ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດສາຍພັນໃໝ່ ໄດ້ມີການກວດພົບເຫັນ ຢູ່ຫຼາຍໆປະເທດ ໃນຈຳນວນທີ່ເພີ້ມຂຶ້ນ


ພວກນັກເດີນທາງຈາກນານາຊາດ ໃສ່ຊຸດປ້ອງກັນໂຕ ເມື່ອເດີນທາງມາຮອດ ສະໜາມບິນ Tullamarine ຂອງນະຄອນເມລເບີນ ໃນວັນທີ 29 ພະຈິກ 2021, ຂະນະທີ່ ອອສເຕຣເລຍ ໄດ້ບັນທຶກກໍລະນີຕິດເຊື້ອໄວຣັສ ໂອໄມຄຣອນ ສາຍພັນໃໝ່ຂອງພະຍາດ COVID-19 ລາຍທຳອິດຂອງຕົນ.
ພວກນັກເດີນທາງຈາກນານາຊາດ ໃສ່ຊຸດປ້ອງກັນໂຕ ເມື່ອເດີນທາງມາຮອດ ສະໜາມບິນ Tullamarine ຂອງນະຄອນເມລເບີນ ໃນວັນທີ 29 ພະຈິກ 2021, ຂະນະທີ່ ອອສເຕຣເລຍ ໄດ້ບັນທຶກກໍລະນີຕິດເຊື້ອໄວຣັສ ໂອໄມຄຣອນ ສາຍພັນໃໝ່ຂອງພະຍາດ COVID-19 ລາຍທຳອິດຂອງຕົນ.

ໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ ທີ່ໄດ້ຖືກລະບຸຄັ້ງທຳອິດ ຢູ່ໃນປະ ເທດອາຟຣິກາໃຕ້ນັ້ນ ກຳລຳແຜ່ລະບາດໄປຫຼາຍປະເທດຕື່ມອີກເຮັດໃຫ້ອົງການ ອະນາໄມໂລກ ຫຼື WHO ອອກມາເຕືອນເຖິງໄພອັນຕະລາຍຂ້າງໜ້າ ແລະກະຕຸ້ນໃຫ້ປະເທດຈຳນວນນຶ່ງຂະຫຍາຍການຮຽກຮ້ອງໃຫ້ສັກຢາເຂັມທີສາມຫຼື ບູສເຕີ.

ສະເປນ ໄດ້ກາຍເປັນປະເທດຫລ້າສຸດ ໃນວັນຈັນວານນີ້ ທີ່ໄດ້ກວດພົບໄວຣັສສາພັນໃໝ່ດັ່ງກ່າວ ຫຼັງຈາກປະເທດປອກຕຸຍການ ໄດ້ກ່າວວ່າ ຕົນໄດ້ກວດພົບ 13 ກໍລະນີ ຊຶ່ງທັງໝົດນີ້ ກ່ຽວຂ້ອງກັບພວກນັກກິລາແລະພະນັກງານຂອງທີມເຕະບານສະໂມສອນຊັ້ນນຳ Belenenses SAD ທີ່ຜູ້ນຶ່ງນັ້ນ ຫາກໍກັບຄືນມາຈາກອາຟຣິກາໃຕ້ ບໍ່ດົນມານີ້.

ສ່ວນປະເທດອື່ນໆ ທີ່ໄດ້ຮັບການຢືນຢັນຂອງກໍລະນີຕິດໄວຣັສໂອໄມຄຣອນສາຍພັນໃໝ່ ລວມມີ ການາດາ ສະກັອດແລນ ອອສເຕຣເລຍ ເນເທີແລນ ອອສເຕຣຍ ແລະສະວີເດັນ.

ຜູ້ອຳນວຍການໃຫຍ່ອົງການ WHO ທ່ານເຕໂດຣສ ອາດາໂນມ ເກເບຣເຢຊຸສ ໄດ້ກ່າວໃນກອງປະຊຸມພິເສດຂອງສະມັດຊາອະນາໄມໂລກ ທີ່ນະຄອນເຈນີວາ ວ່າ “ພະຍາດລະບາດນີ້ ເປັນພະຍາດນຶ່ງທີ່ພວກເຮົາສາມາດປ້ອງກັນ ກວດຫາ ແລະຮັກສາໄດ້ - ສືບຕໍ່ແຜ່ກະຈາຍອອກໄປໃນທົ່ວໂລກ.”

ທ່ານເຕໂດຣສ ໄດ້ກ່າວໃນວັນຈັນວານນີ້ ວ່າ “ການປາກົດໂຕອອກມາ ຂອງໂອໄມຄຣອນ ຢ່າງຫຼວງຫຼາຍ ເປັນການເຕືອນພວກເຮົາອີກເທື່ອນຶ່ງວ່າ ເຖິງແມ່ນພວກເຮົາຫຼາຍຄົນ ອາດຄຶດວ່າ ພວກເຮົາຈົບກັບພະຍາດໂຄວິດ-19 ແລ້ວ ມັນກໍບໍ່ໄດ້ຈົບກັບພວກເຮົາ.” ທ່ານກ່າວຕໍ່ໄປອີກວ່າ “ພວກເຮົາພວມດຳລົງຊີວິດໂດຍຜ່ານວົງວຽນຂອງຄວາມຕື່ນຕົກໃຈ ແລະການລະເລີຍ. ໄຊຊະນະທີ່ໄດ້ມາຢ່າງຍາກລຳບາກ ອາດຈະຫາຍໄປໄດ້ໃນທັນທີ. ດັ່ງນັ້ນ ພາລະໜ້າທີ່ອັນຮີບດ່ວນຂອງພວກເຮົາ ແມ່ນເພື່ອສິ້ນສຸດໂຣກລະບາດອັນນີ້.”

ອົງການ WHO ໄດ້ກ່າວວ່າ ຄວາມສ່ຽງໃນທົ່ວໂລກໂດຍລວມແລ້ວ ທີ່ພົວພັນກັບໄວຣັສສາຍພັນໂອໄມຄຣອນ “ແມ່ນໄດ້ຖືກປະເມີນເປັນໄພສູງຫຼາຍ” ເຖິງແມ່ນວ່າ ບໍ່ມີການເສຍຊີວິດທີ່ເຊື່ອມໂຍງກັບມັນເທື່ອກໍຕາມ.

ໄພຂົ່ມຂູ່ຂອງໄວຣັສສາຍພັນໃໝ່ນີ້ ໄດ້ກະຕຸ້ນທັງສະຫະລັດ ແລະອັງກິດ ອອກຄຳແນະນຳ ໃນວັນຈັນວານນີ້ ວ່າ ໃຫ້ພວກຜູ້ໃຫຍ່ທັງໝົດ ໄປສັກຢາກັນໂຄວິດ-19 ເຂັມບູສເຕີ.

ຢູ່ໃນສະຫະລັດ ສູນກາງຄວບຄຸມແລະປ້ອງກັນພະຍາດ ຫຼື CDC ກ່ອນໜ້ານີ້ ໄດ້ອະນຸມັດຢາວັກຊີນເຂັມບູສເຕີ ສຳລັບພວກຜູ້ໃຫຍ່ທັງໝົດ ຫາກພຽງແຕ່ແນະນຳຢາເຫຼົ່ານີ້ ແກ່ພວກຜູ້ມີອາຍຸ 50 ປີ ແລະແກ່ກວ່ານີ້ ຫຼືພວກຜູ້ມີຄວາມສ່ຽງສູງສຳລັບພະຍາດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG