ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢາຕ້ານເລືອດກ້າມໃໝ່ ເຮັດໃຫ້ການຜ່າຕັດຫົວໃຈ ປອດໄພຂຶ້ນ ສໍາລັບຄົນທີ່ໃຊ້ ທໍ່ລວດຂະຫຍາຍເສັ້ນເລືອດ (ເບິ່ງວີດິໂອ)


ຢາຕ້ານເລືອດກ້າມໃໝ່ ເຮັດໃຫ້ການຜ່າຕັດຫົວໃຈ ປອດໄພຂຶ້ນ ສໍາລັບຄົນທີ່ໃຊ້ ທໍ່ລວດຂະຫຍາຍເສັ້ນເລືອດ (ເບິ່ງວີດິໂອ)
ຢາຕ້ານເລືອດກ້າມໃໝ່ ເຮັດໃຫ້ການຜ່າຕັດຫົວໃຈ ປອດໄພຂຶ້ນ ສໍາລັບຄົນທີ່ໃຊ້ ທໍ່ລວດຂະຫຍາຍເສັ້ນເລືອດ (ເບິ່ງວີດິໂອ)

ຜູ້​ຄົນ​ທີ່​ຜ່າຕັດ​ຫົວ​ໃຈ ມັກ​ຈະ​ກິນ​ຢາ​ທີ່​ເຮັດ​ໃຫ້​ເລື​ອດ​ແຫລວ​ເພື່ອ​ປ້ອງ​ກັນ​ບໍ່​​ໃຫ້​​ເລືອດກ້າມ ​ຕັດຮູ​ເສ້ນ​ເລືອດ ທີ່​ເປັນ​ອັນຕະລາຍ​ຕໍ່ຊີວິດ. ​ແຕ່​ວ່າ ຖ້າ​ພວກ​ຄົນ​ເຈັບ​ເຫລົ່ານີ້ຫາກ​ຕ້ອງໄດ້​ ຮັບການຜ່າຕັດ​ອີກ ພວກ​ເຂົາ​ເຈົ້າ​ແມ່ນຈະ​ປະ​ເຊີນ​ກັບ​ບັນຫາ​ໃຫຍ່. ພວກ​ເຂົາ​ເຈົ້າຈະຕ້ອງ​ໄດ້​​ເຊົາ​ກິນ​ຢາ​ທີ່​ປ້ອງ​ກັນ​​ບໍ່​ໃຫ້ເລືອດກ້າມນັ້ນຫລາຍ​ມື້ກ່ອນ​ການຜ່າຕັດ ​ເພື່ອ​ຫລີກເວັ້ນ ອາການເລືອດ​ໄຫລ​ບໍ່ຢຸດ​ຈົນ​ເຖິງ​ຂັ້ນ​ເສຍ​ຊີວິດ​ຢູ່​ໃນ​ຫ້ອງ​ຜ່າຕັດ. ຫາກ​ແຕ່​ວ່າ ​ເມື່ອ​ ໃດ​ພວກ​ເຂົາ​ເຈົ້າ​ເຊົາ​ກິນ​ຢາ ​ເຂົາ​ເຈົ້າກໍ​ຈະ​ຕ້ອງສ່ຽງຕໍ່ການ​ມີ​ອາການ​ເລືອດ​ອຸດ​ຕັນ. ວິທີແກ້​ໄຂ​ບັນຫານີ້ທີ່​ດີ​ທີ່​ສຸດ ​ກໍ​ຄື ກິນ​ຢາຕ້ານ​ອາການ​​ເລືອດ​ກ້າມ ​ທີ່ໝົດ​ລິດໄປ​ຈາກຮ່າງກາຍ ​ຢ່າງ​ໄວວາ ​ເພື່ອ​ວ່າ​ຄົນ​ເຈັບ​ຈະ​ສາມາດ​ໄດ້​ຮັບ​ການຜ່າຕັດ​ ໂດຍ​ບໍ່​ໃຫ້ມີ​ການ​ຊັກ​ຊ້າ​ແຕ່​ຢ່າງໃດ. ຜູ້​ສື່​ຂ່າວ VOA Carol Pearson ລາຍ​ງານ​ວ່າ ຢາ​ແບບ​ນັ້ນກໍາລັງ​ຈະ​ມີ​ໃຫ້​ໃຊ້​ແລ້ວ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທໍ່ລວ​ດນ້ອຍໆສໍາລັບ​ຫົວ​ໃຈ ຫລື heart stents ​ແມ່ນສໍາ​ລັບ​ໄຂ​ຮູເສັ້ນ​ເລືອດ​ທີ່​ໄຫລ​
ອອກ​ຈາກ​ຫົວ​ໃຈ ທີ່​ຕີບ​ຕັນຍ້ອນ​ເລືອດ​ກ້າມ​ນັ້ນ ເພື່ອ​ຊ່ວຍ​ໃຫ້​ເລືອດໄຫລ​ສະ​ດວກ. ທໍ່ລວດດັ່ງກ່າວຍັງສາມາດຊ່ວຍ​ຄໍ້າ​ຊູ​ເສັ້ນ​ເລືອດທີ່ບໍ່​ແຂງ​ແຮງ ​ແລະ​ປ້ອງ​ກັນ​ບໍ່ໃຫ້​ມັນ
ຕັນ​ເພື່ອ​ໃຫ້​ເລືອດ​ໄຫລ​ສະດວກ​ໄດ້. ​ນາຍ​ໝໍເອົາ​ທໍ່​ລວດ​ນີ້ ​ເຂົ້າ​ໄປ​ຝັງໄວ້ທາງ​ໃນ​ເສ້ນ
ເລືອດ ​ໃນ​ຂັ້ນຕອນການ​ແພດທີ່​ເຮັດ​ກັນ​ທົ່ວ​ໄປ ຊຶ່ງ​ເອີ້ນວ່າ ການ​ແປງ​ທາງ​ເດີນ​ຂອງ
ເລືອດ​ໃຫ້​ເດີນ​ສະດວກ ຫລື angioplasty.

ໃນ​ລະຫວ່າງຂັ້ນຕອນ​ດັ່ງກ່າວ ນາຍ​ແພດຈະສອດ​ທໍ່​ນ້ອຍໆທີ່ຫຸ້ມ​ດ້ວຍໝາກ​ປຸມ​ເປົ້າ
ຫລືອຸປະກອນ​ຄ້າຍຄື​ກັນ​ຢູ່​ທາງປາຍນັ້ນ ​ເຂົ້າ​ໄປ​ໃນ​ເສັ້ນ​ເລື​ອດ​ ​ໄປ​ຍັງບ່ອນ​ທີ່​ເສັ້ນ​ເລືອດ
ຕີບ ຫລື​ຖືກອຸດ​ຕັນຍ້ອນ​ເລືອດ​ກ້າມ​ນັ້ນ.

ລຸນ​ຫລັງ​ທີ່​ສອດທໍ່ລວດ​ໃສ່ແລ້ວ ນາຍ​ແພດ​ຈະ​ໃຫ້ຄົນ​ເຈັບກິນຢາ​ທີ່​ເຮັດ​ໃຫ້​ເລືອດ​ແຫລວ
ເພື່ອ​ປ້ອງກັນ​ບໍ່​ໃຫ້​ທໍ່​ລວດ​ຖືກ​ອຸດ​ຕັນ. ​ແຕ່ບັນຫາ​ຈະເກີດ​ຂຶ້ນ ເວລາ​ໃດ​ທີ່​ຄົນ​ເຈັບ​ທີ່ກິນ
​ຢາເຫລົ່ານີ້ ຕ້ອງ​ໄດ້​ຜ່າຕັດ​ຫົວ​ໃຈ. ນັກ​ຊ່ຽວຊານ​ດ້ານ​ຫົວ​ໃຈ ດຣ. Eric Topol ກ່າວ​
ສະຫລຸບ​ກ່ຽວກັບ ບັນຫາຫຍຸ້ງຍາກນີ້ວ່າ:

“ຄວາມ​ສ່ຽງ​ແມ່ນ​ສູງ​ຫລາຍອີ່ຫລີ ​ເມື່ອ​ໃດທີ່​ເອົາທໍ່ລວດເຂົ້າ​ໄປ​ຝັງ​ຢູ່​ໃນເສັ້ນ
​ເລືອດ​ຈາກຫົວ​ໃຈແລ້ວ ​ແລະ​ຖ້າ​ຫາກ​ວ່າທໍ່ລວດ​ນັ້ນຕັນຂຶ້ນ​ມາ ມັນ​ກໍຈະ​ພາ
​ໃຫ້​ເກີດ​ອາການຫົວ​ໃຈ​ວາຍ ຫລືບໍ່ກໍ​ຈະເຮັດ​ໃຫ້​ຄົນ​ເຈັບ​ເສຍ​ຊີວິດ​ໄປ.”

Dr. Topol ເປັນ​ຫົວໜ້າສະ​ຖາ​ບັນ​ຜັນ​ແປ​ທາງ​ວິທະຍາສາດ Scripps ຫລື Scripps
Translational Science Institute. ທ່ານ​ຍັງ​ເປັນ​ຜູ້​ຮ່ວມຂຽນບົດ​ສຶກສາຄົ້ນຄວ້າ
ທີ່​ພົວພັນ​ກັບຄົນ​ເຈັບ 200 ຄົນ ທີ່​ມີທໍ່​ລວດ​ ຝັງຢູ່​ໃນ​ເສ້ນ​ເລືອດ​ ​ແລະ​ຕ້ອງ​ໄດ້​ຜ່າຕັດຫົວ
ໃຈເພື່ອ​ເຮັດ​ໃຫ້ເລືອດ​ເດີນ​ໄດ້​ນັ້ນ. ​ເຄິ່ງນຶ່ງ​ໃນ​ຈໍານວນ​ຄົນ​ເຈັບ​ພວກ​ນັ້ນ ​ແມ່ນ​ໃຫ້​ກິນ​ຢາ​
ຫລອກ. ສ່ວນ​ອີກ​ເຄິ່ງນຶ່ງ ​ແມ່ນໄດ້​ຮັບ​ຢາທີ່​ເອີ້ນວ່າ ຢາຕ້ານ​ການກໍ່ຕົວຂອງເມັດເລືອດ
ຫລື cangrelor ຊຶ່ງ​ຄົນ​ເຈັບ​ໄດ້​ຮັບໂດຍ​ການ​ສັກ​ໃສ່​ປົນ​ກັບ​ນໍ້າ​ທະ​ເລ. Dr. Topol ອະທິ
ບາຍ​ວ່າ:

"ພວກ​ເຮົາ​ກໍາລັງ​ທົດ​ລອງ ​ເພື່ອ​ຈະ​ເບິ່ງ​ວ່າ ພວກ​ເຮົາ​ຈະ​ສາມາດ​ກີ​ດກັນ​ເມັດ​ເລືອດ​
ຂອງ​ພວກ​ຄົນເຈັບ ຊຶ່ງ​ເປັນເເຊ​ລທີ່​ກໍ່ຕົວ​ເປັນ​ກ້ອນ​ນັ້ນ ​ບໍ່​ໃຫ້​ກ້າມໄດ້​ ຫລືບໍ່?"

ຄຸນ​ນະ​ສົມບັດ​ໃນ​ການ​ຕ້ານ​ເລືອດ​ກ້າມຂອງ​ຢາ Cangrelor ​ແມ່ນ​ເຊົາ​ອອກ​ລິດພາຍ​ໃນ
​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ສະນັ້ນ ນາຍ​ແພດສາມາດ​ເຊົາ​ສັກ​ໃສ່​ຄົນ​ປ່ວຍ​ກິ​ນ​ໄດ້ ກ່ອນໜ້າ​ການ
ຜ່າຕັດບໍ່​ເທົ່າ​ໃດ​ຊົ່ວ​ໂມງ​. ທ່ານ Topol ກ່າວ​ຕໍ່​ໄປ​ວ່າ:

“ຜົນ​ຮັບ​ແມ່ນ​ເປັນໜ້າຕື່ນ​ເຕັ້ນສົມຄວນ ​ໃນ​ຂໍ້ທີ່​ວ່າ ​ມັນ​ສາມາດກີດຂວາງ ບໍ່​ໃຫ້​
ເລືອດ​ກ້າມ​ໄດ້. ພວກ​ເຮົາ​ສາມາດ​ເຮັດ​ແນວ​ນັ້ນ ກັບ​ຄົນ​ເຈັບໝົດທຸກ​ຄົນ​ໄດ້ ຢ່າງ
​ແທ້​ຈິງ​ ​ໂດ​ຍການ​ໃຊ້​ຢາ cangrelor ນີ້ ​ເມື່ອທຽບ​ໃສ່​ກັບ​ຢາ​ຫລອກ.”

Dr. Topol ​ເວົ້າວ່າ ຢາ​ນັ້ນບໍ່ພຽງ​ແຕ່​ຊ່ວຍເຮັດ​ໃຫ້ຄົນ​ເຈັບ ​ສາມາດ​ໄດ້​ຮັບ​ການຜ່າຕັດ​ໄວ
​ຂຶ້ນກວ່າ​ເກົ່າ​ເທົ່າ​ນັ້ນ ມັນ​ຍັງ​ຊ່ວຍ​ໃຫ້​ພວກ​ເຂົາ​ເຈົ້າບໍ່ມີ​ບັນຫາ​ເລືອດ​ໄຫລ​ບໍ່ຢຸດ ​ອີກ​ດ້ວຍ.

“ສະນັ້ນ ດຽວນີ້ ພວກ​ເຮົາແມ່ນມີຢາທີ່​ສັກ​ໃສ່​ຄົນ​ເຈັບ​ກັບ​ນໍ້າ​ທະ​ເລ ທີ່​ຜ່ານການ
​ທົດ​ລອງມາ​ແລ້ວ ທີ່ເຮົາສາມ​າດ​ນໍາໃຊ້​ ​ໃນ​ລະຫວ່າງມື້ທີ່​ຄົນ​ເຈັບ​ຢຸດ​ກິນ​ຢາ​ເມັດ
​ຕ້ານ​ເລືອດ​ກ້າມ ​ແລະມື້​ທີ່​ຈະ​ໄດ້​ຮັບ​ການຜ່າຕັດ​ຫົວ​ ໃຈໃໝ່​ນັ້ນ.”

ບົດ​ລາຍ​ງານ​ກ່ຽວກັບ​ການ​ທົດ​ລອງຢາຕ້ານ​ເລືອດ​ກ້າມ​ໃໝ່ cangrelor ​ທີ່​ໄດ້​ຮັບ​ຜົນ​ດີ
ນັ້ນ ໄດ້​ຖືກ​ນໍາ​ລົງ​ພິມ​ໃນ​ວາລະສານ ສະມາຄົມ​ການ​ແພດ ສະຫະລັດ ຫລື Journal of
the American Medical Association.

ເບິ່ງວີດິໂອລາຍງານຂ່່າວເປັນພາສາອັງກິດ

XS
SM
MD
LG