ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເປີດໂຕເງິນໃບ 100 ໂດລາໃໝ່


ເງິນໃບ 100 ໂດລາໃໝ່ ຂອງສະຫະລັດ
ເງິນໃບ 100 ໂດລາໃໝ່ ຂອງສະຫະລັດ

ກະຊວງການເງິນ ຂອງສະຫະລັດ ໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບທະນາບັດ ໃບ 100 ໂດລາໃໝ່ ທີ່ມີເຄື່ອງໝາຍ ຕໍ່ຕ້ານການປອມແປງໃໝ່ ຫຼາຍໆຢ່າງ ຢູ່ໃນນັ້ນ. ເງິນໃບ 100 ໂດລາໃໝ່ນີ້ ຈະນຳອອກ ໝູນວຽນໃຊ້ຈ່າຍ ໃນເດືອນກຸມພາ ປີໜ້າ. ສຳລັບເງິນໃບ 100 ໂດລາເກົ່າ ກໍຍັງສາມາດໃຊ້ໄດ້ ຢ່າງຖືກຕ້ອງ ຕາມກົດໝາຍ ແລະເຈົ້າໜ້າທີ່ເວົ້າວ່າ ບໍ່ຈຳເປັນ ຕ້ອງນຳເອົາ ເງິນໃບ 100 ໂດລາເກົ່າ ໄປແລກເອົາ ໃບ 100 ໃໝ່ ແຕ່ປະການໃດ. ເງິນໃບ 100 ໂດລາ ​ແມ່ນເປັນທະນາບັດ ​ລາຄາ​ສູງທີ່ສຸດ ທີ່ກະຊວງການເງິນ ຂອງສະຫະຣັດ ໄດ້ນຳອອກ ໝູນວຽນໃຊ້ຈ່າຍ ແລະໄດ້ນຳ​ອອກໃຊ້ຈ່າຍ ກັນຢ່າງກວ້າງຂວາງ ຢູ່ໃນທົ່ວໂລກ ແລະເປັນເງິນ ທີ່ມັກຈະມີ ການປອມແປງ ຫຼາຍທີ່ສຸດ ຢູ່ນອກສະຫະຣັດ. ເທື່ອສຸດທ້າຍ ທີ່ໄດ້ມີການປ່ຽນ ເງິນໃບ 100 ໂດລາ ຂອງສະຫະຣັດ ແມ່ນໃນປີ 1996 ແລະນັບແຕ່ນັ້ນມາ ກໍໄດ້ມີ ການອອກແບບໃໝ່ ເງິນໃບ 50 ໃບ 20 ໃບ 10 ແລະໃບ 5 ໂດລາ.

XS
SM
MD
LG