ສາຍພັນນຶ່ງ ທີ່ຮ້າຍແຮງເຖິງຕາຍ ໄດ້ເອົາຊີວິດຜູ້ຄົນໄປ
ຫຼາຍກວ່າເຄິ່ງນຶ່ງ ຂອງຈຳນວນຄົນທີ່ຕິດເຊື້ອໄຂ້ຫວັດສັດ
ປີກນັ້ນ. ບັດນີ້ ມີເຊື້ອໄຂ້ຫວັດສັດປີກສາຍພັນໃໝ່ອີກ ທີ່
ກຳລັງແຜ່ອອກໄປ ແລະອາດສາມາດສັງຫານຜູ້ຄົນໄດ້
ຮອດ ປະມານນຶ່ງສ່ວນສາມ ຂອງຈຳນວນຜູ້ຄົນທີ່ຕິດເຊື້ອ
ໂຣກດັ່ງກ່າວ. ເວລາໃດທີ່ມີເຊື້ອໄວຣັສ ທີ່ຮ້າຍແຮງຂະ
ໜາດນີ້ ກໍມັກມີຄວາມຢ້ານກົວກັນຂຶ້ນມາ ວ່າ ເຊື້ອໂຣກ
ດັ່ງກ່າວຈະລະບາດໄປທົ່ວໂລກ. Carol Pearson ຜູ້ສື່
ຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ທີ່ອາດສາມາດ
ເຮັດໃຫ້ຄວາມຢ້ານກົວດັ່ງກ່າວນັ້ນ ຈາງຫາຍ ໄປໄດ້ ຊຶ່ງ
ສິງມີລາຍລະອຽດ ມາສະເໜີທ່ານອັນດັບຕໍ່ໄປ…
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ເມື່ອຫຼາຍປີກ່ອນນີ້ ຈະເຫັນພາບແບບນີ້ຢູ່ໃນຫຼາຍໆເຂດຂອງເອເຊຍ ຄືພາບພວກຜູ້ຊາຍ
ໃສ່ຊຸດປ້ອງກັນເຊື້ອໂຣກພາກັນກຳຈັດເຊື້ອພະຍາດຢູ່ໃນຟາມລ້ຽງໄກ່ແລະທຳລາຍ
ພວກໄກ່ ທີ່ຕິດເຊື້ອໄຂ້ຫວັດສັດປີກ ທີ່ຮ້າຍແຮງເຖິງຕາຍ. ເຊື້ອໄວຣັສດັ່ງກ່າວສັງຫານ
ພວກສັດປີກ ແຕ່ບໍ່ຄ່ອຍແຜ່ລາມໄປຕິດຜູ້ຄົນ ແຕ່ພວກທີ່ຕິດເຊື້ອພະຍາດດັ່ງກ່າວ ກໍມີ
ທາງວ່າຈະເສຍຊີວິດໄປ ຫລາຍກວ່າຈະຫາຍດີ.
ເຊື້ອໄວຣັສດັ່ງກ່າວ ແມ່ນສາຍພັນ H5N1 ຊຶ່ງເວລານີ້ ກໍມີຢາວັກຊິນ ສຳລັບປ້ອງກັນພວກສັດປີກໄວ້ ຈາກເຊື້ອໂຣກນີ້ແລ້ວ.
ແຕ່ບັດນີ້ ມີສາຍພັນໃໝ່ໂຜ່ໂຕຂຶ້ນມາ ທີ່ກຳລັງສ້າງຄວາມແຕກຕື່ນຢ້ານກົວກັນ. ສາຍພັນໃໝ່ນີ້ເອີ້ນວ່າ H7N9. ສາຍພັນ H7N9 ນີ້ ບໍ່ເຮັດໃຫ້ພວກສັດປີກຕາຍ ແລະກໍບໍ່ເຮັດໃຫ້ມັນປ່ວຍດ້ວຍຊໍ້າ. ແຕ່ມັນສາມາດເຮັດໃຫ້ຄົນຕາຍໄດ້ ຖ້າຫາກມັນຕິດແປດໄປໃສ່ຄົນ.
ຄວາມເປັນຫ່ວງອັນນຶ່ງທີ່ຖືກຍົກຂຶ້ນມາເວົ້າກັນ ກໍແມ່ນວ່າ ທຸກໆເທື່ອທີ່ມີຄົນຕິດເຊື້ອໄວ ຣັສ H7N9 ນີ້ ມັນເປັນຮ່ອງຮອຍບອກວ່າ ໂລກໃກ້ຈະປະສົບກັບການລະບາດຄັ້ງໃຫຍ່ ຂອງເຊື້ອໂຣກດັ່ງກ່າວ ແຕ່ Dr. Anthony Fauci ຈາກສະຖາບັນສຸຂະພາບແຫ່ງຊາດ NIH ຂອງສະຫະລັດ ເວົ້າວ່າ “ຄວາມຄຶດອັນນັ້ນບໍ່ຖືກຕ້ອງ.”
Dr. Anthony Fauci ເປັນຫົວໜ້າພະແນກພະຍາດຕິດຕໍ່ທາງເຊື້ອໂຣກ ທີ່ສະຖາ
ບັນສຸຂະພາບແຫ່ງຊາດ NIH.
Dr. Fauci ເວົ້າວ່າ “ພວກເຊື້ອໂຣກແມ່ນຈະສືບຕໍ່ໂຜ່ໂຕຂຶ້ນມາແລ້ວ ຂຶ້ນ
ມາອີກ. ຄວາມເປັນຫ່ວງກ່ຽວກັບເລື້ອງນີ້ ກໍແມ່ນວ່າ ພວກເຊື້ອໄວຣັສ
ເຫຼົ່ານີ້ ໄດ້ກະໂດດເຂົ້າໃສ່ມະນຸດ ແລະໄດ້ເປັນອັນຕະລາຍເຖິງຕາຍ.
ແຕ່ຂ່າວທີ່ພາໃຫ້ອຸ່ນໃຈແດ່ນັ້ນ ກໍແມ່ນວ່າ ມັນບໍ່ໄດ້ ແຜ່ລາມອອກໄປ
ເລື້ອຍໆ.”
ທັງນີ້ກໍເນື່ອງຈາກວ່າ ອົງປະກອບທາງພັນທຸກໍາ ຫຼື gene ຂອງສາຍພັນເຫຼົ່ານີ້ຂອງໄຂ້
ຫວັດສັດປີກ ເຮັດໃຫ້ມັນຕິດແປດຈາກຄົນຜູ້ນຶ່ງໄປຫາອີກຜູ້ນຶ່ງ ໄດ້ຍາກ. ນັບຕັງແຕ່
ສາຍພັນ H7N9 ໂຜ່ໂຕຂຶ້ນມາ ເມື່ອນຶ່ງປີກ່ອນນີ້ ມີປະມານ 350 ຄົນໄດ້ຕິດເຊື້ອພະ
ຍາດດັ່ງ ກ່າວ. 35 ເປີເຊັນໃນນັ້ນ ໄດ້ເສຍຊີວິດໄປ ຊຶ່ງສ່ວນຫຼາຍແມ່ນຍ້ອນໄດ້ຈັບ
ບາຍສັດປີກ.
Dr. Anthony Fauci ກ່າວວ່າ "ເວລາໃດທີ່ເຮົາມີໄຂ້ຫວັດທີ່ຕິດປແດໄກ່ ມັນ
ກໍຈະມີອັນຕະລາຍຢູ່ເລື້ອຍໆ ທີ່ວ່າພວກໄກ່ທີ່ຢູ່ໃນຄອກໃກ້ໆກັນນັ້ນ ຈະ
ແຜ່ເຊື້ອພະຍາດຈາກໂຕນຶ່ງໄປຫາອີກໂຕນຶ່ງ ແລະບາງຄັ້ງບາງຄາວ ກໍຈະ
ມີຄົນທີ່ມາຢູ່ໃກ້ກັບໄກ່. ສະນັ້ນ ມັນກໍຈະມີການຕິດແປດຂອງເຊື້ອໄວຣັສ
ເຫຼົ່ານີ້ ຈາກໄກ່ໄປຫາຄົນ ຊຶ່ງບໍ່ແມ່ນເລື້ອງໃໝ່ເລີຍ.”
Dr. Fauci ກ່າວວ່າ ເວລາໃດທີ່ມີເຊື້ອໄວຣັສສາຍພັນໃໝ່ໂຜ່ໂຕຂຶ້ນມາ ບັນດາເຈົ້າໜ້າ
ທີ່ສາທາລະນະສຸກ ກໍຈະຕ້ອງໄດ້ຈັບຕາເບິ່ງຢ່າງລະມັດລະວັງ. ສະຫະລັດໄດ້ພັດທະນາ
ຢາວັກຊິນ ຫຼືຢາປ້ອງກັນ ໄຂ້ຫວັດສັດປີກສາຍພັນ H5N1 ຂຶ້ນມາແລ້ວ ແລະເວລານີ້ ກໍ
ກຳລັງພະຍາຍາມພັດທະນາຢາວັກຊິນ ເພື່ອປ້ອງກັນໄຂ້ຫວັດສັດປີກສາຍພັນໃໝ່ນີ້ຢູ່
ແຕ່ທ່ານບໍ່ຄຶດວ່າ ເຊື້ອໄວຣັສໄຂ້ຫວັດວັດປີກສາຍພັນໃໝ່ H7N9 ນີ້ ຈະເປັນໄພຂົ່ມຂູ່
ຫຼາຍໄປກວ່າສາຍພັນເກົ່າ H5N1 ທີ່ໄດ້ລະບາດຂຶ້ນມາໃນປີ 2003 ແລະຈົນຮອດເວ
ລານີ້ ກໍຍັງບໍ່ໄດ້ແຜ່ຜາຍຈາກຄົນນຶ່ງ ໄປຕິດແປດອີກຄົນນຶ່ງໄດ້ຢ່າງງ່າຍໆເທື່ອ.