ນາຍພົນອີຣັກ ທ່ານໜຶ່ງ ກ່າວວ່າ ພວກທະຫານທີ່ກຳລັງຫາທາງຍຶດເອົາເມືອງ Fallujah ຊຶ່ງເປັນທີ່ໝັ້ນຂອງກຸ່ມລັດອິສລາມ ຄືນມານັ້ນ ໄດ້ເປີດເສັ້ນທາງ ອັນປອດໄພ ທີ່ພວກພະນັກງານດ້ານມະນຸດສະທຳ ກ່າວວ່າ ໄດ້ປ່ອຍໃຫ້ພວກ ພົນລະເມືອງຈຳນວນ 4,000 ຄົນ ຫລົບໜີອອກມາໄດ້ ຈາກເມືອງທີ່ຢູ່ພາຍ ໃຕ້ການສູ້ລົບກັນ ມື້ໜຶ່ງຜ່ານມາ.
ເສັ້ນທາງຫລົບໜີ ທີ່ຍຶດມາໄດ້ ໃນວັນເສົາວານນີ້ ເຊິ່ງໄດ້ຖືກຍົກຍ້ອງໂດຍ ສະພາເພື່ອອົບພະຍົບຂອງນໍເວ ຊຶ່ງພວກພະນັກງານຂອງຕົນ ຜູ້ມີພາລະ ອັນໜັກໜ່ວງໄດ້ພະຍາຍາມ ຈະສະໜອງ ການບໍລິການດ້ານຄວາມສຸກເສີນ ໃຫ້ແກ່ພວກອົບພະຍົບ ຈຸຫຼ້າສຸດ ໃນວັນອາທິດວານນີ້.
ໂຄສົກຂອງສະພາດັ່ງກ່າວ ທ່ານ Karl Schembri ສົ່ງສຽງອອກມາດ້ວຍຄວາມ ໂລ່ງໃຈ ໃນຂະນະດຽວກັນ ກໍເຕືອນວ່າ ວັດຖຸເຄື່ອງຂອງທີ່ມີຢູ່ ທີ່ປະກອບດ້ວຍ ນໍ້າດື່ມທີ່ປອດໄພ ຈະບໍ່ມີພຽງພໍຕໍ່ຄວາມຕ້ອງການຂອງພວກອົບພະຍົບບໍ່ດົນ ປານໃດ. ທ່ານບັນດານັກຂ່າວ ວ່າ “ພວກເຮົາຄາດວ່າ ອີກຫຼາຍພັນຄົນຈະສາ ມາດອອກໄປໄດ້ ໃນສອງສາມມື້ຈະມາເຖິງນີ້.”
ນາຍພົນ Yahya Rasool ໄດ້ກ່າວວ່າ ເສັ້ນທາງຫລົບໜີ ໄດ້ຖືກຮັກສາໄວ້ໄດ້ ຫຼັງຈາກພວກທະຫານ ໄລ່ພວກກະບົດອອກໄປຈາກເມືອງຕ່າງໆທີ່ຕັ້ງຢູ່ແຄມ ຝັ່ງທາງພາກຕາເວັນຕົກຂອງແມ່ນ້ຳ Euphrates.
ອົງການສະຫະປະຊາຊາດ ຫຼື UN ເມື່ອສັບປະດາແລ້ວນີ້ ໄດ້ສະແດງຄວາມ ເປັນຫ່ວງ ຕໍ່ຊະຕາກຳ ຂອງພວກພົນລະເຮືອນ ຫຼາຍເຖິງ 90,000 ຄົນທີ່ເຊື່ອ ວ່າຍັງຕົກຄ້າງຢູ່ໃນເມືອງດັ່ງກ່າວ ໂດຍປາດສະຈາກ ອາຫານ ແລະ ຢາ ຂັ້ນພື້ນຖານທີ່ຈຳເປັນ.
ຜູ້ປະສານງານດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ທ່ານນາງ Lise Grande ໄດ້ກ່າວຕໍ່ ອົງການຂ່າວ Reuters ວ່າ ອົງການຂອງທ່ານນາງໄດ້ຍົກ ຈຳນວນຂອງພົນລະເຮືອນທີ່ຕົກຄ້າງຈາກ 50,000 ເປັນ 90,000 ຄົນອີງ ຕາມຄຳໃຫ້ການຂອງຜູ້ເຫັນເຫດການ ຫຼັງຈາກທີ່ ໄດ້ທຳການຄາດຄະເນຈຳ ນວນທີ່ຕ່ຳ ຢູ່ໃນເມືອງທີ່ໄດ້ຖືກລ້າງຜານນັ້ນ.