ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະເບີດ ຄັ້ງໃໝ່ ຂອງພູໄຟ ທີ່ລັດຮາວາຍ ພາໃຫ້ລາວາ ໄຫຼເຂົ້າໃກ້ ໂຮງໄຟຟ້າ


ໃນພາບຖ່າຍນີ້ ເມື່ອວັນທີ 19 ພຶດສະພາ 2018, ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS, ສະແດງໃຫ້ເຫັນລາວາແດງຮ້ອນ ພວມໄຫລ ອອກຈາກຮອຍແຕກແຫງຂອງພື້ນດິນ ຢູ່ໃກ້ກັບເມືອງປາຮົວ ລັດຮາວາຍ.
ໃນພາບຖ່າຍນີ້ ເມື່ອວັນທີ 19 ພຶດສະພາ 2018, ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS, ສະແດງໃຫ້ເຫັນລາວາແດງຮ້ອນ ພວມໄຫລ ອອກຈາກຮອຍແຕກແຫງຂອງພື້ນດິນ ຢູ່ໃກ້ກັບເມືອງປາຮົວ ລັດຮາວາຍ.

ພວກພະນັກງານຈຳນວນນຶ່ງ ໄດ້ເລັ່ງປິດປາກບໍ່ຢູ່ທີ່ໂຮງງານຜະລິດໄຟຟ້າດ້ວຍຄວາມ
ຮ້ອນ ທີ່ໄດ້ຮັບການຂົ່ມຂູ່ຈາກລາວາຮ້ອນ ທີ່ໄຫລອອກມາຈາກພູໄຟຄີໂລເວອາ ໃນລັດ
ຮາວາຍ.

ສາຍລາວາ ທີ່ໄຫລເຂົ້າໄປໃນພື້ນທີ່ຂອງໂຮງງານ ຜະລິດໄຟຟ້າດ້ວຍຄວາມຮ້ອນ ທີ່ມີ
ເນື້ອທີ່ 800 ເອເກີ ຫຼືປະມານ 330 ເຮັກຕາ ໃນວັນຈັນຜ່ານມາ ແລະໄດ້ຢຸດຢູ່ປະມານ
274 ແມັດ ຈາກບໍ່ໃຕ້ດິນທີ່ຢູ່ໃກ້ທີ່ສຸດ. ໃນວັນອັງຄານວານນີ້ ລາວາໄດ້ເລີ້ມເຄື່ອນຍ້າຍ
ອີກເທື່ອນຶ່ງ.

ໂຮງງານດັ່ງກ່າວ ໄດ້ຖືກປິດໄວ້ ບໍ່ດົນຫຼັງຈາກທີ່ພູໄຟຄີໂລເວອາ ໄດ້ເລີ້ມພົ່ນລາວາ
ອອກມາ ເມື່ອວັນທີ 3 ພຶດສະພາແລ້ວນີ້.

ພວກເຈົ້າໜ້າທີ່ ຢ້ານວ່າ ຖ້າຫາກລາວາ ໄຫລເຂົ້າໄປໃນບໍ່ ທີ່ບໍ່ໄດ້ຖືກປິດໄວ້ນັ້ນ ມັນ
ອາດຈະປ່ອຍຄວັນພິດ ໄຮໂດຣເຈັນ ຊັລຟາຍດ໌ ອອກມາ ແລະແກັສທີ່ໄວໄຟ ກໍເປັນໄດ້.

ລາວາ ໄດ້ໄຫລເຂົ້າໄປໃນບໍລິເວນໂຮງງານຜະລິດໄຟຟ້າດ້ວຍຄວາມຮ້ອນ ທີ່ມີເນື້ອທີ່
330 ເຮັກຕາ ໃນຕອນແລງວັນຈັນຜ່ານມານີ້ ແລະ ໄດ້ທຳລາຍສາງໄວ້ເຄື່ອງແຫ່ງນຶ່ງ
ອີງຕາມຄຳເວົ້າຂອງທ່ານນາງ ແຈນເນັດ ສໄນເດີ ໂຄສົກຂອງເມືອງ ໃນລັດຮາວາຍ.

ບັນດາເຈົ້າໜ້າທີ່ຂອງເມືອງ ຂອງລັດ ແລະ ລັດຖະບານກາງ ແມ່ນກຳລັງຕິດຕາມເບິ່ງ ການໄຫລຂອງລາວາຢູ່ ແລະພວມປະສານງານກັບໂຮງງານຜະລິດໄຟຟ້າ “ເພື່ອຮັບ
ປະກັນຄວາມປອດໄພ ຂອງຊຸມຊົນ ທີ່ຢູ່ອ້ອມບໍລິເວນນັ້ນ”
ອີງຕາມຄຳຖະແຫລງ
ຂອງອົງການປົກປ້ອງພົນລະເຮືອນ. ອົງການນີ້ກ່າວຕື່ມວ່າ ພວກພົນລະເມືອງທີ່ຢູ່
ໃກ້ຄຽງ ຄວນກຽມພ້ອມທີ່ຈະຍົກຍ້າຍອອກໄປຈາກພື້ນທີ່ ໃນເມື່ອໄດ້ຮັບແຈ້ງການ
ໃນເວລາອັນສັ້ນ ຍ້ອນການຖືກຄຸກຄາມຂອງແກັສພິດ ຫຼື ລາວາຮ້ອນ.

ການລະເບີດຂຶ້ນຂອງພູໄຟຄີໂລເວອາຊຶ່ງໄດ້ກໍ່ໃຫ້ເກີດມີຮອຍແຕກແຫງຫຼາຍເກືອບ
20 ກວ່າແຫ່ງແລ້ວ ກຳລັງພົ່ນລາວາອອກມາ ຢູ່ເລື້ອຍໆ ກໍໄດ້ກ້າວເຂົ້າສູ່ ຂັ້ນຮ້າຍ
ແຮງຫຼາຍຂຶ້ນ ໃນທ້າຍສັບປະດາຜ່ານມານີ້ ເຊິ່ງໄດ້ສົ່ງຫີນຮ້ອນແດງ ເປັນຈຳນວນ
ຫຼວງຫຼາຍອອກມາຈາກຮອຍແຕກແຫງຫຼາຍໆແຫ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG