ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມການເມືອງຢູໂຣບໃໝ່ ຈັດກອງປະຊຸມຮອບປະຖົມມະເລີກໃນນະຄອນຫຼວງ ປຣາກ ປະເທດ ເຊັກ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ, ຊ້າຍ, ແລະ ນາຍົກລັດຖະມົນຕີ ເຊັກ ທ່ານ ປີເຕີ ເຟຍລາ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ຫຼັງຈາກກອງປະຊຸມປະຊາຄົມການເມືອງຢູໂຣບ, ນະຄອນຫຼວງ ປຣາກ, ປະເທດ ເຊັກ, 6 ຕຸລາ 2022.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ, ຊ້າຍ, ແລະ ນາຍົກລັດຖະມົນຕີ ເຊັກ ທ່ານ ປີເຕີ ເຟຍລາ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ຫຼັງຈາກກອງປະຊຸມປະຊາຄົມການເມືອງຢູໂຣບ, ນະຄອນຫຼວງ ປຣາກ, ປະເທດ ເຊັກ, 6 ຕຸລາ 2022.

ບັນດາຜູ້ນຳຈາກ 44 ປະເທດຢູໂຣບໃນພົບປະກັນ ໃນວັນພະຫັດວານນີ້ ຢູ່ນະ ຄອນຫຼວງ ປຣາກ ປະເທດ ເຊັກ ໃນກອງປະຊຸມຮອບປະຖົມມະເລີກຂອງປະຊາຄົມການເມືອງຢູໂຣບ, ເຊິ່ງແມ່ນກຸ່ມທີ່ຖືກຕັ້ງຂຶ້ນໃໝ່ເພື່ອພະຍາຍາມຊອກຫາ ແຜນຍຸດທະສາດ ເພື່ອແກ້ໄຂບັນຫາຮ່ວມກັນເຊັ່ນ ພະລັງງານ, ເສດຖະກິດ ແລະ ການບຸກລຸກຢູເຄຣນຂອງ ຣັດເຊຍ.

ກຸ່ມດັ່ງກ່າວ ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ເປັນຜູ້ຄິດ ຂຶ້ນມາ ແລະ ລວມທັງທັງໝົດ 27 ປະເທດສະຫາພາບຢູໂຣບ, ພ້ອມກັບອີກ 17 ປະເທດອື່ນໆ, ເຊິ່ງບາງປະເທດກຳລັງພະຍາຍາມຂໍເປັນສະມາຊິກສະຫະ ພາບຢູໂຣບ.

ມີພຽງສອງປະເທດຢູໂຣບທີ່ບໍ່ໄດ້ຖືກເຊີນຄື ຣັດເຊຍ ແລະ ປະເທດ ເບລາຣຸສ ພັນທະມິດທີ່ຢູ່ໃກ້ຄຽງຂອງເຂົາເຈົ້າ.

ໃນຄຳປາໄສເປີດກອງປະຊຸມດັ່ງກ່າວ, ທ່ານ ມາກຣົງ ໄດ້ກ່າວວ່າການຕັ້ງກຸ່ມທີ່ ວ່ານັ້ນຂຶ້ນມາແມ່ນແນເປົ້າ ເພື່ອສົ່ງຂໍ້ຄວາມແຫ່ງຄວາມສາມັກຄີ ໄປໃຫ້ທຸກປະເທດ ຢູໂຣບ ດ້ວຍການສ້າງສາ “ແຜນຍຸດທະສາດທີ່ແໜ້ນແຟ້ນ” ແລະ ຊອກ ຫາແຜນຍຸດທະສາດທົ່ວໄປ. ທ່ານໄດ້ລະບຸວ່າກຸ່ມດັ່ງກ່າວ ບໍ່ໄດ້ພະຍາ ຍາມທີ່ຈະແຂ່ງຂັນກັບສະຫະພາບຢູໂຣບ ແຕ່ຊອກຫາໂຄງການເສີມໃຫ້ສົມບູນຂຶ້ນ.

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ ໂອລາຟ ໂຊລສ໌, ຜູ້ທີ່ໄດ້ສະໜັບສະໜູນທ່ານ ມາກຣົງ ຢ່າງໃກ້ຊິດໃນການສ້າງກອງປະຊຸມສຸດຍອດດັ່ງກ່າວ ໄດ້ເວົ້າວ່າ ກອງປະຊຸມນີ້ ຈະສົ່ງສັນຍານທີ່ແຂງແກ່ນໄປໃຫ້ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ທ່ານ ໂຊລສ໌ ໄດ້ກ່າວວ່າ “ມັນເຫັນໄດ້ຊັດຫຼາຍທີ່ພວກເຮົາທຸກຄົນ ຜູ້ທີ່ມາປະ ຊຸມກັນຢູ່ທີ່ນີ້ຮູ້ວ່າການໂຈມຕີຂອງ ຣັດເຊຍ ຕໍ່ຢູເຄຣນ ແມ່ນການລ່ວງລະເມີດຄວາມປອດໄພ ແລະ ສັນຕິພາບທີ່ໂຫດຮ້າຍ ທີ່ພວກເຮົາໄດ້ມີຢູໂຣບໃນຫຼາຍທົດສະວັດທີ່ຜ່ານມາ. ແລະສະນັ້ນ, ມັນຈຶ່ງສຳຄັນທີ່ພວກເຮົາປະຕິເສດການໂຈມຕີນີ້.”

ກອງປະຊຸມສຸດຍອດຂອງວັນພະຫັດມື້ນີ້ປະກອບມີການເປີດພິທີ, ຕາມດ້ວຍການປະຊຸມຫຼາຍຄັ້ງທີ່ບັນດາຜູ້ນຳໄດ້ປຶກສາຫາລື ກ່ຽວກັບ ສິ່ງທ້າທາຍທີ່ສຳຄັນທີ່ຢູໂຣບໄດ້ປະເຊີນຄື: ການຮັກສາຄວາມປອດໄພ, ພະລັງງານ, ສະພາບອາກາດ, ສະພາບເສດຖະກິດທີ່ຫາຍະນະ ແລະ ການຍົກຍ້າຍຖິ່ນຖານ.

ຄາດກັນວ່າຈະບໍ່ມີຖະແຫຼງການກ່ຽວກັບນະໂຍບາຍ, ຍັດຕິ ຫຼື ຄຳຖະແຫຼງການ ອອກມາຈາກກອງປະຊຸມສຸດຍອດນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG