ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂສມໜ້າໃໝ່ ຂອງສະພາກໍາປູເຈຍ ໃນຂະນະທີ່ກະສັດ ​ຊົງສະແດງຄວາມຍິນດີ ກັບຜູ້ທີ່ກໍາລັງເຂົ້າມາເປັນສະມາຊິກສະພາ

ກະສັດໂນໂຣດົມ ສີຫາໂມນີ ຂອງກໍາປູເຈຍ, ກາງ, ທັກທາຍບັນດາສະມາຊິກສະພາແຫ່ງຊາດ ກ່ອນການຖ່າຍຮູບຢູ່ຕໍ່ໜ້າຫໍສະພາແຫ່ງຊາດໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນຈັນ, ວັນທີ 21 ສິງຫາ 2023. ໃນວັນຈັນມື້ນີ້ ພະອົງໄດ້ຊົງເປັນປະທານໃນການເປີດສະພາແຫ່ງຊາດຄັ້ງທໍາອິດ ໃນນະຄອນຫຼວງພະນົມເປັນ.

ກະສັດຂອງກໍາປູເຈຍ ໄດ້ສະແດງຄວາມຍິນກັບບັນດາສະມາຊິກສະພາຊຸດໃໝ່ ພ້ອມທັງໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ຈົ່ງສົ່ງເສີມໃຫ້ລະບົບເສດຖະກິດມີການ ເຕີບ​ໂຕ​ແລະ​ມີຄວາມສະເໝີພາບ, ອີງຕາມລາຍງານຂອງອົງການຂ່າວ AP.

ມັນເປັນການໃຫ້​ພະ​ຣາ​ຊະ​ໂອ​ວາດ​ຕາມ​ທຳ​ນຽມ​ທີ່​ເຄີຍ​ປະ​ຕິ​ບັດ​ກັນ​ມາ ໃນ​ມື້​ເປີດ​ສະ​ພາແຫ່ງຊາດໃໝ່ ລຸນຫຼັງການເລືອກຕັ້ງ. ພັກປະຊາຊົນກໍາປູເຈຍໄດ້ຮັບໄຊ ຊະນະຢ່າງຖ້ວມລົ້ນ ໃນການເລືອກຕັ້ງແຫ່ງຊາດໃນເດືອນແລ້ວນີ້ລຸນຫຼັງປະສົບ ຄວາມສໍາເລັດ ໃນການຂັດຂວາງພັກຝ່າຍຄ້ານທັງໝົດ​ບໍ່​ໃຫ້​ເຂົ້າ​ຮ່ວມ. ໃນຕອນແລງວັນຈັນ, ກະສັດ ຈະ​ຊົງເປັນປະທານ ​ໃນການສາບານ​ໂຕເຂົ້າຮັບຕໍາແໜ່ງ ໃໝ່ຂອງບັນດາສະມາຊິກສະພາ.

ລັດຖະບານໃໝ່ຂອງກໍາປູເຈຍ ພວມຢູ່ພາຍໃຕ້ການປ່ຽນແປງໃຫຍ່, ແລະຜູ້ນໍາທີ່ກໍາອໍານາດມາ​ເປັນ​ເວ​ລາ​ດົນນານ ທ່ານຮຸນ ເຊນ ຈະມອບຕໍາແໜ່ງນາຍົກລັດ ຖະມົນຕີໃຫ້ແກ່ລູກຊາຍຂອງທ່ານ ທ່ານຮຸນ ມາເນດ. ທ່ານຮຸນ ມາເນດ ຈະສາບານໂຕເຂົ້າຮັບຕໍາແໜ່ງເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນວັນອັງຄານມື້ອື່ນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG