ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນຍຸດທະສາດໃໝ່ ຂອງລັດຖະບານທ່ານ ໄບເດັນ ພະຍາຍາມທີ່ຈະຕໍ່ຕ້ານ ລັດທິກໍ່ການຮ້າຍ ພາຍໃນປະເທດ


ພວກປະທ້ວງປະທະກັບຕໍາຫຼວດ ຢູ່ທາງເຂົ້າກໍ້າຕາເວັນຕົກຂອງຫໍລັດຖະສະພາ ສະຫະລັດ ໃນລະຫວ່າງການປະທ້ວງ "Stop the Steal" ຢູ່ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2021.
ພວກປະທ້ວງປະທະກັບຕໍາຫຼວດ ຢູ່ທາງເຂົ້າກໍ້າຕາເວັນຕົກຂອງຫໍລັດຖະສະພາ ສະຫະລັດ ໃນລະຫວ່າງການປະທ້ວງ "Stop the Steal" ຢູ່ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2021.

ລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນອັງຄານວານນີ້ໄດ້ເປີດເຜີຍແຜນຍຸດທະສາດທີ່ມີການລໍຖ້າມາດົນນານສຳລັບການປາບປາມລັດທິກໍ່ການຮ້າຍພາຍໃນປະ ເທດ, ເຊິ່ງແມ່ນແຜນການຮອບດ້ານທີ່ຮຽກຮ້ອງໃຫ້ມີມາດຕະການໄລຍະສັ້ນ ແລະ ໄລຍະຍາວ ເພື່ອປະເຊີນໜ້າກັບໄພຂົ່ມຂູ່ຂອງການໂຈມຕີທີ່ເພີ່ມຂຶ້ນຈາກພວກຫົວຮຸນແຮງຜິວຂາວທີ່ຮ້ອງຕົນເອງວ່າເປັນຍອດມະນຸດ ແລະ ພວກຫົວຮຸນແຮງອື່ນໆ.

ແຜນຍຸດທະສາດແຫ່ງຊາດສີ່ເສົາຫຼັກທີ່ສຳຄັນສຳລັບການປາບປາມລັດທິກໍ່ການຮ້າຍພາຍໃນປະ ເທດນັ້ນ, ໄດ້ຖືກອະທິບາຍໂດຍລັດຖະບານເປັນຄັ້ງທຳອິດທີ່ມັນໄດ້ມີຂຶ້ນ, ໂດຍເພັ່ງເລັງໃສ່ການຍົກລະດັບ ແລະ ການແລກປ່ຽນຂໍ້ມູນ ກ່ຽວກັບ ລັດທິກໍ່ການຮ້າຍພາຍໃນປະເທດ, ປ້ອງກັນການເກນເອົາພວກນັກກໍ່ການຮ້າຍ, ການທຳລາຍ ແລະ ຂັດຂວາງການໂຈມຕີຕ່າງໆ ແລະ ປະເຊີນໜ້າກັບຕົວຜັກດັນໄລຍະຍາວຂອງລັດທິກໍ່ການຮ້າຍພາຍໃນປະເທດ. ເຂົາເຈົ້າ ຍັງຮຽກຮ້ອງຂໍການໃຊ້ຈ່າຍເງິນຫຼາຍລ້ານໂດລາເພີ່ມເຕີມ ເພື່ອຈ້າງນັກວິເຄາະລັດທິກໍ່ການຮ້າຍພາຍໃນປະເທດ, ນັກສືບສວນສອບສວນ ແລະ ໄອຍະການ.

“ລັດທິກໍ່ການຮ້າຍພາຍໃນປະເທດ” ທີ່ມີແຮງຜັກດັນຈາກຄວາດກຽດຊັງ, ຄວາມຄິດເຫັນທີ່ຂາດການພິຈາລະນາ ແລະ ຮູບແບບອື່ນໆຂອງລັດທິຫົວຮຸນແຮງນັ້ນ, ແມ່ນຮອຍດ່າງໃນຈິດວິນຍານຂອງ ອາເມຣິກາ,” ນັ້ນຄືຄຳເວົ້າຂອງ ທ່ານ ໄບ ເດັນ ທີ່ທ່ານໄດ້ກ່າວໃນຖະແຫຼງການທີ່ໄດ້ກະກຽມໄວ້ ເຊິ່ງຖືກເປີດເຜີຍໂດຍທຳນຽບຂາວໃນເວລາທີ່ທ່ານກຳລັງເດີນທາງໃນ ຢູໂຣບ. ທ່ານເວົ້າວ່າ “ມັນຂັດກັບທຸກຢ່າງທີ່ປະເທດຂອງພວກເຮົາສະແຫວງຫາ ແລະ ມັນໄດ້ເປັນສິ່ງທ້າທາຍໂດຍກົງຕໍ່ຄວາມປອດໄພ, ປະຊາທິປະໄຕ ແລະ ຄວາມສາມັກຄີກັນໃນປະເທດຂອງພວກເຮົາ.”

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາຕ້ອງໄດ້ເອົາບາດກ້າວໄລຍະສັ້ນທັງສອງນັ້ນ ເພື່ອປາບປາມໄພຂົ່ມ ຂູ່ທີ່ແທ້ຈິງຂອງທຸກມື້ນີ້ ແລະ ມາດຕະການໄລຍະຍາວຕ່າງໆເພື່ອຫຼຸດແຮງຜັກດັນຕ່າງໆທີ່ຈະມີສ່ວນຊ່ວຍຕໍ່ສິ່ງທ້າທາຍທີ່ກຳລັງມີຢູ່ນີ້ຕໍ່ປະຊາທິປະໄຕຂອງພວກເຮົາ.”

ຈຸດເພັ່ງເລັງຂອງທ່ານ ໄບເດັນ ໃສ່ພວກຫົວຮຸນແຮງຝ່າຍຂວາພາຍໃນປະເທດແມ່ນກົງກັນຂ້າມກັນຢ່າງຫຼວງຫຼາຍກັບວິທີການຂອງລັດຖະບານທ່ານ ທຣຳ, ເຊິ່ງສ່ວນໃຫຍ່ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ມັນ ແລະ ກົງກັນຂ້າມໄດ້ພິຈາລະນາ ການແຂງຂໍ້ຂອງພວກຝ່າຍຊ້າຍນັ້ນວ່າເປັນໄພຂົ່ມຂູ່ທີ່ໃຫຍ່ ຫຼວງ.

ແຜນຍຸດທະສາດໃໝ່ດັ່ງກ່າວໄດ້ເກີດມາຈາກການປະເມີນ ກ່ຽວກັບ ລັດທິກໍ່ການຮ້າຍພາຍໃນປະ ເທດທີ່ທ່ານ ໄບເດັນ ໄດ້ສັ່ງການໃນລະຫວ່າງການດຳລົງຕຳແໜ່ງອາທິດທຳອິດຂອງທ່ານທ່າມ ກາງຄວາມເປັນຫ່ວງທີ່ສູງຂຶ້ນຈາກການໂຈມຕີຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນທີ່ຜ່ານມາ ໂດຍ ພວກສະໜັບສະໜູນອະດີດປະທານາທິບໍດີ ດໍໂນລ ທຣຳ. ການສືບສວນສອບສວນທີ່ຍາວຢຽດ ຂອງອົງການ FBI ໃນການໂຈມຕີດັ່ງກ່າວໄດ້ສົ່ງຜົນໃຫ້ມີການຈັບກຸມເກືອບ 500 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG