ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແອັບພລີເຄຊັ້ນ ຊອກຄູ່ຮັກ ໃຊ້ DNA ເພື່ອຊອກຫາ ຄົນຮັກ ຂອງເຂົາເຈົ້າ


A New Dating Service Uses Your DNA to Find Love
please wait

No media source currently available

0:00 0:02:27 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ຄວາມຮັກຈາກການໃຊ້ໄມ້ສຳລີຕ້ວຍໃສ່ແກ້ມບໍ? ນັ້ນແມ່ນສິ່ງທີ່ຜູ້ກໍ່ຕັ້ງແອັບພລີເຄຊັ້ນ
ຊອກຫາຄູ່ຮັກໃໝ່ໄດ້ສັນຍາເອົາໄວ້.

ມັນເບິ່ງຄືມັກຈະມີແອັບພລີເຄຊັ້ນຫາຄູ່ຮັກອີກອັນໃໝ່ເກີດຂຶ້ນມາ ດ້ວຍຄຳສັນຍາ
ຕ່າງໆ ກ່ຽວກັບ ການຊ່ວຍຊອກຫາຄວາມຮັກ ພຽງຕອບຄຳຖາມນີ້ ຫຼື ຮູດໄປທາງນັ້ນ,
ແຕ່ການບໍລິການຫາຄູ່ຮັກ ທາງອອນໄລນ

ໃໝ່ແຫ່ງນຶ່ງ ແມ່ນກຳລັງຮວບຮວມເອົາພັນທຸກຳ ເຂົ້າໃນການປະສົມ ແລະ ໃຫ້ຄຳ
ສັນຍາບາງຢ່າງ ທີ່ແອັບພລີເຄຊັນອື່ນເຮັດບໍ່ໄດ້: ດ້ວຍການສົມທຽບກັນຜ່ານພັນທຸກຳ.

ແອັບພລີເຄຊັ້ນນີ້ ເອີ້ນວ່າ Pheramor, ການຕັດກັນລະຫວ່າງ ຟີໂຣໂມນ, ເຊິ່ງແມ່ນ
ໂມເລກຸນນ້ອຍທີ່ຖືກປ່ອຍອອກມາຈາກຮ່າງກາຍ ແລະ ຖືກສືບດົມເອົາໂດຍຄົນທີ່ຢູ່
ອ້ອມຂ້າງພວກເຮົາ, ແລະ Amour, ເຊິ່ງແມ່ນຄຳເວົ້າສຳລັບຄວາມຮັກ.

ບໍລິສັດທີ່ມີຫ້ອງການຕັ້ງຢູ່ນະຄອນ ຮູສຕັນ "Houston" ໄດ້ແຂ່ງຂັນກັນໃນການແຂ່ງ
ຂັນຢູ່ເຂດ Bay Area, ບ່ອນທີ່ເຂົາເຈົ້າໄດ້ອອກມາຢືນພ້ອມກັບຂໍ້ຄິດເຫັນທີ່ມີສະເນ່
ດຶງດູດ ທີ່ລວມມີຂໍ້ອ້າງອີງຕໍ່ຄວາມພະຍາຍາມທີ່ໄດ້ຮັບຄວາມລົ້ມແຫຼວຂອງເຂົາເຈົ້າ
ເອງ ໃນການຫາຄູ່ຮັກທາງອອນໄລນ.

ທ່ານນາງ ບຣິດນີ ບາເຮໂຕ "Brittany Barreto" ເຈົ້າໜ້າທີ່ດ້ານວິທະຍາສາດ ແລະ
ຜູ້ຮ່ວມກໍ່ຕັ້ງແອັບພລີເຄຊັ້ນ Pheramor ໄດ້ກ່າວວ່າ “ແມ່ນໃຜຢູ່ໜີ້ແມ່ນສົດສະໜິດ
ແລະ ໄດ້ພະຍາຍາມໃຊ້ແອັບພລີເຄຊັ້ນ Tinder ຊ່ວຍ?”

ນັກວິທະຍາສາດດ້ານຂໍ້ມູນ, ນາງ ແອສມາ ເມຍຊາ "Asma Mirza" ຜູ້ບໍລິຫານໃຫຍ່
ແລະ ຜູ້ຮ່ວມກໍ່ຕັ້ງບໍລິສັດໄດ້ຕອບວ່າ “ຂ້ອຍ”. ສະມາຊິກຜູ້ຊົມກໍໄດ້ແຊກເຂົ້າມາເວົ້າ.

ນາງ ເມຍຊາ ເວົ້າວ່າ “ຖ້າຂ້າພະເຈົ້າບອກພວກທ່ານວ່າ ດ້ວຍການໃຊ້ໄມ້ສຳລີຕ້ວຍ
ແກ້ມນີ້, ຂ້າພະເຈົ້າສາມາດບອກພວກທ່ານໄດ້ວ່າ ຜູ້ໃດທີ່ທ່ານຈະໄດ້ຮັບຄວາມດຶງ
ດູດຕໍ່, ແລະ ຜູ້ໃດ ຈະໄດ້້ຮັບຄວາມສົນໃຈ ແລ້ວແຕ່ແຊລໃນແກ້ມຂອງພວກທ່ານ?

ບໍລິສັດດັ່ງກ່າວໄດ້ອ້າງວ່າ ແອັບພລີເຄຊັ້ນຂອງເຂົາເຈົ້າທີ່ອີງໃສ່ການຄົ້ນຄວ້າເຖິງ 40
ປີນັ້ນ ໄດ້ສະແດງໃຫ້ເຫັນວ່າ ມັນມີເຄື່ອງໝາຍພັນທຸກຳ 11 ແຊລ ທີ່ໄດ້ຮັບການພິສູດ
ໂດຍບັນດານັກວິທະຍາສາດວ່າ “ມີຄວາມຮັບຜິດຊອບສຳລັບການດຶງດູດຄວາມສົນ
ໃຈ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG