ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງໃໝ່ ດ້ານວຽກງານຕໍາຫຼວດ ລະຫວ່າງຈີນ ກັບ​ໝູ່​ເກາະໂຊໂລມອນ ​ກໍ່​ໃຫ້ເກີດມີຄວາມກັງວົນ

ນາຍົກລັດຖະມົນຕີຂອງຈີນ ທ່ານລີ ຈຽງ, ຂວາ, ແນະນໍາທາງໃຫ້ແກ່ຄູ່ຮ່ວມຕໍາແໜ່ງຈາກໝູ່ເກາະໂຊໂລມອນຂອງທ່ານ ທ່ານມານາສເຊ ໂຊໂກແວ ລຸນຫຼັງການເຊັນລົງນາມເຫັນດີຂອງປະເທດທັງສອງ ຢູ່ທີ່ຫໍປະຊຸມປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 10 ກໍລະກົດ 2023.

ນາຍົກລັດຖະມົນຕີຂອງໂຊໂລມອນ ທ່ານມານາສເຊ ໂຊໂກແວ ສໍາເລັດການເດີນທາງໄປຢ້ຽມຢາມຈີນໃນອາທິດນີ້ຂອງທ່ານ ດ້ວຍເປົ້າໝາຍທີ່ຈະແຈ້ງເພື່ອຄວາມສໍາພັນທີ່ເລິກເຊິ່ງຍິ່ງຂຶ້ນກັບປັກກິ່ງ, ເຊິ່ງໄດ້ສົ່ງຜົນເຮັດໃຫ້ ປະເທດຕາ ເວັນຕົກບາງ​ປະ​ເທດມີຄວາມຕື່ນ​ຕົກ​ໃຈ.

ທ່າມກາງຄວາມສໍາຄັນຂອງການຢ້ຽມຢາມໃນຄັ້ງນີ້ ປະເທດໝູ່ເກາະໂຊໂລມອນ ໄດ້ເລີ້ມສ້າງຕັ້ງສະຖານທູດຂອງພວກເຂົາເຈົ້າໃນນະຄອນຫຼວງປັກກິ່ງ ແລະທັງສອງປະເທດກໍໄດ້ເຊັນລົງນາມເອກະສານທັງໝົດ 9 ສະບັບ, ລວມທັງຂໍ້ຕົກລົງກ່ຽວກັບການຮ່ວມມືໃນດ້ານວຽກງານຕໍາຫຼວດ ທີ່ຈະມີຜົນບັງຄັບໃຊ້ໄປຈົນເຖິງປີ 2025.

ໃນການຕອບໂຕ້ຕໍ່ການເຊັນລົງນາມຂໍ້ຕົກລົງລະຫວ່າງ ຈີນ ແລະ ໝູ່ເກາະໂຊໂຊມອນ, ສະຫະລັດ ແລະ ອອສເຕຣເລຍ ໄດ້ຮຽກຮ້ອງໃຫ້ລັດຖະບານ ປັກກິ່ງ ແລະ ໂຮເນຍຣາ ຈົ່ງເປີດເຜີຍລາຍລະອຽດ ກ່ຽວກັບຂໍ້ຕົກລົງວຽກງານຕໍາຫຼວດຂອງທັງສອງປະເທດ.

ການຢ້ຽມຢາມຂອງນາຍົກລັດຖະມົນຕີໂຊໂລມອນ ທ່ານມານາສເຊ ໂຊໂກແວ, ຄົນທີ 5 ທີ່ນັ່ງຢູ່ທາງເບື້ອງຂວາ, ສົນທະນາກັບຄູ່ຮ່ວມຕໍາແໜ່ງຝ່າຍຈີນຂອງທ່ານ ທ່ານລີ ຈຽງ, ຄົນທີ 5 ທີ່ນັ່ງຢູ່ເບື້ອງຊ້າຍ, ໃນລະຫວ່າງການປະຊຸມ ຢູ່ທີ່ຫໍປະຊຸມປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 10 ກໍລະກົດ 2023.

ໂຄສົກຂອງລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວຢູ່ໃນຖະແຫຼງການວ່າ ລັດຖະບານແຄນເບີຣາ ມີຄວາມກັງວົນວ່າ ການເຄື່ອນ​ໄຫວດັ່ງກ່າວ ຈະ “ເຮັດໃຫ້ມີການຂັດແຍ້ງກັນຢູ່ໃນພູມິພາກແຫ່ງນີ້ຫຼາຍຂຶ້ນ.”

ໃນການໃຫ້ສໍາພາດກັບ VOA ພາກພາສາຈີນກາງ, ທ່ານຈອນ ເຮນເນສຊີ-ນີແລນ (John Hennessey-Niland), ອະດີດເອກອັກຄະລັດຖະທູດສະຫະລັດ ປະຈໍາປາລາວ ກ່າວວ່າ ທ່ານຮູ້ສຶກບໍ່ສະບາຍໃຈ ກັບຂໍ້ຕົກລົງສອງຝ່າຍ ທີ່ມີຄວາມລັບເຫຼົ່ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG