ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ ຢູເຄຣນ ຮັບຮອງເອົາ ຄະນະລັດຖະບານ ຊຸດໃໝ່


UKRAINE CNPK
please wait
Embed

No media source currently available

0:00 0:01:43 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ສະພາ​ຂອງ​ຢູ​ເຄຣນ ​ໄດ້​ລົງຄະ​ແນນ​ສຽງ ​ໃນ​ລັດຖະບານ​ຊຸດ​ໃໝ່
ທີ່ນິຍົມ​ປະ​ເທດຕາ​ເວັນ​ຕົກ ​ເພື່ອທີ່​ຈະ​ມອບ​ບົດບາດ​ທາງ​ດ້ານ
​ການ​ເງິນ​ທີ່​ສຳຄັນ ​ໃຫ້​ແກ່ບັນດາ​ນັກ​ວິຊາ​ການ​ຊາວຕ່າງ​ຊາດ ​
ໃນ​ຂະນະທີ່ Kyiv ພະຍາຍາມ​ທີ່​ຈະ​ກະ​ຕຸ້ນເສດ​ຖະກິດ​ທີ່ເສຍ​ຫາຍ
​ແລະ ຍຸດຕິ​ການ​ກໍ່​ກະບົດ​ແບ່ງ​ແຍກ​ດິນ​ແດນ​ ຢູ່​ເຂດ​ໃກ້​ກັບ
​ຊາຍ​ແດນຣັດ​ເຊຍ ນັ້ນ.

ຄະນະ​ລັດຖະບານ​ຊຸດ​ໃໝ່ ຂອງ​ນາຍົກລັດຖະມົນຕີ ທ່ານ Arseniy Yatsenyuk ​ໄດ້​ມີ​
ຮູບ​ຮ່າງ​ຂຶ້ນມາ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່ກອງ​ທະຫານ​ຂອງ​ລັດຖະບານ ​ແລະ
ພວກ​ກະບົດ​ນິຍົມຣັດ​ເຊຍ ​ໄດ້​ປະກາດ​ການ​ຢຸດ​ຍິງ​ອີກ​ຄັ້ງນຶ່ງ ​ໃນ​ການ​ສູ້​ລົບ​ກັນ​ມາ​ເປັນ​
ເວລາ 8 ​ເດືອນ​ແລ້ວ ​ເພື່ອ​ຄວບ​ຄຸມ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ທ່ານ​ນາງ Natalie Jaresko ​ ເປັນພົນລະເມືອງສະຫະລັດ ຜູ້ທີ່​ຈະ​ດຳລົງ​ຕຳ​ແໜ່​ງ​ ລັດຖະມົນ​ຕີ​ການ​ເງິນ ຢືນຕໍ່ໜ້າບັນດາສະມາຊິິກສະພາ ໃນລະຫວ່າງກອງປະຊຸມສະພາ ທີ່ນະຄອນຫລວງ Kyiv ວັນທີ 2 ທັນວາ 2014.
ທ່ານ​ນາງ Natalie Jaresko ​ ເປັນພົນລະເມືອງສະຫະລັດ ຜູ້ທີ່​ຈະ​ດຳລົງ​ຕຳ​ແໜ່​ງ​ ລັດຖະມົນ​ຕີ​ການ​ເງິນ ຢືນຕໍ່ໜ້າບັນດາສະມາຊິິກສະພາ ໃນລະຫວ່າງກອງປະຊຸມສະພາ ທີ່ນະຄອນຫລວງ Kyiv ວັນທີ 2 ທັນວາ 2014.

​ເຖິງ​ແມ່ນ​ວ່າການ​ປະກາດ​ສະ​ງົບ​ເສິກ ​ເປັນ​ການ​ຊົ່ວຄາວກໍ່ຕາມ
ຊຶ່ງ​ເປັນ​ການ​ປະກາດ​ຄັ້ງທີ 2 ​ໃນລະຍະຫຼາຍໆ​ເດືອນ​ບໍ່​ນານ​ມາ​ນີ້
​ແຕ່​ຍັງ​ມີ​ລາຍ​ງານເມື່ອ​ຕອນ​ແລງ​ຂອງ​ວັນ​ອັງຄານ​ວານ​ນີ້ ວ່າ​ມີ​ການ​
ຍິງ​ປືນ​ໃຫຍ່ໃກ້ໆ ກັບ​ເດີນ​ເຮືອ​ບິນ ​ທີ່​ສຳຄັນ​ແຫ່ງ​ນຶ່ງ ຢູ່ທາງພາກ​
ຕາ​ເວັນ​ອອກ ນອກ​ເຂດ​ຄວບ​ຄຸມ​ຂອງ​ພວກ​ກະບົດ ​ໃນ​ເມືອງ
Donetsk.

ບັນດາ ​ລັດຖະມົນຕີ ຄົນ​ໃໝ່​ໃນ​ຄະນະລັດຖະບານ​ ລວມມີ ຫຼາຍໆ
​ທ່ານທີ່ມີບົດບາດ ​ຈາກ​ຕ່າງ​ປະ​ເທດ ຜູ້​ທີ່​ໄດ້​ຮັບ​ສັນຊາດ​ຢູ​ເຄຣນ ​
ໂດຍດຳລັດ​ຂອງ​ປະທາ ນາທິບໍດີ ທີ່ລວມມີ ທ່ານ​ນາງ Natalie Jaresko ​ ເປັນພົນລະເມືອງສະຫະລັດ ຜູ້ທີ່​ຈະ​ດຳລົງ​ຕຳ​ແໜ່​ງ​ ລັດຖະມົນ​ຕີ​ການ​ເງິນ.

Ukraine's parliament has voted in a new pro-Western government, placing foreign technocrats in key financial roles as Kyiv seeks to resuscitate its devastated economy and end a separatist rebellion near the Russian border.

The new cabinet of Prime Minister Arseniy Yatsenyuk took shape Tuesday, as government troops and pro-Russian rebels announced another cease-fire in their 8-month battle for control of eastern Ukraine.

Despite the tentative truce -- the second such declaration in recent months -- there was renewed shelling late Tuesday near the remnants of a key airport outside the rebel-controlled eastern city of Donetsk.

New cabinet ministers include several foreign figures who were granted Ukrainian citizenship by presidential decree. They include U.S. national Natalie Jaresko, a former U.S. foreign service officer, who will serve as finance minister.

XS
SM
MD
LG