ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກໃໝ່ອັງກິດ ຈັດຕັ້ງ ລັດຖະບານ ຫຼັງຈາກເຂົ້າຮັບຕຳແໜ່ງ

ບັນດາສະມາຊິກ ພະນັກງານຂອງທ່ານນາງ Theresa May ຕົບມືໃຫ້ກຽດແກ່ ນາຍົກລັດຖະມົນຕີ ຄົນໃໝ່ ທີ່ກຳລັງຍ່າງ ເຂົ້າສູ່ທຳນຽບແລະບ້ານພັກ ເລກທີ 10 Downing Street ຫລັງຈາກໄດ້ເຂົ້າພົບພະຣາຊີນີ Elizabeth ຢູ່ທີ່ວັງ Buckingham ໃນກາງນະຄອນລອນດອນ ປະເທດອັງກິດ, ວັນທີ 13 ກໍລະກົດ 2016.

ທ່ານນາງ Theresa May ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງເປັນນາຍົກລັດຖະມົນ ຕີຄົນ​ໃໝ່ຂອງອັງກິດ ໃນວັນພຸດວານນີ້ ແລະ ໃນທັນທີທັນໃດ ໄດ້ຈັດຕັ້ງຄະນະ ລັດຖະບານຂອງທ່ານ​ນາງຂຶ້ນ ເພື່ອເລີ່ມຕົ້ນວຽກງານທີ່ຫຍຸ້ງ ຍາກ​ໃນການ ຖອນ​ໂຕ​ຂອງອັງກິດອອກຈາກສະຫະພາບຢູໂຣລ ຫຼື ອີຢູ.

ເຈົ້າຄອງ ນະຄອນຫຼວງລອນດອນ ທ່ານ Boris Johnson ກ່າວຖະແຫລງ ໃນງານ ໂຄສະນາປຸກລະດົມ ການຖອນໂຕອອກຈາກ ອີຢູ ໃນເມືອງ Dartford ຂອງອັງກິດ, ວັນທີ 11 ມີນາ 2016.
ເຈົ້າຄອງ ນະຄອນຫຼວງລອນດອນ ທ່ານ Boris Johnson ກ່າວຖະແຫລງ ໃນງານ ໂຄສະນາປຸກລະດົມ ການຖອນໂຕອອກຈາກ ອີຢູ ໃນເມືອງ Dartford ຂອງອັງກິດ, ວັນທີ 11 ມີນາ 2016.

ໃນການຄັດເລືອກທີ່ບໍ່ໜ້າເຊື່ອ ທ່ານນາງໄດ້​ແຕ່ງຕັ້ງ​ ໃຫ້ອະດີດເຈົ້າຄອງ ນະຄອນຫຼວງລອນດອນ ທ່ານ Boris Johnson ເປັນລັດຖະ ມົນຕີການ ຕ່າງປະເທດ. ທ່ານ Johnson ໄດ້ນຳພາການປຸກລະດົມໃຫ້ອັງກິດ​ຖອນ​ໂຕອອກຈາກສະຫະພາບຢູໂຣບ. ທ່່ານໄດ້ເຮັດໃຫ້ຊາວອັງກິດຫຼາຍໆຄົນ ທີ່ໄດ້ລົງຄະແນນສຽງ ໃຫ້ອັງກິດເປັນສະມາຊິກອີ​ຢູ ຕໍ່​ໄປ ໂມໂຫ ແລະ ທໍ້ ຖອຍໃຈ ພ້ອມກັນກັບ ບັນດາຜູ້ນຳອື່ນໆ ຂອງປະເທດໃນຢູໂຣບ ຜູ້ທີ່ເຊື່ອ ວ່າ ອັງກິດໄດ້ຕັດສິນໃຈຜິດພາດຢ່າງໃຫຍ່ຫລວງ.

ທ່ານນາງ May ຍັງໄດ້ແຕ່ງຕັ້ງ ຜູ້ທີ່ສະໜັບສະໜູນ Brexit ຄົນອື່ນໆ ​ເຂົ້າຮັບຕຳແໜ່ງທີ່ສຳຄັນໆ ຢູ່ໃນຄະນະລັດຖະບານ ທີ່ລວມມີ ອະດີດ ລັດຖະມົນຕີການຕ່າງປະເທດ ທ່ານ Philip Hammond ໃຫ້ເປັນ ລັດຖະມົນຕີການເງິນ ແລະ ທ່ານນາງ Amber Rudd ​ເຂົ້າຮັບຕຳແໜ່ງ ເກົ່າຂອງທ່ານນາງ May ຄື ລັດຖະມົນຕີພາຍໃນ.

ສະມາຊິກສະພາອະນຸລັກນິຍົມ ທ່ານ David Davis ຈະຮັບຕຳແໜ່ງ ​ເປັນ ລັດຖະມົນຕີທີ່ຈັດຕັ້ງຂຶ້ນໃໝ່ ​ເພື່ອຮັບຜິດຊອບ​ ໃນ​ການເຈລະຈາກັບສະຫະ ພາບຢູໂຣບ ທີ່ຈະຕັ້ງເງື່ອນໄຂຕ່າງໆ ສຳລັບການຖອນ​ໂຕ ອອກຈາກອີຢູ. ການເຈລະຈາເຫຼົ່ານັ້ນ ແມ່ນຄາດກັນວ່າ ຈະໃຊ້ເວລາ ດົນເຖິງ 2 ປີ.

ທ່ານນາງ May ເປັນນາຍົກລັດຖະມົນຕີ ຍິງຄົນທີສອງຂອງອັງກິດ ລຸນຫລັງ ມື້ລາງ ທ່ານນາງ Magaret Thatcher.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG