄວາມເຄັ່ງ​ຂືມ​ທີ່ສົມ​ຄວນໄດ້​ຮັບ.”

ສະ​ມາ​ຊິກພັກ​ເດ​ໂມ​ແຄ​ຣັດ​ທີ່​ໂກດ​ແຄ້ນ ໄດ້​ກ່າວ​ຫາ ​ບັນ​ດາ​ສະ​ມາ​ຊິກ​ພັກ​ຣີ​ພັບບ​ຣິ​
ກັນວ່າ ເຮັດ​ໃຫ້​ບັນ​ຫາ​ຂອງ​ການ​ຢູ່​ລອດ​ຂອງ​ໂລກ​ກາຍ​ເປັນ​ເລືອງຕະ​ຫລົກ. ເຂົາ​ເຈົ້າ​
ກ່າວ​ວ່າ​ ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ ຜູ້​ທີ່​ເຮັດ​ໃຫ້​ການ​ອະ​ພິ​ປາຍ​ກ່ຽວ​ກັບເລື້ອງ​ໂລກ
​ຮ້ອນ ກາຍ​ເປັນ​ເກມ​ຫຼິ້ນ​ນັ້ນ ​ຈະ​ໄດ້​ຮັບ​ຜົນ​ສະ​ທ້ອນດ້ານ​ການ​ເມືອງ.

ສະ​ມາ​ຊິກ​ສະ​ພາ​ສູງ ​ຈາກ​ລັດ​ນິວຢອກ ພ້ອມ​ທັງ​ເປັນ​ຜູ້​ສະ​ໝັກ​ປະ​ທານ​າ​ທິ​ບໍ​ດີ ທ່ານ​
ນາງກ​ຣິ​ສ​ເຕີນ ກິ​ລ​ລິແບ​ຣນ ໄດ້​ປຽບ​ທຽບ​ຄວາມ​ສະ​ອາດ​ສະ​ຫະ​ລັດ ຂອງ​ການ​ນຳ​ໃຊ້
​ເຊື້ອໄຟ​ທີ່​ມາ​ຈາກຊາກ​ພືດ​ແລະສັດໃນ​ສັດ​ຕະ​ວັດ​ທີ 21 ຕໍ່​ແຜນການ ອັນ​ກະ​ຕື​ລື​ລົ້ນ​
ຂອງ​ອາ​ເມ​ຣິ​ກາ ​ເມື່ອເກືອບ 60 ປີ​ກ່ອນ ທີ່​ຈະ​ນຳ​ເອົາ​ມະ​ນຸດ​ຂຶ້ນ​ເດືອນໃນ​ທ້າຍ​ຊຸມ​ປີ
1960 ນັ້ນ​ ເປັນ​ເປົ້າ​ໝາຍ​ທີ່ໄດ້​ບັນ​ລຸ.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ ເຫັນ​ພ້ອມ​ຢ່າງ​ຖ້ວມ​ລົ້ນ​ວ່າ ການ​ເຜົາ​ໃໝ້​ເຊື້ອ​ໄຟ​ທີ່​ມາ​ຈາກ
ຊາກ​ພືດ​ແລະສັດ​ຈະ​ເຮັດໃຫ້ໂລກ​ຮ້ອນ​ເອົ້າ​ຂຶ້ນ ​ແບບຜິດທຳ​ມະ​ຊາດ ແລະ​ການ​ຢັ່ງ
ຫາງສຽງ​ສະ​ແດງ​ໃຫ້​ເຫັນວ່າ ບັນ​ດາ​ຜູ້​ປ່ອນ​ບັດຊາວອາ​ເມ​ຣິ​ກັນ ຍັງ​ພາ​ກັນ​ເປັນ​ຫ່ວງ​
ກ່ຽວ​ກັບ​ສິ່ງ​ຈະ​ຕິດ​ຕາ​ມ​ມາ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG