ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມ New England Patriots ບຸກຄືບໜ້າຄືນມາຍາດເອົາ ໄຊຊະນະ ໃນວິນາທີສຸດທ້າຍ ໃນ Super Bowl ຄັ້ງທີ 51


ທ້າວ Tom Brady ເປັນ quarterback ຫຼືຜູ້ນຳທີມ New England Patriots ຍົກລາງວັນຊະນະເລີດ Vince Lombardi Trophy ຂຶ້ນ ຫຼັງຈາກຍາດໄດ້ໄຊຊະນະຈາກທີມ Atlanta Falcons ໃນການແຂ່ງຂັນຊິງແຊ້ມປ້ຽນ Super Bowl ຄັ້ງທີ 51 ຂອງ ສະມາຄົມຟຸດບອລແຫ່ງຊາດ ຫຼື NFL, ວັນທີ 5 ກຸມພາ 2017.
ທ້າວ Tom Brady ເປັນ quarterback ຫຼືຜູ້ນຳທີມ New England Patriots ຍົກລາງວັນຊະນະເລີດ Vince Lombardi Trophy ຂຶ້ນ ຫຼັງຈາກຍາດໄດ້ໄຊຊະນະຈາກທີມ Atlanta Falcons ໃນການແຂ່ງຂັນຊິງແຊ້ມປ້ຽນ Super Bowl ຄັ້ງທີ 51 ຂອງ ສະມາຄົມຟຸດບອລແຫ່ງຊາດ ຫຼື NFL, ວັນທີ 5 ກຸມພາ 2017.

ທີມ New England Patriots ໄດ້ເອົາຊະນະ ດ້ວຍການຕໍ່ເວລາ ເປັນຄັ້ງທຳອິດ ເປັນປະວັດການ ຂອງການແຂ່ງຂັນຊິງແຊ້ມປ້ຽນ Super Bowl ຂອງສະມາຄົມ ຟຸດບອລແຫ່ງຊາດ ສະຫະລັດ ໂດຍການນຳຂຶ້ນມາ ຈາກການແລ່ນຕາມຫລັງ ທີມ Atlanta Falcons ດ້ວຍ ຄະແນນ 25 ແຕ້ມ ແລ້ວເອົາຊະນະ ດ້ວຍຄະແນນ 34
ຕໍ່ 28 ໃນການແຂ່ງຂັນ Super Bowl ຄັ້ງທີ 51 ທີ່ຫລິ້ນກັນຢູ່ທີ່ນະຄອນ Houston
ລັດ Texas.

ທັງນີ້ເປັນໄຊຊະນະ ຊູເປີບອລ ຄັ້ງທີ່ 5 ຂອງ ນິວອິງແຄຼນ ທີ່ເປັນ ຄັ້ງປະຫວັດສາດ
ນັບຕັ້ງແຕ່ສະມາຄົມຟຸດບອລເກົ່າ ໄດ້ເຂົ້າຮ່ວມກັບ ອາເມຣິກັນຟຸດບອລລີກ ໃນ ທ້າຍຊຸມປີ 1960 ເປັນຕົ້ນມາ.

ທີມ ແພທຣີອົດ ທີ່ໄດ້ຄະແນນພຽງແຕ່ 3 ຕໍ່ 28 ໃນ ເວລາ ສາມສ່ວນສີ່ ລຸນຫຼັງ ເຄິ່ງ
ເວລາທຳອິດ ຂອງເກມ ທີ່ທິມ Falcons ຊະນະ ມາຕະຫຼອດນັ້ນ ນິວອິງແຄຼນ ໄດ້ຄືບ
ໜ້າຢ່າງໃຫຽ່ ໂດຍການແລ່ນນຳເອົາບານເຂົ້າເສັ້ນໄຊ ຫຼື touchdown ຂອງທ້າວ James White ນັກແລ່ນດ້ານຫຼັງ ຫຼື running back ທີ່ແລ່ນໃນໄລຍະໄກ້ ພຽງນຶ່ງຫຼາ
ແລະ ປະສົມກັບການຫລິ້ນເອົາສອງຄະແນນ ດ້ວຍການແກວ່ງຈາກ Tom Brady
ທີ່ເປັນ quarterback ຫຼືຜູ້ນຳທີມ ໃຫ້ແກ່ທ້າວ Danny Amendola ຜູ້ທີ່ຄອຍຮັບ
ເອົາບານ ຜ່ານເຂົ້າເສັ້ນໄຊ ພາໃຫ້ເກມມີຄະແນນເທົ່າກັນ 28 ຕໍ່ 28 ໃນນາທີສຸດທ້າຍ
ຂອງກຳນົດເວລາ.

ການທຳຄະແນນໄດ້ນັ້ນ ເປັນການບຸກຂຶ້ນມາດ້ວຍໄລຍະຍາວ ເຖິງ 91 ຫຼາ ທີີ່ປະກອບ
ດ້ວຍການຮັບບານທີ່ມະຫັດສະຈັນ ໂດຍທ້າວ Julian Edelman ຜູ້ທີ່ດຶງເອົາບານ
ອອກມາຈາກຂາ ຂອງຝ່າຍປ້ອງກັນທີມ Falcon ຈຳນວນສາມຄົນ ໃນຂະນະທີ່
ພວກເຂົາເຈົ້າລົ້ມລົງສູ່ພື້ນຂອງສະໜາມ.

ໃນຊ່ວງຕໍ່ເວລາ ອອກໄປຕື່ມນັ້ນ ທີມນິວອິງແກລນ ໄດ້ບານກ່ອນເປັນຝ່າຍບຸກ ແລະ
ໄດ້ບຸກຄື້ບໜ້າໄປເລື້ອຍໆ ຕາມແບບແຜນ ກ່ອນທີ່ທ້າວ White ຈະແລ່ນເຂົ້າເສັ້ນໄຊ
ເປັນເທື່ອທີ 3 ອັນເປັນການກັບຄືນມາ ເອົາຊະນະ ທີ່ໃຫຍ່ທີ່ສຸດ ໃນ ປະຫວັດສາດ
ຂອງ Super Bowl. ບໍ່ເຄີຍມີທີມໃດ ທີ່ສາມາດກັບຄືນມາເອົາຊະນະ ຫຼັງຈາກທີ່ ຕາມຫລັງຫຼາຍກວ່າ 10 ຄະແນນ. ທ້າວ White ຍັງໄດ້ຮັບສະຖິຕິ ຂອງ Super
Bowl ດ້ວຍການ ຮັບບານໄດ້ 14 ເທື່ອລວມຄວາມຍາວໄດ້ 110 ຫຼາ ຊຶ່ງຫຼາຍທີ່ສຸດ ສຳລັບນັກແລ່ນ ໃນເກມການແຂ່ງຂັນຂິງແຊ້ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG