ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ປຶ້ມຫົວໃໝ່ເປີດເຜີຍໃຫ້ເຫັນ ທ່ານ ທຣໍາ ສົ່ງເຄື່ອງກວດ COVID-19 ໃຫ້ ທ່ານ ປູຕິນ ໃນຊ່ວງການລະບາດ


ແຟ້ມຮູບ-ປະທານາທິບໍດີ ດໍໂນລ ທຣໍາ ຈັບມືກັບປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ, ຂວາ, ໃນຂະນະທີ່ປະທານາທິບໍດີເທີກີ ທ່ານ ຣີເຊັບ ຕາຍຢິບ ເອີດວນ ຄົນທີສອງ ເບື້ອງຂວາ ແລະເລຂາທິການໃຫຍ່ອົງການສະຫະປະຊາຊາກ ທ່ານ ແອນໂທນີໂອ ກູເຕີເຣສ, ຊ້າຍ, ຢູ່ທີ່ກອງປະຊຸມສຸດຍອດ G-20 ໃນນະຄອນໂອຊາກະ, 29 ທິຖຸນາ 2019.
ແຟ້ມຮູບ-ປະທານາທິບໍດີ ດໍໂນລ ທຣໍາ ຈັບມືກັບປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ, ຂວາ, ໃນຂະນະທີ່ປະທານາທິບໍດີເທີກີ ທ່ານ ຣີເຊັບ ຕາຍຢິບ ເອີດວນ ຄົນທີສອງ ເບື້ອງຂວາ ແລະເລຂາທິການໃຫຍ່ອົງການສະຫະປະຊາຊາກ ທ່ານ ແອນໂທນີໂອ ກູເຕີເຣສ, ຊ້າຍ, ຢູ່ທີ່ກອງປະຊຸມສຸດຍອດ G-20 ໃນນະຄອນໂອຊາກະ, 29 ທິຖຸນາ 2019.

ປຶ້ມຫົວໃໝ່ຂອງນັກຂ່າວຊາວອາເມຣິກັນທີ່ມີຊື່ສຽງຄົນນຶ່ງເປີດເຜີຍວ່າ ໃນລະຫວ່າງການດຳລົງຕຳແໜ່ງປະທານາທິບໍດີສະຫະລັດ ທ່ານ Donald Trump ໄດ້ສົ່ງຊຸດກວດ COVID-19 ໄປໃຫ້ ທ່ານ ປູຕິນແບບລັບໆ. ເຖິງ​ແມ່ນ​ວ່າ​ໃນ​ເວລາ​ນັ້ນ ກໍຂາດເຂີນຊຸດກວດດັ່ງກ່າວກໍຕາມ.

ປຶ້ມເລື້ອງທີ່ມີຊື່ວ່າ War ຈະຖືກວາງຈໍາໜ່າຍໃນວັນທີ 15 ຕຸລາ, ເປັນຜົນງານຂຽນໂດຍນັກຂ່າວ ທ່ານ Bob Woodward, ຮອງບັນນາທິການຂອງໜັງສືພິມ Washington Post, ປຶ້ມຫົວນີ້ລະບຸອີກວ່າ ຫຼັງ​ຈາກ​ ​ທ່ານ Trump ​ອອກ​ຈາກ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ສະ​ຫະ​ລັດ ລາວຍັງໄດ້ໂອ້ລົມກັບ ທ່ານ Putin ອີກຫຼາຍຄັ້ງ.

ຜົນງານຫົວນີ້ຂອງ ທ່ານ Woodward ຍັງກ່າວເຖິງຄວາມຜິດພາດຂອງປະທານາທິບໍດີ ໂຈ ໄບເດັນ ເຊັ່ນ ເລື້ອງທີ່ທ່ານປະເຊີນອຸປະສັກໃນການປ້ອງກັນສົງຄາມຢູ່ພາກຕາເວັນອອກກາງບໍ່ໃຫ້ແຜ່ລາມອອກ, ແລະຄວາມບໍ່ພໍໃຈຂອງທ່ານ ໄບເກັນ ຕໍ່ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ກ່ຽວກັບຄວາມພະຍາຍາມທີ່ບໍ່ປະສົບຜົນສໍາເລັກໃນການບັນລຸການຢຸດຍິງກັບ ອິສຣາແອລ ແລະ ກຸ່ມ Hamas.

ທ່ານ Woodward ກ່າວວ່າ ທ່ານ Trump ຍັງຄົງສືບຕໍ່ຄວາມສໍາພັນສ່ວນໂຕກັບ ທ່ານ Putin ໃນຂະນະທີ່ ທ່ານ Trump ກຳລັງດໍາເນີນການໂຄສະນາຫາສຽງເລືອກຕັ້ງອີກສະໄໝນຶ່ງ ລວມທັງ​ໃນ​ຂະນະ​ທີ່ ​ຢູ​ເຄຣນ ເຊິ່ງ​ເປັນ​ພັນທະ​ມິດ​ຂອງ​ ສະຫະລັດ ກໍາລັງດໍາເນີນສົງຄາມ​ກັບ ຣັດ​ເຊຍ

ເນື້ອໃນຂອງປື້ມ War ຊີ້ໃຫ້ເຫັນວ່າ ໃນລະຫວ່າງການລະບາດຂອງ COVID ຢູ່ໃນຂັ້ນຮຸນແຮງເມື່ອປີ 2020, ທ່ານ Trump ກໍໄດ້ສົ່ງຊຸດກວດສອບໄປຍັງນະຄອນຫຼວງມົສກູ, ແລະ ທ່ານ Putin ກໍຮັບຊຸດກວດທີ່ສົ່ງມາໃຫ້ດັ່ງກ່າວ ແຕ່ຂໍໃຫ້ມັນເປັນຄວາມລັບ ເພາະ ທ່ານ Putin ບໍ່ຕ້ອງການໃຫ້ມັນເກີດຄວາມນອງນັນທາງດ້ານການເມືອງ.

ຂໍ້ມູນຈາກ ທ່ານ Woodward ເປີດເຜີຍຄໍາຖະແຫຼງການຂອງ ທ່ານ Putin ຕໍ່ ທ່ານ Trump ວ່າ “ຂ້ອຍບໍ່ຢາກໃຫ້ເຈົ້າບອກໃຜ ເພາະຄົນ​ຈະ​ຊັງ​ເຈົ້າ, ບໍ່​ແມ່ນ​ຂ້ອຍ.”

ທ່ານ Woodward ໄດ້ອ້າງເຖິງແຫຼ່ງຂ່າວທີ່ເຄີຍເຮັດວຽກໃຫ້ ທ່ານ Trump ຜູ້ທີ່ບໍ່ມີຄວາມປະສົງຈະເປີດເຜີຍຊື່ ກ່າວວ່າ ທ່ານ Trump ອາດຈະໄດ້ໂອ້ລົມກັບ ທ່ານ Putin ເປັນເວລາ 7 ຄັ້ງນັບຕັ້ງແຕ່ການອອກຈາກຕໍາແໜ່ງປະທານາທິບໍດີສະຫະລັດໃນປີ 2021.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG