ເອກກະສານທີ່ໄດ້ຖືກເປີດເຜີຍເມື່ອຕອນແລງວັນສຸກຜ່ານມາ ສະແດງໃຫ້ເຫັນວ່າ ທະນາຍຄວາມສ່ວນຕົວຂອງ ທ່ານດໍໂນລ ທຣຳ ກໍຄືທ່ານຣູດີ ຈູລີອານີ ໄດ້ຕິດຕໍ່ກັບລັດຖະມົນຕີການຕ່າງປະເທດ ທ່ານໄມຄ໌ ພອມພຽວ ໃນໄລຍະສອງເດືອນ ກ່ອນທີ່ເອກອັກຄະລັດຖະທູດ ສະຫະລັດ ປະຈຳຢູເຄຣນ ຈະຖືກຮຽກຕົວກັບຄືນ ຢ່າງກະທັນຫັນ.
ກະຊວງການຕ່າງປະເທດສະຫະລັດ ໄດ້ເປີດເຜີຍເອກກະສານຈຳນວນນຶ່ງ ໃຫ້ແກ່ກຸ່ມກວດສອບຂອງອາເມຣິກາ ຫຼື American Oversight group ໃນການຕອບສະໜອງຕໍ່ກົດໝາຍ ວ່າດ້ວຍເສລີພາບດ້ານຂໍ້ມູນຂ່າວສານ. ເອກກະສານດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ທ່ານພອມພຽວ ໄດ້ສົນທະນາກັບທ່ານຈູລີອານີ ໃນວັນທີ 26 ແລະ ວັນທີ 29 ເດືອນມີນາ.
ທ່ານອອສຕິນ ອີເວີສ໌ ຜູ້ອຳນວຍການບໍລິຫານ ຂອງອົງການ American Oversight ໄດ້ກ່າວວ່າ ເອກກະສານດັ່ງກ່າວ ໄດ້ເປີດເຜີຍ “ຢ່າງຈະແຈ້ງ ກ່ຽວກັບ ຮ່ອງຮອຍຂອງເອກກະສານ ຈາກທ່ານ ຣູດີ ຈູລີອານ ທີ່ຕິດຕໍ່ຫາ ຫ້ອງການປະທານາທິບໍດີຂອງທຳນຽບຂາວ ຫາ ລັດຖະມົນຕີວ່າການຕ່າງປະເທດ ເພື່ອອຳນວຍຄວາມສະດວກ ໃນການພະຍາຍາມໃສ່ຮ້າຍປ້າຍສີ ເອກອັກຄະລັດຖະທູດສະຫະລັດ ປະຈຳຢູເຄຣນ ໂດຍທ່ານ ຈູລີອານີ.
ເມື່ອສັບປະດາແລ້ວນີ້ ອະດີດເອກອັກຄະລັດຖະທູດ ທ່ານນາງ ມາເຣຍ ໂຢວາໂນວິຈ ໄດ້ກ່າວຕໍ່ ບັນດານັກສືບສວນຂອງຄະນະສອບສວນເພື່ອຟ້ອງຮ້ອງປະທານາທິບໍດີ ຂອງສະພາຕ່ຳ ວ່າ ທ່ານນາງຮູ້ສຶກ “ຖືກທຳຮ້າຍ” ໂດຍການ “ໃສ່ຮ້າຍປ້າຍສີ” ຕໍ່ທ່ານນາງ ໂດຍທ່ານຈູລີອານີ. ທ່ານນາງ ໂຢວາໂນວິຈ ໄດ້ຖືກປົດອອກຈາກຕຳແໜ່ງ ປະຈຳ ຢູເຄຣນ ໃນເດືອນພຶດສະພາ ຜ່ານມາ.
ເອກກະສານທີ່ໄດ້ຖືກເປີດເຜີຍໃນວັນສຸກນັ້ນ ຍັງປະກອບດ້ວຍ ບົດລາຍງານສະບັບນຶ່ງ ທີ່ປາກົດຢູ່ກັບປຶ້ມບັນທຶກຂອງໂຮງແຮມທຣຳ ຊຶ່ງປາກົດວ່າ ເປັນບົດສະຫລຸບຂອງການສຳພາດກັບອະດີດໄອຍະການໃຫຍ່ຂອງຢູເຄຣນ ທ່ານ ວິກເຕີ ໂຊກິນ ໃນວັນທີ 23 ມັງກອນ ປີ 2019. ບົດສະຫລຸບນີ້ ກ່າວວ່າ ທ່ານຈູລີອານີ ແລະນັກທຸລະກິດສອງຄົນທີ່ເປັນເພື່ອນຮ່ວມງານ ຄືທ່ານເລບວ໌ ປາຣນາສ ແລະ ທ່ານອີກໍ ຟຣູແມນ ແມ່ນມີໜ້າຢູ່ນຳ.
ທ່ານປາຣນາສ ແລະທ່ານຟຣູ ແມ່ນໄດ້ຖືກຈັບກຸມເມື່ອເດືອນແລ້ວນີ້ ໃນການຟ້ອງຮ້ອງ ຕໍ່ຂໍ້ຫາ 4 ກະທົງ ປະກອບດ້ວຍ ການສົມຮູ້ຮ່ວມຄິດ ການໃຫ້ຄວາມເທັດ ຕໍ່ຄະນະກຳມາທິການເລືອກຕັ້ງຂອງລັດຖະບານກາງ ແລະ ປອມແປງເອກກະສານ. ພວກເຂົາທັງສອງ ໄດ້ມີບົດບາດທີ່ສຳຄັນ ໃນຄວາມພະຍາຍາມຂອງທ່ານ ຈູລີອານີ ທີ່ຈະລິເລີ້ມການສືບສວນໂດຍ ຢູເຄຣນ ໃນເລື້ອງຂອງການສໍ້ລາດບັງຫຼວງ ຕໍ່ຄູ່ແຂ່ງເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ແລະລູກຊາຍຂອງເພິ່ນ ຄື ທ່ານຮັນເຕີ ໄບເດັນ.
ໃນເອກກະສານດັ່ງກ່າວ ທ່ານໂຊກິນ ອ້າງວ່າ ທ່ານໄດ້ຖືກປົດອອກຈາກຕຳແໜ່ງຂອງທ່ານ ພາຍໃຕ້ການກົດດັນຈາກທ່ານໄບເດັນ.
ບົດບັນທຶກສະບັບທີສອງ ປາກົດວ່າ ເປັນບົດສະຫລຸບ ຂອງການສຳພາດກັບ ທ່ານ ຢູຣີ ລຸດເຊັກໂກ ຜູ້ທີ່ເຄີຍເປັນໄອຍະການໃຫຍ່ຂອງຢູເຄຣນອີກດ້ວຍ ຊຶ່ງການສຳພາດໄດ້ດຳເນີນການໄປ ໂດຍມີທ່ານຈູລີອານີ ທ່ານປາຣນາສ ແລະທ່ານຟຣູແມນ ມີໜ້າຢູ່ນຳ. ອີງຕາມຄຳເວົ້າຂອງທ່ານລຸດເຊັກໂກແລ້ວ ຜູ້ກ່ຽວໄດ້ຍົກຄຳຖາມຂຶ້ນ ກ່ຽວກັບຄ່າຕອບແທນທີ່ ທ່ານຮັນເຕີ ໄບເດັນ ໄດ້ຮັບ ຈາກບໍລິສັດນ້ຳມັນ ບູຣິສມາຂອງຢູເຄຣນ.