ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ແກມເບຍຄົນໃໝ່ ປະກາດ ຈະປ່ອຍ ນັກໂທດການເມືອງ


ຊາວກຳເບຍພາກັນສະຫລອງໄຊຊະນະ ຜູ້ສະໝັກເປັນ ປະທານາທິບໍດີ ປະສົມຝ່າຍຄ້ານ ທ່ານ Adama Barrow.
ຊາວກຳເບຍພາກັນສະຫລອງໄຊຊະນະ ຜູ້ສະໝັກເປັນ ປະທານາທິບໍດີ ປະສົມຝ່າຍຄ້ານ ທ່ານ Adama Barrow.

ໃນ​ວັນ​ຈັນ​ວານ​ນີ້ ສານ​ອຸທອນ​ໃນ Gambia ​ໄດ້​ສັ່ງ ​ໃຫ້​ອະນຸຍາດປະກັນ​ໂຕ​ ນັກການ​ເມືອງຝ່າ​ຍຄ້ານ​ທີ່​ສຳຄັນ​ສຸດ ທ່ານ Ousseinou Darbo ​ແລະພວກ​ປະ​ທ້ວງອຶ່ນໆອີກ 18 ຄົນ ​ທີ່​ໄດ້​ຖືກ​ຈັບ​ໃນ​ເດືອນ​ເມສາພາຍ​ໃຕ້​ລັດຖະບານ​ປະ ທານາທິບໍດີທີ່​ຈະ​ພົ້ນຈາກ​ຕຳ​ແໜ່​ງ ທ່ານ Yahya Jammeh​. ນີ້ແມ່ນ​ມີ​ຂຶ້ນຫຼັງ ຈາກການ​ໄດ້​ຮັບໄຊຊະນະ ຂອງທ່ານ Adama Barrow ​ໃນ​ການ​ເລືອກ​ຕັ້ງ​ປະ ທານ​າມິ​ບໍດີ​ ​ໃນອາ​ທິດ​ແລ້ວ​ນີ້.

ທ່ານ Adama Barrow ຜູ້ນຳພາປະສົມເຈັດພັກການເມືອງຝ່າຍຄ້ານ ໃນ Gambia ຄຳນັບບັນດາຜູ້ສະໜັບສະໜູນ.
ທ່ານ Adama Barrow ຜູ້ນຳພາປະສົມເຈັດພັກການເມືອງຝ່າຍຄ້ານ ໃນ Gambia ຄຳນັບບັນດາຜູ້ສະໜັບສະໜູນ.

ປະທານາທິບໍດີ​ຖືກ​ເລືອກ​ໃໝ່ ​ໄດ້​ປະກາດ​ທີ່​ຈະ​ປ່ອຍ​ນັກ​ໂທດ​ຕື່ມ​ອີກ. ທ່ານ​ໄດ້​ກ່າວ​ຕໍ່ອົງ ການ​ຂ່າວ AP ວ່າ “ບັນດາ​ນັກໂທດ​ການ​ເມືອງ​ຈະ​ຖືກ​ປ່ອຍ​ໂຕ ​ເຂົາ​ເຈົ້າ​ທັງ​ໝົດ. ຖ້າ​ຫາກ​ວ່າ​ເປັນ​ການ​ເມືອງ ​ເຈົ້າ​ຈະຖືກ​ປ່ອຍ​ອອກ”. ຢູ່​ໃນ​ຖະ​ແຫຼງ ການສະບັບ​ນຶ່ງທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ອົງການນິລະໂທດກຳສາກົ​ນ​ໄດ້ສະ​ແດງ​ຄວາມ​ຍິນ​ດີ ​ກັບ​ການ​ເຄື່ອນ​ໄຫວ​ດັ່ງກ່າວວ່າ ​ເປັນບາດກ້າວ​ໃນ​ທາງ​ບວກ. ​ແຕ່ກໍໄດ້​ເຕືອນ​ຕໍ່ “ການ​ຫລົງ​ລືມ​ບັນດາ​ນັກ​ໂທດຈິດສຳນຶກ​ຄົນ​ອຶ່ນໆ​ທີ່​ຍັງ​ສືບ​ຕໍ່​ໄດ້​ຮັບ​ຄວາມທຸກ​ທໍລະມານ​ຢູ່​ໃນ​ຄຸກ ພຽງ​ແຕ່​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ ຫລື​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງແບບ​ສັນຕິ​.”

Barrow: Political Prisoners Will be Released, Gambia Won't Withdraw from ICC
please wait

No media source currently available

0:00 0:02:31 0:00

ນອກ​ນັ້ນ ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ​ຍັງ​ໄດ້​ປະກາດ​ວ່າ Gambia ຈະ​ບໍ່​ຖອນ​ອອກ​ຈາກ​ສານອາຍາ​ສາກົນ ທີ່​ກົງກັນຂ້າມກັບ ​ກັບ​ທີ່​ປະທານາທິບໍ​ດີ​ຄົນ ກ່ອນ​ຕ້ອງການ​ນັ້ນ. ທ່ານ Christopher Fomunyoh ​ແຫ່ງ​ສະ​ຖາ​ບັນ​ປະຊາ ທິປະ​ໄຕ​ແຫ່ງ​ຊາດ ກ່າວ​ຕໍ່ວີ​ໂອ​ເອ​ ໂດຍ​ທາງ​ໂທລະສັບ​ຈາກນະຄອນ Accra ປະ​ເທດ Ghana ບ່ອນ​ທີ່​ທ່ານພ້ອມ​ແລ້ວ ​ຈະ​ເຂົ້າຮ່ວມ​ສັງ​ເກດ​ການ​ເລື​ອກຕັ້ງ​ປະທານາທິບໍດີ​ຢູ່​ທີ່​ນັ້ນ ທີ່​ຈະ​ເກີດ​ຂຶ້ນ​ໃນ​ທ້າຍ​ອາທິດ​ນີ້.​

ທ່ານ Yahya Jammeh ເວລານັ້ນຍັງເປັນປະທານາທິບໍດີ Gambia.
ທ່ານ Yahya Jammeh ເວລານັ້ນຍັງເປັນປະທານາທິບໍດີ Gambia.

ທ່ານ Fomunyoh ​ໄດ້​ສະ​ແດງ​ອອກ​ມາ​ວ່າ “​ໃນ 2 ທົດ​ສະ​ວັດ​ທີ່​ຜ່ານ​ມານີ້ ພວກ​ເຮົາ​ໄດ້​ເຫັນ​ການ​ລະ​ເມີດ​ສິດທິ​ມະນຸດ​ຫລາຍໆ​ຢ່າງ​ ນັກ​ກົດໝາຍ​ຫລາຍ ​ຄົນ ພວກ​ນັກ​ຂ່າວ ​ແລະ​ບັນດາ​ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດ​ໄດ້​ຖືກ​ຕິດ​ຄຸກ. ​ເພາະສະ​ນັ້ນ​ມັນ​ຈຶ່ງໂລງ​ໃຈທີ່​ຜູ້​ໃດ​ຜູ້​ນຶ່ງ​ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ຍິນ​ຍອມ​ຮັບ​ເອົາ​ຜົນ​ຂອງ​ການ​ປ່ອນ​ບັດ.”

ຜູ້ນຳ​ທີ່​ໄດ້​ລາ​ອອກ​ໄປ ທ່ານ Jammeh ​ໄດ້​ກ່າວ​ຕໍ່​ຄູ່​ແຂ່ງຂັນ​ ສັນລະ​ເສີນ​ທາງໂທລະສັບຫລັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ວ່າ “ຂ້າພະ​ເຈົ້າ​ອວຍພອນ​ໃຫ້​ທ່ານ​ຈົ່ງ​ໂຊກ​ດີ​ທີ່​ສຸດ ປະ​ເທດ​ຈະ​ຢູ່​ໃນ​ກຳມື​ຂອງ​ທ່ານ​ໃນ​ເດືອນ​ມັງກອນ.”

ຊາວກຳເບຍພາກັນສະຫລອງໄຊຊະນະ ຜູ້ສະໝັກເປັນປະທານາ ທິບໍດີ ປະສົມຝ່າຍຄ້ານ ທ່ານ Adama Barrow.
ຊາວກຳເບຍພາກັນສະຫລອງໄຊຊະນະ ຜູ້ສະໝັກເປັນປະທານາ ທິບໍດີ ປະສົມຝ່າຍຄ້ານ ທ່ານ Adama Barrow.

ທ່ານ Jammeh ອາຍຸ 51 ປີ ​ໄດ້​ປົກຄອງ​ປະ​ເທດ​ນ້ອຍໆ​ຂອງ ອາ​ຟຣິກາ​ຕາ​ເວັນ​ຕົກ ນັບ​ແຕ່​ໄດ້​ກຳ​ອຳນາດ​ຈາກ ທ່ານ Dawda Kairaba Jawara ​ໃນ​ການ​ເຮັດ​ລັດຖະປະຫານ​ທະຫານໃນ​ປີ 1994. ທ່ານ Fomunyoh ກ່າວ​ວ່າ​ນີ້​ເປັນ​ສິ່ງ​ສຳຄັນທີ່ສຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG