ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍລະນີ ການລະບາດຮອບໃໝ່ ຂອງໄວຣັສ COVID-19 ໃນປະເທດ ນິວຊີແລນ ກຳລັງສູງຂຶ້ນເຖິງ 17 ຄົນ ທີ່ໄດ້ຖືກຢັ້ງຢືນ


ພວກພະນັກງານແພດ ເອົາຕົວຢ່າງຂອງຄົນປ່ວຍໄປກວດຫາ ພະຍາດ COVID-19 ຢູ່ສະຖານທີ່ຂັບລົດເຂົ້າມາກວດ ຢູ່ທີ່ສູນກາງປະເມີນຜົນຊຸມຊົນ ໃນເມືອງ ຄຣິສເຊີຈ ຂອງນິວຊີແລນ, ວັນພະຫັດ ທີ 13 ສິງຫາ 2020.
ພວກພະນັກງານແພດ ເອົາຕົວຢ່າງຂອງຄົນປ່ວຍໄປກວດຫາ ພະຍາດ COVID-19 ຢູ່ສະຖານທີ່ຂັບລົດເຂົ້າມາກວດ ຢູ່ທີ່ສູນກາງປະເມີນຜົນຊຸມຊົນ ໃນເມືອງ ຄຣິສເຊີຈ ຂອງນິວຊີແລນ, ວັນພະຫັດ ທີ 13 ສິງຫາ 2020.

ການລະບາດຂອງໄວຣັສໂຄໂຣນາຮອບໃໝ່ທີ່ກຳລັງສູງຂຶ້ນນັ້ນ ໄດ້ກະຕຸ້ນໃຫ້ນາຍົກລັດຖະມົນຕີນິວຊີແລນ ທ່ານນາງຈາຊິນດາ ອາຣເດີນ ຈຶ່ງໄດ້ສັ່ງໃຫ້ເມືອງອອກແລນ ຢູ່ພາຍໃຕ້ການປິດເມືອງຄັ້ງໃໝ່.

ບັນດາເຈົ້າໜ້າທີ່ໃນເຂດເມືອງພາກເໜືອ ໃນວັນພະຫັດມື້ນີ້ ໄດ້ລາຍງານວ່າ ມີການຕິດແປດໄວຣັສໃໝ່ໃນຊຸມຊົນ 13 ຄົນ ໝົດທຸກຄົນເຊື່ອມໂຍງກັບ ຄອບຄົວນຶ່ງທີ່ມີ 4 ຄົນນຳກັນ ຜູ້ທີ່ໄດ້ຖືກກວດພົບວ່າ ມີເຊື້ອໄວຣັສ ຊຶ່ງໄດ້ເຮັດໃຫ້ກາຍເປັນກໍລະນີການແຜ່ຜ່າຍພະຍາດ COVID-19 ໃນທ້ອງຖິ່ນຮອບໃໝ່ຂອງປະເທດ ໃນ 102 ວັນທີ່ບໍ່ໄດ້ມີກໍລະນີຕິດເຊື້ອໄວຣັສ. ກໍລະນີຕິດເຊື້ອໄວຣັສໃໝ່ທີ່ໄດ້ຖືກຢືນຢັນ ນຳມາຈຳນວນທັງໝົດຂອງກໍລະນີທີ່ຍັງຕິດຕໍ່ກັນເປັນ 36 ຄົນແລ້ວ ໂດຍລວມມີຜູ້ນຶ່ງ ທີ່ໄດ້ເດີນທາງເຂົ້າມາໃນນິວຊີແລນ ຈາກຕ່າງປະເທດ.

ນາຍົກລັດຖະມົນຕີ ອາເດີນ ໄດ້ສັ່ງໃຫ້ປະຊາຊົນຂອງເມືອງອອກແລນ 1 ລ້ານ 6 ແສນຄົນ ຢູ່ພາຍໃຕ້ການປິດເມືອງເປັນເວລາ 3 ວັນ ໃນວັນອັງຄານຜ່ານມາ ໂດຍເປັນຂໍ້ບັງຄັບຕໍ່ປະຊາຊາຊົນ 1 ລ້ານ 6 ແສນຄົນ ໃຫ້ຢູ່ພາຍໃນເຮືອນ ຍົກເວັນແຕ່ການເດີນທາງທີ່ຈຳເປັນເທົ່ານັ້ນ. ດ່ານກວດແຫ່ງຕ່າງໆຂອງຕຳຫຼວດ ໄດ້ຖືກຕັ້ງຂຶ້ນຢູ່ໃນເຂດເມືອງຕິດຊາຍແດນ ເພື່ອສົ່ງພວກຄົນຜູ້ໃດກໍຕາມທີ່ພະຍາຍາມອອກໄປຈາກເມືອງ ໃຫ້ກັບຄືນໄປ. ທ່ານນາງອາເດີນ ຍັງໄດ້ສັ່ງການໃຫ້ປະຕິບັດມາດຕະການຢູ່ຫ່າງຈາກກັນໃນສັງຄົມຢ່າງເຂັ້ມງວດສຳລັບແຫ່ງຕ່າງໆຂອງປະເທດ.

ທ່ານໝໍ ອາຊລີ ບລູມຟີລ ລັດຖະມົນຕີກະຊວງສາທາລະນະສຸກຂອງນິວຊີແລນ ໄດ້ກ່າວໃນວັນພຸດວານນີ້ວ່າ ພວກນັກສືບສວນ ກຳລັງຄົ້ນຄວ້າສະຖານທີ່ແສ່ເຢັນແຫ່ງນຶ່ງ ບ່ອນທີ່ຄົນຜູ້ນຶ່ງຕິດເຊື້ອໄວຣັສ ໄດ້ເຮັດວຽກຢູ່ນັ້ນ ກ່ຽວກັບໂດກາດທີ່ໄວຣັສ ອາດຖືກນຳເຂົ້າມາ ແຕ່ບັນດານັກຊ່ຽວຊານຄົນອື່ນໆ ເຊື່ອວ່າ ມັນເປັນໄປໄດ້ສູງ ທີ່ມັນໄດ້ແຜ່ລະບາດໃນເມືອງອອກແລນ ຫຼາຍອາທິດມາແລ້ວ.

ການລະບາດຄັ້ງໃໝ່ນີ້ ຍັງໄດ້ກະຕຸ້ນໃຫ້ທ່ານນາງອາເດີນ ໄດ້ເລື່ອນການຍຸບສະພາອອກໄປ ຊຶ່ງເປັນການຕັດສິນໃຈ ທີ່ອາດນຳໄປສູ່ການໂຈະການເລືອກຕັ້ງສະມາຊິກສະພາ ທີ່ໄດ້ຖືກກຳນົດໃສ່ວັນທີ 19 ກັນຍາ.

ພາຍໃນຈຳນວນກໍລະນີຕິດເຊື້ອໄວຣັສທີ່ໄດ້ຖືກຢັ້ງຢືນທັງໝົດຂອງໂລກ ມີຢູ່ 20 ລ້ານ 6 ແສນຄົນ ໂດຍປະກອບດ້ວຍເກືອບ 750,000 ຂອງຜູ້ທີ່ເສຍຊີວິດແລ້ວ ສ່ວນນິວຊີແລນ ເປັນປະເທດນຶ່ງທີ່ມີຈຳນວນທີ່ຕ່ຳທີ່ສຸດ ໃນແຕ່ລະປະເພດ ໂດຍມີພຽງ 1,589 ກໍລະນີຕິດເຊື້ອໄວຣັສ ແລະ 22 ກໍລະນີການເຊຍຊີວິດ. ທ່ານນາງອາເດີນ ໄດ້ວາງມາດຕະການປິດເມືອງທີ່ເຄັ່ງຄັດໃນທົ່ວປະເທດ ເມື່ອເດືອນມີນາ ຂະນະທີ່ການລະບາດເລີ້ມຂຶ້ນຕັ້ງແຕ່ຕອນຕົ້ນໆຫຼາຍວັນ ແລະໄດ້ປິດເຂດຊາຍແດນຂອງນິວຊີແລນທັງຫຼາຍ ຈາກການເດີນທາງເຂົ້າມາຈາກຕ່າງປະເທດ ໃນຂະນະດຽວກັນ ໄດ້ດຳເນີນການກວດຫາພະຍາດ ແບະການຕິດຕາມການຕິດແປດຢ່າງກວ້າງຂວາງນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG