ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍ​ພົນ​ຄົນ​ໃໝ່ ​ເຂົ້າ​ຮັບ​ໜ້າ​ທີ່ ເປັນ​ຜູ້​ບັນ​ຊາ​ການ ກຳ​ລັງ ສ​ຫລ ​ໃນ​ພາກຕາ​ເວັນ​ອອກ​ກາງ


ນາຍ​ພົນ​ເຄນ​ແນັດ ແມັກ​ເຄນ​ຊີ ທີ່​ເຂົ້າ​ຮັບ​ໜ້າ​ທີ່ ເປັນ​​ຜູ້​ບັນ​ຊາ​ການ ກຳ​ລັງ​ສະ​ຫະ​ລັດ ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ.
ນາຍ​ພົນ​ເຄນ​ແນັດ ແມັກ​ເຄນ​ຊີ ທີ່​ເຂົ້າ​ຮັບ​ໜ້າ​ທີ່ ເປັນ​​ຜູ້​ບັນ​ຊາ​ການ ກຳ​ລັງ​ສະ​ຫະ​ລັດ ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ.

ນາຍ​ພົນ​ທະ​ຫານ​ມາ​ຣີນ​ Kenneth “Frank” McKenzie ໄດ້​ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ຜູ້​ບັນ​ຊາ​ການ ​ກຳ​ລັງ​ສະ​ຫະ​ລັດ​ ໃນເຂດພາກ​ຕາ​ເວັນ​ອອ​ກ​ກາງ ເອ​ເຊຍ​ກາງ ແລະ​ເອ​ເຊຍ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຫຼື US Central Command.

ໃນ​ການ​ຖະ​ແຫຼງ ຢູ່​ໃນ​ພິ​ທີ​ປ່ຽນ​ຜູ້​ບັນ​ຊາ​ການ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ພະ​ຫັດ​ວານນີ້​ທີ່ຖານ​ທັບ​ອາ​ກາດ MacDill ຢູ່​ເມືອງ​ແທມ​ປາໃນ​ລັດ​ຟ​ລໍ​ຣິ​ດານັ້ນ ນາຍ​ພົນ McKenzie ກ່າວ​ວ່າ ກອງ​ບັນ​ຊາ​ການ ຂອງ​ທ່ານ “ແມ່ນ​ຍັງສືບ​ຕໍ່​ກຽມ​ພ້ອມທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ສິ່ງ​ທີ່​ຈະ​ຕ້ອງ​ໄດ້​ເຮັດ” ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ເສັດ​ສິ້ນ ການ​ປະຕິ​ບັດ​ງານ ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ ຢູ່​ໃນ​ປະ​ເທດ​ອີ​ຣັກ ແລະ​ຊີ​ເຣຍ ແລະ​ສືບ​ຕໍ່ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ກົດ​ດັນ​ກຸ່ມ​ຕາ​ລີ​ບານ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ນາຍ​ພົນ McKenzie ຮັບ​ໜ້າ​ທີ່ ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາການ ຕໍ່​ຈາກ​ນາຍ​ພົນ​ Joseph Votel ແຫ່ງກອງ​ທັບບົກທີ່​ໄດ້​ເປັນ​ຜູ້​ບັ​ນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ເຂດ​ພາກຕາ​ເວັນ​ອອກ​ກາງ ເມື່ອ​ວັນ​ທີ 30 ມີ​ນາ ປີ 2016.

ນາຍ​ພົນ​ໂຈ​ເຊັ​ຟ ໂວ​ແທ​ລ ຜູ້​ບັນ​ຊາ​ການ ກຳ​ລັງ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ໃຫ້​ການ​ຕໍ່​ ຄະ​ນະ​ກຳ​ມະ​ການກອງທັບ ຂອງ​ສະ​ພ​າ​ຕ່ຳ ເມື່ອ​ວັນ​ທີ 7 ມີ​ນາ ປີ 2019.
ນາຍ​ພົນ​ໂຈ​ເຊັ​ຟ ໂວ​ແທ​ລ ຜູ້​ບັນ​ຊາ​ການ ກຳ​ລັງ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ໃຫ້​ການ​ຕໍ່​ ຄະ​ນະ​ກຳ​ມະ​ການກອງທັບ ຂອງ​ສະ​ພ​າ​ຕ່ຳ ເມື່ອ​ວັນ​ທີ 7 ມີ​ນາ ປີ 2019.

​ນາຍ​ພົນ Votel ໄດ້​ກ່າວ​ຊົມ​ເຊີຍ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດແລະ​ນາໆ​ຊາດ ຢູ່​ໃນ​ຂົງ​ເຂດ ແລະ​ພວກ​ຜູ້​ນຳ​ທາງ​ທະ​ຫານ​ຈາກ​ປະ​ເທດ​ອື່ນໆ​ທີ່ບໍ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໃນ​ມື້​ວານນີ້.

ທ່ານ​ກ່າວ​ວ່າ “ຍ້ອນ​ພວກ​ເຮົາ ກອງ​ທັບ​ອີ​ຣັກ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ໄດ້​ເສຍ​ໄຊ​ແລະແຕກ​ຢ່າງ​ບໍ່​ເປັນ​ລະ​ບຽບ ໄດ້​ຟື້ນ​ໂຕ​ຄືນຄື​ກັນ​ກັບ​ນົກ​ຟີ​ນິກຟື້ນ​ຊີບໃນ​ປີ 2014 ແລະ​ເວ​ລານີ້ ໄດ້​ຕໍ່​ສູ້​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈ.”

ການ​ເຂົ້າ​ຄວບ​ຄຸມ​ປະ​ເທດ​ອີ​ຣັກ​ແລະ​ຊີ​ເຣຍ ຂອງ​ກຸ່ມ​ລັດ​ອິ​ສ​ລາມ ແມ່ນ​ສູງ​ສຸດ​ຂີດ​ໃນ​ປີ 2014 ໂດຍ​ທີ່​ກຳ​ລັງ​ຂອງ​ນາໆ​ຊາດ​ໄດ້​ປະ​ກາດ ກ່ຽວ​ກັບ​ການ​ປະ​ລາໄຊ​ຂອງ​ກຸ່ມ​ດັ່ງ​ກ່າວ​ໃນ​ອາ​ທິດ​ແລ້ວຫຼັງ​ຈາກ​ໄດ້​ເຂົ້າ​ຢຶດ​ເອົາ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍຂອງ​ພວກ​ເຂົາ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ນາຍ​ພົນ Votel ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ຈັດ ຈະ​ໃຊ້​ຂົງ​ເຂດນີ້ ເປັນ​ບ່ອນ​ໂຈມ​ຕີ​ປະ​ເທດ​ຂອງ​ພວກ​ເຮົາ​ອີກ​ ຢ່າງ​ເດັດ​ຂາດ.” ແລະ “ພວກ​ເຮົາ​ຕ້ອງ​ໄດ້​ປົກ​ປ້ອງ​ເສັ້ນ​ທາງ​ເດີນ​ເຮືອ​ທີ່​ສຳ​ຄັນ ​ເພື່ອ​ສະ​ໜັບ​ສະໜຸນ​ການ​ຄ້າ​ຂອງ​ໂລກ ແລະ​ອິ​ດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ.”

ນອກນັ້ນ ນາຍ​ພົນ Votel ຍັງ​ໄດ້​ກ່າວ​ເຖິງ​ການ​ສູ້​ລົບ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ປະເທດ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ຊົມ​ເຊີຍ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານແລະພາ​ຄີນາໆ​ຊາດ ທີ່​ໄດ້ “ທຳ​ການ​ກົດ​ດັນ​ທາງ​ດ້ານ​ທະ​ຫານ ໃຫ້​ກຸ່ມ​ຕາ​ລີ​ບານເຂົ້າ​ຮ່ວມ​ໂຕ​ະ​ເຈ​ລະຈາ​ແລະ​ສະ​ໜອງ​ພວກ​ເຮົາ​ໃນ​ເສັ້ນ​ທາງ​ທີ່​ແທ້​ຈິງ ເພື່ອ​ເຈ​ລະ​ຈາ​ແກ້​ໄຂ​ສົງ​ຄາມທີ່​ຍືດ​ເຍື້ອ​ຍາວ​ນານ​ດັ່ງ​ກ່າວນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG