ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳ ແກມເບຍຄົນໃໝ່ ຈະ​ຕັ້ງ ກຳມາ​ທິການ ຄົ້ນຫາ​ຄວາມ​ຈິງ​ ແລະ​ປອງ​ດອງ​ຊາດ


ປະທານາທິບໍດີ Adama Barrow ສົນທະນາລະຫວ່າງການ ສຳພາດກັບອົງການຂ່າວ AP ທີ່ນະຄອນ Dakar ປະເທດ Senegal ເມື່ອວັນທີ 21 ມັງກອນ, 2017.
ປະທານາທິບໍດີ Adama Barrow ສົນທະນາລະຫວ່າງການ ສຳພາດກັບອົງການຂ່າວ AP ທີ່ນະຄອນ Dakar ປະເທດ Senegal ເມື່ອວັນທີ 21 ມັງກອນ, 2017.

ປະທານາທິບໍດີແກມ​ເບຍຄົນ​ໃໝ່ທ່ານ Adama Barrow ​ໄດ້​ເລືອກ​ເອົາ​ແມ່ຍິງ​ເປັນ​ຮອງ​ປະທານາທິບໍດີ​ທີ່​ມີ​ຄວາມ​ສຳຄັນໃນການຊ່ວຍ​ເຕົ້າ​ໂຮມ​ບັນດາ​ພັກ​ຝ່າຍຄ້ານ ຕໍ່ຕ້ານ ອະດີດ​ຜູ້ນຳປະ​ເທດ ທ່ານ Yahya Jammeh.

ການ​ເລືອກ​ເອົາ​ທ່ານ​ນາງ Fatoumata Tambajang ​ມີ​ຂຶ້ນ​ໃນ​ຂະນະ​ທີ່ສືບ​ຕໍ່ ການກະ ກຽມ​ເພື່ອ​ກັບ​ຄືນ​ແກມ​ເບຍ​ຂອງ​ທ່ານ Borrow ຈາກ​ປະ​ເທດ​ເຊ​ເນ​ການ ທີ່​ເປັນເພື່ອນ​ບ້ານ ບ່ອນ​ທີ່​ທ່ານ​ສາບານ​ໂຕເຂົ້າ​ຮັບ​ຕຳ​ແໜ່ງ ​ໃນອາ​ທິດ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ທ່ານ Jammeh ​ໄດ້ປະຕິ​ເສດ ບໍ່​ຍອມ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ຜູ້ນຳແກມເບຍ ທີ່ປະລາໄຊ ທ່ານ Yahya Jammeh ໂບກມືລາບັນດາຜູ້ໜັບສະໜູນ.
ຜູ້ນຳແກມເບຍ ທີ່ປະລາໄຊ ທ່ານ Yahya Jammeh ໂບກມືລາບັນດາຜູ້ໜັບສະໜູນ.

ທ່ານ Jammeh ​ໄດ້​ອອກ​ຈາກ​ແກມ​ເບ​ຍ​ ໃນ​ວັນເສົາ​ທີ່​ຜ່ານ​ມາ​ ພາຍ​ໃຕ້​ການ​ຂົ່ມຂູ່​ຂອງ​ທະຫານຈາກປະຊາ​ຄົມ​ເສດຖະກິດບັນດາລັດອາ​ຟຮິ​ກາ​ຕາ​ເວັນ​ຕົກ ຫລື ECOWAS​. ອະ​ດີດ​ປະທາ​ນາ​ທິບໍດີ​ ໄດ້​ປະຕິ​ເສດ​ບໍ່​ຍອມ​ຮັບ​ເອົາ​ໄຊຊະນະໃນການ​ເລືອກ​ຕັ້ງ​ປະທານາ ທິບໍດີຂອງ​ທ່ານ Barrow ເມື່ອວັນ 1 ​ທັນວາ.

ທ່ານ Barrow ​ໄດ້​ກ່າວໃນການ​ສຳພາດ​ກັບວີ​ໂອ​ເອ ​ໃນ​ວັນອາ​ທິດ​ທີ່​ຜ່ານ​ມາ​ນີ້​ວ່າ ທ່າ​ນ ຈະ​ຕັ້ງຄະນະ​ກຳມາ​ທິການຄົ້ນຫາ​ຄວາມ​ຈິງ​ແລະ​ປອງ​ດອງ​ຊາດ ​ເພື່ອ​ພິຈາລະ​ນາ​ ກ່ຽວ​ກັບ​ການ​ກ່າວ​ຫາ​ ​ໃນ​ການ​ປົກຄອງ​ປະ​ເທດ​ທີ່​ຜິດພາດຂອງ​ທ່ານ ​Jammeh ​ເປັນ​ເວລາ 22 ປີ​.

ປະທານາທິບໍດີແກມເບຍ ທ່ານ Adama Barrow ກ່າວຕໍ່ນັກຂ່າວ ວີໂອເອ ທ່ານ Sainey Marenah ທີ່ປະເທດ Senegal.
ປະທານາທິບໍດີແກມເບຍ ທ່ານ Adama Barrow ກ່າວຕໍ່ນັກຂ່າວ ວີໂອເອ ທ່ານ Sainey Marenah ທີ່ປະເທດ Senegal.

ທ່ານ Borrow ກ່າວ​ວ່າ “ຊາວ​ສອງ​ປີ​ເປັນ​ເວລາ​ດົນນານ ປະຊາຊົນ​ຕ້ອງ​ຮູ້​ຄວາມ​ຈິງ.”

ທີ່​ປຶກສາ​ຄົນ​ນຶ່ງ​ຂອງທ່ານ Barrow ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ໃນ​ວັນ​ຈັນ​ວານ​ນີ້​ກ່ອນ​ອອກ​ຈາກ​ປະ​ເທດ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາວ່າ ທ່ານ Jammeh ​ໄດ້ລັກເອົາ ເງິນຂອງ​ລັດ 11 ລ້ານ​ໂດ​ລາ​ ​ແລະ​ມີ​ລົດຫລູ​ຫລາ​ຫລາຍ​ຄັນສົ່ງ​ອອກ​ໄປ​ທາງ​ເຮືອບິນ. ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ກ່າວ​ຫາ​ທ່ານ​ມາ​ກ່ອນ​ກ່ຽວ​ກັບ​ການ ລະ​ເມີດສິດທິ​ມະນຸດ ລະຫວ່າງ​ການ​ປົກ ຄອງ​ຂອງ​ທ່ານ ຮວມທັງ​ການຈຳ​ຄຸກ​ບັນ ດາ​ນັກ​ການ​ເມືອງ​ທີ່​ບໍ່​ເຫັນ​ພ້ອມ ​ແລະ​ພວກ​ນັກ​ຂ່າວ.

ກຳລັງທະຫານເຊເນການ ເຂົ້າມາທຳນຽບລັດທະບານ ທີ່ເມືອງ Banjul ປະເທດແກມແບຍ.
ກຳລັງທະຫານເຊເນການ ເຂົ້າມາທຳນຽບລັດທະບານ ທີ່ເມືອງ Banjul ປະເທດແກມແບຍ.

ນັກ​ຂ່າວ​ທ່ານ Sainey Marenah ​ໂອ້​ລົມ​ກັບ​ທ່ານ Barrow ທີ່​ນະຄ​ອນ Dakar ບ່ອນ​ທີ່​ທ່ານ​ສາບານ​ໂຕ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຢູ່​ທີ່​ສະຖານທູດ​ແກມເບຍ.

ປະທານາທິບໍດີ​ຄົນ​ໃໝ່​ກ່າວ​ວ່າ ທ່ານ​ໄດ້​ປະຕິ​ເສດ ​ຕໍ່​ຄຳ​ຮຽກຮ້ອງ​ຈາກ​ທ່ານ Jammeh ​ທີ່​ຂໍຢູ່ໃນ​ແກມ​ເບຍ​ຕໍ່​ໄປ ​ຍ້ອນເຫດຜົນ​ທີ່​ທ່ານ​ບໍ່​ສາມາດ​ຄໍ້າປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ ທ່ານ Jammeh ​ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG