ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Xi Jinping ຢ້ຽມຢາມ ຣັດເຊຍ ເປັນຄັ້ງທໍາອິດ


ປະທານປະເທດຄົນໃໝ່ຈີນ ທ່ານ Xi Jinping ຢ້ຽມຢາມ ຣັດເຊຍ
ປະທານປະເທດຄົນໃໝ່ຈີນ ທ່ານ Xi Jinping ຢ້ຽມຢາມ ຣັດເຊຍ
ປະທານປະ​ເທດ​ຄົນ​ໃໝ່ຂອງ​ຈີນ ທ່ານ Xi Jinping ​ໄດ້ໄປເຖິງ​
ກຸງມົສກູ ​ໃນ​ວັນ​ສຸກ​ມື້​ນີ້ ຊຶ່ງ​ເປັນ​ການ​ເດີນທາງໄປຢ້ຽມຢາມ​ຕ່າ​ງ
ເທດ​ຄັ້ງ​ທໍາ​ອິດ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າຮັບ​ຕໍາ​ແໜ່​ງຢ່າງ​ເປັນ​ທາງ​ການ ​
ໃນ​ອາທິດ​ແລ້ວ​ນີ້.

ບັນດາ​ນັກວິ​ເຄາະ​ຕາ​ເວັນ​ຕົກ ​ໃຫ້​ຄວາມ​ເຫັນ​ວ່າ ການ​ຢ້ຽມຢາມ
ຣັດ​ເຊຍ ໃນ​ຄັ້ງນີ້ ເປັນ​ການພະຍາຍາມຂອງປັກ​ກິ່ງ ​ເພື່ອເສີມ​ຂະ
ຫຍາຍ ​ຜົນ​ປະໂຫຍ​ດດ້ານຍຸດ​ທະສາດ ​ແລະດ້ານທຸລະ​ກິດ ທີ່
​ມີ​ຮ່ວມ​ກັນ.

ອົງການ​ຂ່າວ​ຊິນ​ຫົວ ຂອງທາງ​ການຈີນ ກ່າວ​ວ່າ ​ປະ​ເທດ​ທັງ​ສອງ
​ຄາດ​ວ່າ​ຈະບັນລຸ​ການ​ຕົກລົງເພື່ອ​ເພີ້ມການຄ້າ​ນໍ້າມັນ​ແລະ​ສ້າງທໍ່​
ແກັສ​ເຊື່ອມ ຕໍ່​ລະຫວ່າງ​ສອງ​ປະ​ເທດ.

ການເຈລະຈາຕໍ່​ລອງທີ່​ມີ​ມາເປັນ​ເວລາດົນ​ນານຂອງທັງ​ສອງ​ຝ່າ​ຍ ກ່ຽວ ກັບ​ຂໍ້​ຕົກລົງ ທີ່ຣັດ​ເຊຍຈະ​ສະໜອງ​ແກັສ​ 68 ພັນ​ລ້ານແມັດ​ກ້ອນ ​ໃນ ​ແຕ່ລະ​ປີ ໃນ​ທໍ່​ສົ່ງ​ແກັສໃໝ່ ຊຶ່ງ​ໄດ້ເກີດ​ມີ​ການ​ຊັກຊ້າ​ ຍ້ອນການ​ເຈລະ ຈາ​ກ່ຽວ​ກັບ​ເລື່ອງ​ລາ​ຄາ. ຢູ່​ໃນ​ລາຍ​ງານ​ອາທິດ​ນີ້ຮອງ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດຈີນ ທ່ານ Cheng Guoping ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ເຊັ​ນ ສັນຍາເລື່ອງນໍ້າມັນ​ແລະ​ແກັສສະບັບ​ໃໝ່ແຕ່ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ.
XS
SM
MD
LG