ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຈັບກຸມ ການຂາຍປີ້ ເຕະບານໂລກ ທີ່ຜິດກົດລະບຽບ (ວີດີໂອ/ສະໄລດ໌)


ມີການຈັບກຸມ ຜູ້ທີ່ນຳເອົາປີ້ເຕະບານໂລກ ທີ່ແຈກຟຣີ ໄປຂາຍ ເອົາເງິນ
ມີການຈັບກຸມ ຜູ້ທີ່ນຳເອົາປີ້ເຕະບານໂລກ ທີ່ແຈກຟຣີ ໄປຂາຍ ເອົາເງິນ

ການ​ແຂ່ງ​ຂັນເຕະບານ​ໂລກຮອບ​ສີ່​ທີ​ມຄູ່ທຳອິດ ​ມີ​ກຳນົດຈະເລີ້ມ​
ຂື້ນ​ ໃນ​ເວລາ 4 ​ໂມງ​ແລງ ວັນ​ອັງຄານມື້​ນີ້ ຫລື​ປະມານ​ອີກ 8 ຊົ່ວ
​ໂມງ ​ລະຫວ່າງປະ​ເທດ​ເຈົ້າພາບບຣາຊິ​ລແລະ​ເຢຍຣະ​ມັນຢູ່​ທີ່​ເດີ່ນ
Belo Horizonte.

​ເຖິງ​ແມ່ນວ່າຈະໄດ້ປຽບ ຍ້ອນຫຼິ້ນຢູ່​ເດີ່ນ​ປະເທດ​ຂອງຕົນ​ເອງກໍ
ຈິງ ​ແຕ່​ບັນດາ​ຜູ້​ສັງ​ເກດ​ການ​ຫລາຍ​ຄົນ​ເຊຶ່ອວ່າ ​ເຢຍຣະ​ມັນ ຈະ​
ໄດ້ໄຊຊະນະ ​ເພາະວ່າບຣາຊິ​ລ ຈະ​ຕ້ອງລົງ​ແຂ່ງຂັນໂດຍ​ປາດ​
ສະ​ຈາກດາຣາ​ນັກ​ເຕະ ທ້າວ Neymar ​ແລະ​ກັບ ຕັນ​ທີ​ມທ້າວ
Thiago Silva. ທ້າວ Silva ​ໄດ້​ຮັບ​ບັດ​ເຫລືອງ​ສອງ​ເທື່ອ ອັນ​
ເປັນ​ຜົນ​ສະທ້ອນ​ໃນ​ທັນ​ທີ ບໍ່ໃຫ້ຜູ້ກ່ຽວລົງຫລີ້ນນຶ່ງ​ເກ​ມ ​ແລະ ທ້າ​ວ Naymar ​ບໍ່ໄດ້​ຫລິ້ນ​ເນື່ອງ​ຈາກ​ກະ​ດູກ​ສັນຫລັງ​ຫັກ.

​ໃນ​ຂະນະ​ດຽວ​ກັນ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ນຶ່ງ ທີ່​ພົວພັນ​ກັບ​ບໍລິສັດ​ຮັບ​ຕ້ອນ ການ​ແຂ່ງຂັນ​ເຕະ
ບານ​ໂລກ ​ໄດ້​ຖືກ​ຈັບ​ຢູ່ບຣາຊິ​ລ ທີ່​ພົວພັນ​ກັບ​ການ​ສືບ​ສວນ ຈາກ​ການນຳ​ປີ້ ທີ່ແຈກຢາຍ
ລ້າໄປຂາຍຄືນອີກ ​ແບບຜິດ​ກົດໝາຍນັ້ນ.

ທ່ານ Ray Whelan ຜູ້ອຳນວຍການ ​ໃຫ້ການບໍລິການ​ແຂ່ງຂັນ ​ໄດ້​ຖືກ​ກັກ​ໂຕ​ໄວ້​ໃນ​ວັນ​ຈັນ​
ວານ​ນີ້ ທີ່ໂຮງ​ແຮມ Copacabana Palace ​ໃນ​ນະຄອນ Rio de Janeiro. ພວກ​ໄອ​ຍະ​
ການ ກ່າວ​ວ່າ ຊື່​ຂອງ​ທ່ານ Whelan ​ໄດ້​ປະກົດ​ອອກ​ມາຊໍ້າ​ແລ້ວ​ຊໍ້າ​ອີກ ຫລາຍ​ພັນ​ເທຶ່ອຢູ່​ໃນ
ສາຍ​ສົນທະນາ​ທາງໂທລະສັບ ທີ່​ນຳ​ໄປ​ສູ່​ການ​ຈັບ​ກຸມ 11 ຄົນ ​ທີ່​ຖືກ​ກ່າວ​ຫາ​ວ່າ​ເຂົ້າ​ຮ່ວມ
​ໃນ​ການ​ຕົວະ​ຕົ້ມ. ທ່ານ Lamine Lafana ຫົວໜ້າ​ບໍລິສັດຂາຍ​ປີ້ກິລາ ທີ່​ມີ​ຫ້ອງການ​ຢູ່ ສະຫະລັດ ກໍ​ແມ່ນ​ຜູ້​ນຶ່ງ​ໃນ​ຈຳນວນ​ຂອງ​ຜູ້​ຖືກ​ຈັບ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ວົງ​ການ​ຂາຍ​ປີ້​ຜິດ​ກົດໝາຍ ​ເຮັດ​ເງິນ​ໄດ້ 450,000 ​ໂດ​ລາ​ຕໍ່​ນຶ່ງ​ເກ​ມ
​ໂດຍ​ການ​ຂາຍປີ້ ທີ່ມີການແຈກຢາຍລ້າ.

ທ່ານ Wheland ກຳລັງ​ປະ​ເຊີນ​ໜ້າ​ຕໍ່​ການຖືກຕິດ​ຄຸກ​ສີ່​ປີ ຖ້າ​ຫາກ​ທ່ານ​ພົ​ບ​ເຫັນ​ວ່າມີ​
ຄວາມ​ຜິດ.

WORLD CUP TICKET SCANDAL VOSOT
please wait

No media source currently available

0:00 0:01:17 0:00

XS
SM
MD
LG