ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທຣຳ ‘ໃຈຮ້າຍ’ ກ່ຽວກັບ ທ່ານແບນເນັນ ເອີ້ນລູກຊາຍກົກຂອງ ປ. ທຣຳ ວ່າ ‘ຂາຍຊາດ’


ອະດີດທີ່ປຶກສາດ້ານຍຸດທະສາດ ຂອງທຳນຽບຂາວ ທ່ານສະຕີບ ແບນເນັນ ກ່າວຖະແຫລງ ໃນລະຫວ່າງການຊຸມນຸມ ໃນເມືອງ ແຟຣໂຮບ ລັດອາລາບາມາ, ວັນທີ 5 ທັນວາ 2017.
ອະດີດທີ່ປຶກສາດ້ານຍຸດທະສາດ ຂອງທຳນຽບຂາວ ທ່ານສະຕີບ ແບນເນັນ ກ່າວຖະແຫລງ ໃນລະຫວ່າງການຊຸມນຸມ ໃນເມືອງ ແຟຣໂຮບ ລັດອາລາບາມາ, ວັນທີ 5 ທັນວາ 2017.

ທຳນຽບຂາວ ໄດ້ເປີດສາກການໂຈມຕີອັນເຈັບແສບຕໍ່ ອະດີດຫົວໜ້າຍຸດທະສາດ ຂອງ
ທ່ານດໍໂນລ ທຣຳ ຜູ້ທີ່ຖືກອ້າງຄຳເວົ້າ ທີ່ກ່າວວ່າ ລາວຄິດວ່າ ມັນ “ເປັນການຂາຍຊາດ”
ແລະ “ເປັນການບໍ່ຮັກຊາດ” ສຳລັບລູກຊາຍກົກຂອງປະທານາ ທິບໍດີ ແລະ ບຸກຄົນອື່ນໆ
ທີ່ພົບປະກັບພວກຣັດເຊຍ ໃນລະຫວ່າງ ການເລືອກຕັ້ງປີ 2016.

ປະທານາທິບໍດີ ດໍໂນລ ທຣຳ ຮູ້ສຶກ “ໃຈຮ້າຍ ແລະບໍ່ພໍໃຈທີ່ສຸດ” ຫຼັງຈາກທີ່ໄດ້ອ່ານ
ຄຳເຫັນ ຂອງທ່ານສະຕີບເວັນ ແບນເນັນໃນປຶ້ມໃໝ່ຫົວນຶ່ງ ເຊິ່ງໂຄສົກຂອງທຳນຽບຂາວ
ທ່ານນາງ ຊາຣາ ຮັກກາບີ ແຊນເດີສ໌ ໄດ້ບອກບັນດານັກຂ່າວ ໃນວັນພຸດວານນີ້.

ໃນເວລານັ້ນ-ທ່ານ ສະຕີບ ແບບເນັນ ເປັນທີ່ປຶກສາອາວຸໂສ ຂອງທຳນຽບຂາວ, ຊ້າຍ, ແລະ ທ່ານ ຈາເຣດ ຄຸສເນີຣ ນັ່ງຟັງ ໃນຂະນະທີ່ ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຄະນະລັດຖະບານ, ເມື່ອເດືອນມິຖຸນາ ວັນທີ 12, 2017, ໃນຫ້ອງຄະນະລັດຖະບານຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ.
ໃນເວລານັ້ນ-ທ່ານ ສະຕີບ ແບບເນັນ ເປັນທີ່ປຶກສາອາວຸໂສ ຂອງທຳນຽບຂາວ, ຊ້າຍ, ແລະ ທ່ານ ຈາເຣດ ຄຸສເນີຣ ນັ່ງຟັງ ໃນຂະນະທີ່ ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຄະນະລັດຖະບານ, ເມື່ອເດືອນມິຖຸນາ ວັນທີ 12, 2017, ໃນຫ້ອງຄະນະລັດຖະບານຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ.

ທັງ ທ່ານປະທານາທິບໍດີ ໂຄສົກທຳນຽບຂາວ ແລະ ຜູ້ອຳນວຍການ ດ້ານການສື່ສານ
ຂອງສະຕີໝາຍເລກນຶ່ງ ໄດ້ອອກຖະແຫລງການ ໃນລະຫວ່າງຕອນທ່ຽງວານນີ້ ໂດຍ
ໂຈມຕີ ທ່ານແບນເນັນ ນັກຊາດນິຍົມ ທີ່ມີອິດທິພົນ ຜູ້ທີ່ເຄີຍເປັນຫົວໜ້າບໍລິຫານງານ
ຄະນະໂຄສະນາຫາສຽງ ຂອງທ່ານທຣຳ ເມື່ອສາມເດືອນກ່ອນໜ້າ ການເລືອກຕັ້ງ ປີ
2016 ແລະກ່ອນທີ່ຈະຮັບເອົາຕຳແໜ່ງຂັ້ນອາວຸໂສ ຢູ່ໃນຫ້ອງການທາງຕາເວັນຕົກ
ຂອງທຳນຽບຂາວ.

ທ່ານທຣຳ ໄດ້ກ່າວວ່າ “ສຕີບ ແບນເນັນ ບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ ຫຼື ຕຳແໜ່ງ
ປະທານາທິບໍດີ ຂອງຂ້ອຍ. ໃນເວລາທີ່ລາວຖືກປົດອອກ ລາວບໍ່ພຽງແຕ່ສູນເສຍ
ວຽກງານ ລາວເສຍຫົວຂອງລາວ ນຳດ້ວຍ.”

ທ່ານປະທານາທິບໍດີ ຢູ່ໃນຖະແຫລງການ ໄດ້ປະກາດວ່າ ແບນເນັນ “ພຽງແຕ່ເຂົ້າມາ
ເພື່ອຜົນປະໂຫຍດສ່ວນຕົວເທົ່ານັ້ນ”
ແລະ “ໄດ້ໃຊ້ເວລາຂອງລາວ ຢູ່ທຳນຽບຂາວ
ດ້ວຍປ່ອຍຂໍ້ມູນທີ່ຜິດໆ ອອກໄປໃຫ້ສື່ມວນຊົນ ເພື່ອເຮັດໃຫ້ລາວເອງ ຖືກມອງເບິ່ງ
ວ່າ ເປັນຜູ້ທີ່ມີຄວາມສຳຄັນເກີນກວ່າທີ່ລາວເປັນຢູ່ນັ້ນ”
ໃນຂະນະດຽວກັນ ລາວກໍໄດ້
ປະກາດສົງຄາມ ຕໍ່ສື່ມວນຊົນ.

ຜູ້ຂຽນປຶ້ມ ທ່ານໄມເກີລ ວຸລຟ໌ ໃນປຶ້ມຂອງລາວ ໄດ້ອ້າງເຖິງຄຳເວົ້າຂອງທ່ານແບນເນັນ
ທີ່ກ່າວຮ້າຍຕໍ່ ທ່ານ ດໍໂນລ ທຣຳ ຈູເນຍ ລູກເຂີຍ ຂອງທ່ານທຣຳ ຄື ທ່ານຈາເຣດ
ຄຸສເນີຣ ຜູ້ທີ່ເປັນທີ່ປຶກສາຄົນສຳຄັນຂອງທຳນຽບຂາວ ແລະ ໃນເວລານັ້ນ ຜູ້ຈັດການ
ຄະນະໂຄສະນາຫາສຽງ ທ່ານ ພອລ ມານາຟອຕ ໃນການພົບປະກັບພວກຣັດເຊຍ
ທີ່ໃຫ້ຄຳສັນຍາວ່າ ມີຂໍ້ມູນທີ່ເສຍຫາຍ ກ່ຽວກັບ ຜູ້ສະໝັກເປັນປະທານາທິບໍດີ ສັງກັດ
ພັກເດໂມແຄຣັດ ທ່ານນາງ ຮິລລາຣີ ຄລິນຕັນ. ການພົບປະໃນເດືອນມິຖຸນາ ປີ 2016
ທີ່ສຳນັກງານໃຫຍ່ຂອງ ການໂຄສະນາຫາສຽງ ຢູ່ທີ່ຕຶກ ທຣຳ ທາວເວີ ໃນນະຄອນ
ນິວຢອກ ໄດ້ມີຂຶ້ນ ຫຼັງຈາກທີ່ລູກຊາຍຂອງປະທານາທິບໍດີ ໄດ້ກ່າວວ່າ ລາວ ຈະ
“ມັກຫຼາຍ” ຖ້າລາວສາມາດໄດ້ມາຊຶ່ງເອກກະສານທີ່ເສຍຫາຍ ຕໍ່ທ່ານນາງຄລິນຕັນ.

ທ່ານທຣຳ ຈູເນຍ ຕໍ່ຈາກນັ້ນມາ ໄດ້ກ່າວວ່າ ທະນາຍຄວາມຊາວຣັດເຊຍ ຢູ່ທີ່ການ
ພົບປະກັນ ບໍ່ໄດ້ມີຫລັກຖານເສຍຫາຍ ເຊັ່ນນັ້ນເລີຍ.

Bannon Trump Book
please wait
Embed

No media source currently available

0:00 0:01:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG