ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄົນເຊື້ອ​ສາຍ​ລາ​ວ ສັນ​ຊາດ ​ອາ​ເມ​ຣິ​ກັນ ຫລາຍ​ຄົນ ທີ​ຍັງ​ບໍ່ເຄີຍ​ໃຊ້​ສິດ ໃນ​ການປ່ອນ​ບັດ​ເລືອກ​ຕັ້ງ​


New Forward Party Takes Centrist Stance in US Politics
please wait

No media source currently available

0:00 0:03:47 0:00

ວັນ​ອັງ​ຄານ ວັນ​ທີ 8 ພະ​ຈິກ ຈະມາ​ເຖິງ​ນີ້ ເປັນ​ມື້​ປ່ອນ​ບັດ​ເລືອກ​ຕັ້ງ​ກາງ​ສະ​ໄໝຢູ່​ທົ່ວສະ​ຫະ​ລັດ ​ທີ່​ກຳ​ລັງເກີດ​ຂຶ້ນ​ຢູ່​ພາຍ​ໃນ​ສະ​ພາບ​ບັນ​ຫາຄວາມ​ວຸ້ນ​ວາຍດ້ານ​ເສດ​ຖະ​ກິດ ແລະການ​ເມືອງ. ມີຊາວ​ອາ​ເມ​ຣິ​ກັນຫລາຍໆ​ຄົນ​ໄດ້​ພາ​ກັນ​ໄປ​ປ່ອນ​ບັດ​ລ່ວງ​ໜ້າແລ້ວ ເພື່ອ​ເລືອກເອົາ​ຜູ້​ລົງ​ແຂ່ງ​ຂັນເປັນ​ຜູ້​ແທນ​ສະ​ພາ​ສູງ ແລະ​ສະ​ພາ​ຕ່ຳສັງ​ກັດ​ຢູ່​ໃນ​ພັກ​ເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິກ​ກັນ.

ທ່ານ​ ຈິມ​ມີ ເຊີ​ຣ ຄົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ເປັນອາ​ສາ​ສະ​ໝັກຊ່ວຍ​ເຫລືອສະ​ມາ​ຊິກ​ປະ​ຊາ​ຄົມລາວ ​ສອບ​ເສັງ​ເອົາ​ສັນ​ຊາດ​ອາ​ເມ​ຣິ​ກັນ ​ທີ່​ຈະ​ມີໂອ​ກາດ​ໄດ້ໃຊ້​ສິດ​ປ່ອນ​ບັດ​ເອົາ​ຜູ້​ແທນ​ຂອງ​ເຂົາ​ເຈົ້າ. ​ທ່ານ​ ຈິມ​ມີ ໄດ້​ອະ​ທິ​ບາຍ​ເຖິງຄວາມ​ບໍ່​ເອົາ​ໃຈ​ໃສ່ ແລະ​ບໍ່​ສົນ​ໃຈຂອງ​ຄົນ​ລາວ ກ່ຽວ​ກັບ ​ການ​ປ່ອນ​ບັດ​ເລືອກ​ຕັ້ງສູ່ວີ​ໂອ​ເອຟັງ​ດັ່ງ​ນີ້:

ເຖິງ​ແມ່ນ​ຄົນ​ລາວ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສະ​ຫະລັດ​ເປັນ​ເວ​ລາ​ກ​ວ່າ​ສາມທົດ​ສະ​ວັດ​ແລ້ວ​ກໍ​ຕາມ ແຕ່ຫລ​າຍໆ​ຄົນ​ກໍຍັງ​ບໍ່​ທັນໄດ້ເປັນ​ສັນ​ຊາດ. ​ສ່ວນ​ຜູ້​ທີ່​ໄດ້​ເປັນ​ສັນ​ຊາດ​ແລ້ວແຕ່ຍັງບໍ່​ເຄີຍ​ໄດ້​ໄປໃຊ້​ສິດປ່ອນ​ບັດ​ລົງ​ຄະ​ແນນ​ສຽງເລີຍກໍ​ມີ ເພາະເຂົາ ເຈົ້າບໍ່ໃຫ້​ຄວາມ​ສຳ​ຄັນ ແລະນັ່ງ​ທັບ​ສິດອັນທີ່​ຈະ​ນຳ​ຜົນ​ກະ​ທົບ​ມາ​ສູ່​ການ​ດຳ​ລົງ​ຊີວິດ​ຕາມ​ພາຍ​ຫລັງ.

XS
SM
MD
LG