ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກ່າວຫາ ຄັ້ງໃໝ່ ກ່ຽວກັບ ການລວນລາມ ທາງເພດ ໂດຍກຳລັງ ສປຊ ຢູ່ ອາຟຣິກາກາງ


ກຳລັງຮັກສາສັນຕິພາບ ສປຊ ຢືນຍາມຝູງຊົນ ທີ່ເຕົ້າໂຮມກັນ ຕ້ອນຮັບພະສັນຕະປາປາແຟຣນຊິສ.
ກຳລັງຮັກສາສັນຕິພາບ ສປຊ ຢືນຍາມຝູງຊົນ ທີ່ເຕົ້າໂຮມກັນ ຕ້ອນຮັບພະສັນຕະປາປາແຟຣນຊິສ.

ອົ​ງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ກຳລັງ​ສືບສວນ​ ການ​ກ່າວ
​ຫາ​ຄັ້ງ​ໃໝ່​ທີ່​ໄດ້​ສ້າງ​ຄວາມ​ກັງວົນ​ໃຈ​ເປັນ​ທີ່​ສຸດ​ກ່ຽວ​ກັບ​ການ​ສວຍ
ໃຊ້ ​ແລະ​ລ່ວງ​ລະ​ເມີດ​ທາງ​ເພດ ​ໂດຍ​ກຳລັງ​ຮັກສາ​ສັນຕິພາບ ຢູ່​ທີ່
​ສາທາລະນະ​ລັດອາ​ຟຣິກາ​ກາງ.

ການ​ລ່ວງ​ລະ​ເມີດ ​ທີ່​ລາຍ​ງານ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ຊາບ​
ໂດຍກຸ່ມ​ໃຫ້ການ​ສະໜັບສະໜຸນ​ທີ່​ມີ​ສຳນັກງານຢູ່ໃນ​ສະຫະລັດທີ່
​ມີ​ຊື່ວ່າ ອົງການ​ຊ່ອຍ​ເຫລືອລ້າ ​ໃນ​ການ​ປຸກລະດົມ​ຕໍ່ຕ້ານ​ການ​ກະ
ທຳ​ຜິດ​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ສະຫະປະຊາ​ຊາດ ຫຼື AIDS-
Free World’s Code Blue ​Campaign ​ເກີດ​ຂຶ້ນ​ໃນ​ລະຫວ່າງ
​ປີ 2013 ຫາ​ 2015 ​ໃນ​ເຂດ​ເມືອງ Kemo ​ໂດຍ​ມີ​ການ​ພົວພັນ​ກັບ
​ພວກ​ເຈົ້າໜ້າທີ່ສະຫະ​ປະຊາ​ຊາດ ​ແລະ​ບໍ່​ແມ່ນສະຫະ​ປະຊາ​ຊາດຕະຫລອດ​ທັງ​ກຸ່ມ​ກຳລັງ
​ປະກອບ​ອາວຸດ​ໃນ​ເຂດ​ທ້ອງ​ຖິ່ນນຳ​ດ້ວຍ.

ຄະນະ​ສືບສວ​ນຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ກຳລັງ​ຮັກ​ສາ​ສັນຕິພາບ​ທີ່​ມີການ
​ພົວພັນ ​ແມ່ນ​ມາ​ຈາກ ​ບູຣຸນດີ ​ແລະ​ກາ​ບົງ.​ ກຳລັງ​ຮັກສາ​ສັນຕິພາບ​ເຫລົ່ານີ້​ ໄດ້​ຖືກ​ກັກ​ໄວ້​
ໃຫ້​ຢູ່​ແຕ່​ໃນ​ຄ້າຍ ໃນ​ຂະນະ​ທີ່​ການ​ສືບສວນ​ກຳລັງ​ດຳ​ເນີນ​ຢູ່.

ນອກນັ້ນ ຍັງ​ມີ​ການ​ກ່າວ​ຫາ​ຕໍ່​ກອງ​ກຳລັງ Sangaris ຂອງຝຣັ່ງ ຢູ່​ໃນ​ບໍລິ​ເວນ ດຽວ​ກັນນີ້.

ການ​ປຸກລະດົມ​ຕໍ່ຕ້ານ​ການ​ກະທຳ​ຜິດ​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ ຊາດ ຫຼື
Code Blue Campaign ກ່າວ​ວ່າ ການລະເມີດ​ດັ່ງກ່າວ​ນີ້​ແມ່ນ​ພົວພັນ​ກັບ​ພວກ​ຍິງ​ສາວ​
ຢ່າງ​ໜ້ອຍ 98 ຄົນ​ຮວມທັງ​ການກ່າວ​ຫາ​ກ່ຽວ​ກັບການມີເພດສຳພັນກັບພວກ​ສັດ​ນຳ​ດ້ວຍ.

UN C.A.R. Sex Abuse
please wait
Embed

No media source currently available

0:00 0:00:15 0:00

XS
SM
MD
LG