ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິນສີຂຽວທະເລ Dom Pedro ຂຶ້ນມາແທນທີ່ Hope Diamond (ວີດິໂອລາວ/ອັງກິດ)


ນິນສີຂຽວທະເລ Dom Pedro ຂຶ້ນມາແທນທີ່ Hope Diamond ​

ພິພິທະພັນ ປະຫວັດສາດທໍາມະຊາດແຫ່ງຊາດ ຫລື National Museum of Natural History ຊຶ່ງເປັນ ພິພິທະພັນນຶ່ງ ທີ່ລວມຢູ່ໃນລະບົບພິພິທະພັນ Smithsonian ຂອງລັດຖະບານສະຫະລັດ ຕັ້ງຢູ່ໃຈກາງ ນະຄອນຫລວງວໍຊິງຕັນນັ້ນ ມີສິ່ງວາງສະແດງອັນໃໝ່ ທີ່ສົ່ງແສງເຫຼື້ອມມອງໆ ດຶງດູດເອົາຜູ້ມາຊົມຢ່າງໃຫຍ່. ຜູ້ສື່ຂ່າວວີໂອເອ Susan Logue ມີລາຍງານ ເພີ່ມຕື່ມກ່ຽວກັບເລຶ່ອງນີ້ ຊຶ່ງດາຣາຈະນໍາມາສະເໜີທ່ານ.

ເພັດ Hope ຫຼື Hope Diamond ​
ໄດ້ເປັນດາວອັນງົດງາມລໍ້າຄ່າ ທີ່ໂຕ້ແຍ້ງບໍ່ໄດ້ ຂອງພິທິທະພັນ
Natural History ມາເປັນເວລາດົນນານ ແຕ່ເມື່ອ​ໄວໆ​ມາ​ນີ້
Hope Diamond ​ໄດ້​ຖືກ​ປັດ​ເຂ່ຍໃຫ້​ຕົກ​ຕໍາ​ແໜ່​ງ​ໄປ ໃນການ
ເປີດຕົວ​ແກ້ວ​ນິນ​ໃໝ່ອັນນຶ່ງ ທີ່​ຖືກ​ນໍາ​ມາ​ວາງສະແດງ​ໃນ​ພິພິທະ
​ພັນ​ດັ່ງກ່າວ ຄື​ແກ້ວ​ນິນ aquamarine Dom Pedro ສີຂຽວ
​ທະ​ເລ ໜັກ 10,363 ກາຣັດ ຈາກປະເທດ ບຣາຊິລ.

ນັກທ່ອງທ່ຽວພາກັນບຽດພວກສື່ມວນຊົນ ເຂົ້າ​ໄປຖ່າຍຮູບເອົາແທ່ງນິນສີສັນງົດງາມ​
ເຫຼື້ອມ​ໃສ​ດັ່ງກ່າວ ທີ່ສູງປະມານ 35 ເຊັນ ​ແລະໜັກສອງກິໂລ. ມັນເປັນນິນສີຂຽວ​ທະ​ເລ
ຫລື aquamarine ທີ່ຖືກຕັດແລະເຈຍລະໄນ​ແລ້ວ ທີ່ວ່າໃຫຍ່ທີ່ສຸດໃນໂລກ.

Jeffrey Post ຜູ້ກໍາກັບດູແລ ພະແນກສະສົມເພັດນິນຂອງພິພິທະພັນ​ແຫ່ງນີ້ ເວົ້າວ່າ:

“ມັນ​ເປັນ​ສິ່ງ​ທີ່ຫາຍາກຫຼາຍ ​ແລະ​ຜິດ​ທໍາ​ມະ​ດາ​ຫລາຍ ທີ່​ຈະ​ມີ​ແຮ່​ພອຍ​ຊະນິດ​ໃດ
ຜະລິດ​ແກ້ວ​ເຈຍລະ​ໄນ​ອອກ​ມາ​ໄດ້ໃຫຍ່ຂະໜາດນີ້ ​ແລະ​ມີຄຸນນະພາບ​ເຫລື້ອມເປັນປະກາຍ ຄື​ກັນ​ກັບ​ນິນ
Dom Pedro aquamarine ​ແທ່ງນີ້.”
ນິນສີຂຽວທະເລ Dom Pedro aquamarine ແທ່ງນີ້ ທີ່ມີລັກສະນະ ເປັນເຫລັກຕະປູ ແມ່ນເປັນນິນ aquamarine ທີ່ເຈຍລະໄນແລ້ວ ທີ່ໃຫຍທີ່ສຸດຂອງໂລກ ທີ່ຂຸດຂຶ້ນມາໄດ້ທີ່ປະເທດບຣາຊິລ ໃນທ້າຍຊຸມປີ 1980 ແລະຕັ້ງຕາມຊື່ຂອງຈັກກະພັດສອງອົງທໍາອິດຂອງບຣາຊິລ.
ນິນສີຂຽວທະເລ Dom Pedro aquamarine ແທ່ງນີ້ ທີ່ມີລັກສະນະ ເປັນເຫລັກຕະປູ ແມ່ນເປັນນິນ aquamarine ທີ່ເຈຍລະໄນແລ້ວ ທີ່ໃຫຍທີ່ສຸດຂອງໂລກ ທີ່ຂຸດຂຶ້ນມາໄດ້ທີ່ປະເທດບຣາຊິລ ໃນທ້າຍຊຸມປີ 1980 ແລະຕັ້ງຕາມຊື່ຂອງຈັກກະພັດສອງອົງທໍາອິດຂອງບຣາຊິລ.

ແລະເພັດນິນຈິນດາສ່ວນຫຼາຍ​ແມ່ນຈະຖືກເຈຍຣະໄນ ​
ເຮັດ​ເປັນ​ເຄື່ອງ​ເອ້ ໃຫ້ສວມໃສ່ໄດ້. ແລະນັ້ນກໍອາດ​ໄດ້
ເປັນຊະ​ຕາ​ກໍາຂອງນິນ Dom Pedro ​ແທ່ງນີ້ ຖ້າຫາກວ່າ
ນັກສະສົມເພັດພອຍທີ່ຮັ່ງມີ Jane Mitchell ແລະ ສາມີ
Jeffrey Bland ບໍ່​ໄດ້​ຊື້​ເອົາ​ໄວ້. Jane Mitchell ເວົ້າວ່າ:

“ຂ້ອຍຄິດວ່າ ມັນຈະ​ເປັນ​ສູນ​ເສຍ​ຢ່າງ​ໃຫຍ່​ຫລວງ.
ຂ້ອຍກັບສາມີກໍ​ເລີຍ ຊື້ມັນ​ເອົາໄວ້ ຊຶ່ງພວກເຮົາກໍບໍ່
ຢາກຈະເກັບມັນໄວ້ເປັນຂອງສ່ວນຕົວ. ພວກເຮົາຮູ້
ສຶກວ່າ ຄວນຈະ​ເອົາ​ມັນ​ມາວາງສະແດງໃຫ້ຫຼາຍໆ
ຄົນ​ໄດ້​ເຫັນ​ແລະ​ຊົມ​ຊຶ່ນຕື່ນເຕັ້ນກັບມັນ ຫຼາຍ​ເທົ່າ​ທີ່​
ຈະ​ຫລາຍ​ໄດ້.”


ດ້ວຍເຫດນີ້ ພວກເຂົາເຈົ້າຈຶ່ງໄດ້ບໍລິຈາກນິນ Dom Pedro aquamarine ​ແທ່ງນີ້ ໃຫ້ແກ່ພິພິທະພັນ National Museum
of Natural History.

​ໂດຍມີນັກທ່ອງທ່ຽວ​ເຂົ້າ​ຊົມ​ເຖິງ ເຈັດລ້ານສີ່ແສນຄົນ​ ໃນປີກາຍ​ນີ້
ພິພິທະພັນ​ແຫ່ງ​ນີ້ຈຶ່ງ​ເປັນ​ພິພິທະ​ພັນທີ່​ໄດ້​ຮັບ​ຄວາມນິຍົມ​ຫລາຍທີ່ສຸດໃນສະຫະລັດ ຊຶ່ງ
ສ່ວນໃຫຍ່ ກໍ​ແມ່ນຍ້ອນ ເພັດ Hope Diamond ນັ້ນ​ເອງ.

​ແຕ່ບັດນີ້ ພວກນັກທ່ອງທ່ຽວມີເຫດຜົນທີ່ໜ້າຕື່ນເຕັ້ນອີກ​ອັນ​ນຶ່ງ ສໍາລັບມາ​ຊົມ​ພິພິທະ​ພັນ​
ແຫ່ງ​ນີ້ ຢູ່​ວໍ​ຊິງ​ຕັນ​ດີ​ຊີ ນະຄອນຫລວງ​ຂອງ​ສະຫະລັດ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Smithsonian Unveils Sparkling New Attraction
please wait

No media source currently available

0:00 0:01:51 0:00
ລິງໂດຍກົງ
XS
SM
MD
LG