ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມພັນທະມິດໃໝ່ ໄດ້ຖືກຈັດຕັ້ງຂຶ້ນມາ ກ່ອນໜ້າ ການເລືອກຕັ້ງ ຂອງອັຟການິສຖານ


ນາຍພົນ ອັບດູລ ຣາຊີດ ດອສຕຳ ກ່າວໃນລະຫວ່າງ ກອງ
ປະຊຸມຖະແຫລງຂ່າວ ຢູ່ທີ່ສະໜາມບິນ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ເມື່ອວັນສຸກ ທີ 13 ມັງກອນ 2012.
ນາຍພົນ ອັບດູລ ຣາຊີດ ດອສຕຳ ກ່າວໃນລະຫວ່າງ ກອງ ປະຊຸມຖະແຫລງຂ່າວ ຢູ່ທີ່ສະໜາມບິນ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ເມື່ອວັນສຸກ ທີ 13 ມັງກອນ 2012.

ບັນດາຜູ້ມີສິດປ່ອນບັດທັງຫຼາຍ ໃນອັຟການິສຖານ ພາກັນໄປລົງທະບຽນ
ເພື່ອການເລືອກຕັ້ງໃໝ່ ສຳລັບສະພາແຫ່ງຊາດ ແລະສະພາປະຈຳແຂວງ
ຂອງພວກເຂົາເຈົ້າ ໃນຂະນະທີ່ພວກຜູ້ສະໝັກທັງຫຼາຍ ພາກັນຂົນຂວາຍ
ຫາສຽງຈາກພວກນິຍົມຕົນ ໃນການກະກຽມຫ້າງຫາຢູ່ນັ້ນ.

ຮອງປະທານາທິບໍດີຄົນທີສອງ ຂອງອັຟການິສຖານ ນາຍພົນ ອັບດູລ
ຣາຊີດ ດອສຕຳ (Abdul Rashid Dostum) ຜູ້ນຳອັຟການິສຖານຊົນຊາດ
ອຸສເບັກກິສຖານ ທັງເປັນເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ທີ່ພັດຖິ່ນ
ໄດ້ກາຍມາເປັນຄົນສຳຄັນ ສຳລັບ ຟ່າຍຕໍ່ຕ້ານ.

ທ່ານ ດອສຕຳ ມີແນວທາງອຽງ ໄປຕາມປະທານາທິບໍດີ ໂມຮັມເມັດ
ອາສຣັຟ ການີ ໃນການແຂ່ງຂັນເລືອກຕັ້ງເອົາປະທານາທິບໍດີ ໃນປິ 2014
ໂດຍສ້າງຄວາມເຂັ້ມແຂງໃຫ້ແກ່ການໂຄສະນາຫາສຽງຂອງທ່ານ ການີ.
ຢ່າງໃດກໍດີ ໃນເມື່ອ ນາຍພົນດັ່ງກ່າວ ໄດ້ຖືກກ່າວຫາວ່າ ມີຄະດີອາດຊະ-
ຍາກຳ ເມື່ອນຶ່ງປີກວ່າຜ່ານມາ ຜູ້ກ່ຽວ ຈຶ່ງໄດ້ໄປລີ້ໄພຢູ່ປະເທດ ເທີກີ ແລະ
ພວກນັກວິເຄາະບາງທ່ານກ່າວວ່າ ຄະດີດັ່ງກ່າວ ຕໍ່ທ່ານ ເປັນເລື່ອງທີ່ໄດ້
ຮັບການຊຸກຍູ້ ຈາກທາງການເມືອງ.

ມີຮູບພາບຫຼາຍແຜ່ນ ທີ່ນຳອອກເຜີຍແພ່ ໃນວັນສຸກແລ້ວນີ້ ທາງເຟສບຸກ
ທີ່ສະແດງໃຫ້ເຫັນວ່າ ທ່ານ ດອສຕຳ ຢືນຢູ່ໃນ ອັງກາຣາ ທ່າມກາງພວກ
ນັກການເມືອງຜູ້ທີ່ມີຊື່ສຽງ ອັຟການິສຖານ ສິບກວ່າທ່ານ ລວມທັງ ພວກ
ຜູ້ແທນ ຂອງເຂົາເຈົ້າຈັບມືກັນ ສະແດງເຖິງຄວາມສາມະຄີກັນ ລ່ວງໜ້າ
ການເລືອກຕັ້ງ ທີ່ຖືກລໍຄອຍມາ ເປັນເວລາດົນນານນັ້ນ.

ອະດີດ ຜູ້ປົກຄອງແຂວງ ທີ່ມີອິດທິພົນຂອງແຂວງ ບາລຄ໌ ທາງພາກເໜືອ
ນາຍພົນ ອັດຕາ ໂມຮັມເມັດ ນົວກໍໄດ້ຢູ່ຮ່ວມໃນກອງປະຊຸມດັ່ງກ່າວ ທັງໄດ້
ສະແດງຄວາມຊົມເຊີຍຕໍ່ພັນທະມິດໃໝ່ທີ່ວ່ານັ້ນ ໃນວັນສຸກສັບດາແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG