ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປື້ມ​ຫົວ​ໃໝ່ ກວດ​ເບິ່ງ​ສະ​ພາບ ​ທີ່​ອາດ​ເກີດ​ຂຶ້ນ ໃນ​ກໍ​ລະ​ນີ​ສົງ​ຄາມໄຕ້​ຫວັນ ລະ​ຫວ່າງ ​ສະ​ຫະ​ລັດ​ ກັບ​ຈີນ


ແຜນ​ທີ່​ຈີນ ແລະ​ໄຕ​້​ຫວັນ
ແຜນ​ທີ່​ຈີນ ແລະ​ໄຕ​້​ຫວັນ

ອົງ​ການ​ຄົ້ນ​ຄວ້າ​ທີ່​ມີ​ຊື່​ສຽງ​ອົງ​ການ​ນຶ່ງ ຕັ້ງ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ກ່າວ​ວ່າ ສະ​ຫະ​ລັດ​ພວມ​ກະ​ກຽມຮັບ​ມືກັບ​ບັນ​ຫາ​ຂັດ​ແຍ້ງ ຊຶ່ງ​ມີ​ທ່າ​ທາງວ່າ​ຈະ​ເກີດ​ຂຶ້ນນັ້ນ ​ຢ່າງບໍ່​ຖືກ​ຕ້ອງ​ ຖ້າຈີນ​ຫາກ​ຮຸກ​ຮານ​ໄຕ້​ຫວັນ.

ໃນ​ປື້ມ ທີ່​ຫາ​ກໍ​ພິມ​ອອກ​ເຜີຍ​ແຜ່ ຊຶ່ງ​ມີ​ຊື່​ວ່າ “Defending Taiwan” ​ຫຼືການ​ປ້ອງ​ກັນ​ໄຕ້​ຫວັນ ສະ​ຖາ​ບັນ American Enterprise ໂຕ້​ແຍ້ງວ່າ ວໍ​ຊິງ​ຕັນ​ໄດ້​ທຳ​ນາຍ​ຢ່າງ​ບໍ່​ຖືກ​ຕ້ອງ ​ທີ່​ວ່າ​ຈະ​ເປັນ​ສົງ​ຄາມ​ແບບ​ສັ້ນໆ​ແລະ​ຈຳ​ກັດ​ຢູ່​ໃນ​ຂົງ​ເຂດ ກ່ຽວ​ກັບ​ໄຕ້​ຫວັນ ໃນ​ກໍ​ລະ​ນີ​ທີ່​ຈີນ​ທຳ​ການ​ຮຸກ​ຮານ. ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນ ພວກ​ນັກ​ຄົ້ນ​ຄວ້າ​ ທີ່ສະ​ຖາ​ບັນ American Enterprise ​ກ່າວ​ວ່າ ບັນ​ດາ​ຜູ້​ວາງ​ແຜນ​ຂອງ​ທຳ​ນຽບ​ຫ້າ​ແຈ ຄວນຊັ່ງ​ຊາ​ເບິ່ງ​ສະ​ພາບ​ແວດ​ລ້ອມ “​ໃນ​ການ​ແກ່​ຍາວ​ຂອງ​ບັນ​ຫາ​ຂັດ​ແຍ້ງ.”

ອີງ​ຕາມ​ທ່ານ​ຮາ​ລ ແບ​ຣນ​ດ໌ ແລະ​ໄມ​ໂກ ເບັກ​ລີ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງສະ​ຖາ​ບັນ American Enterprise ທີ່​ຊັ່ງ​ຊາ​ເບິ່ງ​ບັນ​ຫາ​ຂັດ​ແຍ້ງ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ​ນັ້ນ ຈະ​ບໍ່​ສິ້ນ​ສຸດ​ລົງ​ຢ່າງ​ໄວ​ວາ ຊຶ່ງ​ພວກ​ທ່ານ​ກ່າວ​ວ່າ “ໃນ​ສະ​ພາບ​ການ​ທີ່​ໜ້າ​ເປັນ​ຫ່ວງ​ທີ່​ສຸດ ປັກ​ກິ່ງ​ຈະ​ເປີດ​ສາກ​ໂຈມ​ຕີ​ແບບ​ບໍ່​ຄາດ​ຄິດ​ດ້ວຍ​ລູກ​ສອນ​ໄຟ ເພື່ອ​ທຳ​ລາຍ​ການ​ປ້ອງ​ກັນ​ປະ​ເທດ​ບໍ່​ພຽງ​ແຕ່​ຂອງ​ໄຕ້​ຫວັນ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ຮວມກອງ​ທັບ​ເຮືອ ແລະ​ກອງ​ທັບ​ອາ​ກາດ​ຂອງ​ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ຢູ່​ຕາມ​ຖານ​ທັບ​ໃຫຍ່ໆ​ບໍ່​ພຽງ​ເທົ່າ​ໃດ​ແຫ່ງ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົ​ກ.”

ນັບ​ເປັນ​ເວ​ລາ​ຫຼາຍ​ປີ​ມາ​ແລ້ວ ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ ກໍ​ແມ່ນ​ທຳ​ການ​ສະ​ກັດ​ກັ້ນ​ຕໍ່​ບັນ​ຫາ​ຂັດ​ແຍ້ງ​ທາງ​ທະ​ຫານ ​ຢູ່​ໃນ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ ໃນ​ຂະ​ນະ​ທີ່ກະ​ກຽມ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຈຳ​ນວນ​ນຶ່ງ ໃນ​ກໍ​ລະ​ນີ​ທີ່​ຈີນ​ເປີດ​ສາກ​ໂຈມ​ຕີ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ​ຈຳ​ນວນ​ນຶ່ງ ແມ່ນ​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ກ່ຽວ​ກັບ​ການ​ທີ່​ລັດ​ຖະ​ບານ​ປັກ​ກິ່ງ “ເພີ້ມ​ທະ​ວີ​ການ​ທ້າ​ທາຍຍົ້ວ​ຍຸ ດ້ວຍ​ຄຳ​ເວົ້າ​ແລະ​ກິດ​ຈະ​ກຳ​ຕ່າງໆ” ຕໍ່​ໄຕ້​ຫວັນ.

ໃນ​ໄລ​ຍະ​ຜ່ານ​ມາ ພວກ​ຜູ້​ນຳ​ພົນ​ລະ​ເຮືອນ​ໄດ້​ສັ່ງ​ໃຫ້​ທາງກອງ​ທັບ​ພັດ​ທະ​ນາ​ແຜນ​ການ​ປົກ​ປ້ອງ​ໄຕ້​ຫວັນ ອີງ​ຕາມ​ເອກ​ກະ​ສານ​ພາຍ​ໃນ​ຂອງ​ອະ​ດີດ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ເມື່ອ​ໄວໆ​ມານີ້ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກໍ​ໄດ້​ເຕືອນ​ປັກ​ກິ່ງ​ຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່​ການ​ໃຊ້​ກຳ​ລັງ​ເພື່ອ​ປ່ຽນ​ແປງ​ສະ​ຖາ​ນະ​ພາບ​ໃນ​ປັດ​ຈຸ​ບັນ.

ຖ້າ​ໄຕ້​ຫວັນ​ຫາກ​ຖືກ​ໂຈມ​ຕີ​ໂດຍ​ຈີ​ນ ການ​ຢັ່ງ​ຫາງ​ສຽງ​ຂອງ​ປະ​ຊາ​ຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ ສຽງ​ສ່ວນ​ຫຼາຍ​ພຽງ​ເລັກ​ນ້ອຍ​ຂອງ​ຊາວ​ອາ​ເມ​ຣິ​ກັນ ໃນ​ເວ​ລານີ້ ແມ່ນ​ເຫັນ​ພ້ອມ​ໃຫ້​ປົກ​ປ້ອງ​ໄຕ້​ຫວັນ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG