ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ​ຄົນ​ໃໝ່ ສັ່ງ​ການ​ຈາກ​ປະ​ເທດ​ອີ​ຣ່ານ


ລາຍ​ລະ​ອຽດ​ຂອງ​ອົງ​ການ​ FBI ທີ່​ນຳ​ອອກ​ເຜີຍ​ແຜ່ ສະ​ເໜີ​ໃຫ້​ເງິນ​ລາງວັນ 10 ລ້ານ​ໂດ​ລາ ສຳ​ລັບ​ບຸກ​ຄົນ​ໃດ ​ທີ່​ມີ​ຂໍ້​ມູນນຳ​ໄປ​ສູ່​ການ​ຈັບ​ກຸມ ຫຼື​ລົງ​ໂທດ​ທ້າວ​ຊາ​ອິບ ອາ​ລ-ອາ​ແດ​ລ (Saif al-Adel) ຊຶ່ງ​ລາຍ​ງານ​ສະ​ບັບ​ໃໝ່​ກ່າວ​ວ່າ ລາວ​ເປັນ​ຜູ້​ນຳ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ.
ລາຍ​ລະ​ອຽດ​ຂອງ​ອົງ​ການ​ FBI ທີ່​ນຳ​ອອກ​ເຜີຍ​ແຜ່ ສະ​ເໜີ​ໃຫ້​ເງິນ​ລາງວັນ 10 ລ້ານ​ໂດ​ລາ ສຳ​ລັບ​ບຸກ​ຄົນ​ໃດ ​ທີ່​ມີ​ຂໍ້​ມູນນຳ​ໄປ​ສູ່​ການ​ຈັບ​ກຸມ ຫຼື​ລົງ​ໂທດ​ທ້າວ​ຊາ​ອິບ ອາ​ລ-ອາ​ແດ​ລ (Saif al-Adel) ຊຶ່ງ​ລາຍ​ງານ​ສະ​ບັບ​ໃໝ່​ກ່າວ​ວ່າ ລາວ​ເປັນ​ຜູ້​ນຳ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ.

ຫົກ​ເດືອນ​ຫຼັງ​ຈາກ​ສະ​ຫະ​ລັດ​ໄດ້​ສັງ​ຫານ​ຜູ້​ນຳ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ທ້າວ​ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ນະ​ຄອນ​ຫຼວງ​ກາບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ຕຳ​ແໜ່ງ​ຜູ້​ນຳ​ຂອງ​ກຸ່ມ​ກໍ່​ຮ້າຍ​ດັ່ງ​ກ່າວ​ ປາ​ກົດ​ວ່າ​ໄດ້ຖືກມອບ​ຢ່າງ​ງຽບໆ​ ໃຫ້​ແກ່​ທາ​ຍາດ​ໂດຍ​ກົງ​ຂອງ​ລາວ ​ໃນ​ອີ​ຣ່ານ.

ລາຍ​ງານ​ສະ​ບັບ​ໃໝ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ອີງ​ຕາມ​ໜ່ວຍ​ສືບ​ລັບ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກໄດ້​ສະ​ຫຼຸບ​ວ່າ ທ້າວ​ຊາ​ອີ​ບ ອາ​ລ-ອາ​ແດ​ລ “ເວ​ລານີ້​ໄດ້​ເປັນ​ຜູ້​ນຳ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕໍ່​ເນື່ອງ ​ໃນ​ເວ​ລານີ້.”

ກຸ່ມ​ອາ​ລ​ກາ​ອີ​ດາ​ໄດ້​ມິດ​ງຽບ​ກ່ຽວ​ກັບ​ຖາ​ນະ​ຂອງ​ຕຳ​ແໜ່ງ​ຜູ້​ນຳ​ຂອງ​ຕົນ ນັບ​ແຕ່​ ​ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ໄດ້​ສັງ​ຫານ ​ທ້າວອາ​ລ-ຊາ​ວາ​ຮີ​ຣີ ເມື່ອ​ວັນ​ທີ 31 ກໍ​ລະ​ກົດ​ປີ 2022 ແຕ່​ລາຍ​ງານ​ຂ່າວ​ໄດ້​ຊີ້​ໃຫ້​ເຫັນ​ເຫດ​ຜົນ​ສອງ​ປະ​ການ​ ທີ່​ກຸ່ມ​ດັ່ງ​ກ່າວພາ​ກັນມິດ​ງຽບ.

ລາຍ​ງານກ່າວວ່າ ການ​ເປັນ​ຜູ້​ນຳ​ຂອງ​ທ້າວ​ອາ​ລ-ອາ​ແດ​ລ “ບໍ່​ສາ​ມາດ​ປະ​ກາດ​ໃຫ້​ຮູ້​ໄດ້ ຍ້ອນ​ມັນ​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​ຄັນ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຂອງ​ກຸ່ມ​ຕາລີ​ບານບໍ່​ຍອມ​ຮັບ​ຮູ້​ການ​ເສຍ​ຊີ​ວິດ​ຂອງ​ທ້າວອາ​ລ-ຊາ​ວາ​ຮີ​ຣີ ຢູ່​ທີ່​ນະ​ຄອນ​ຫຼວງກາ​ບູ​ລ ແລະ​ການ​ມີ​ໜ້າ ​ຂອງ​ທ້າວ​ອາ​ລ-ອາ​ແດ​ລ ຢູ່​ໃນ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣ່ານ.”

ລາ​ຍານ​ກ່າວ​ຕື່ມ​ວ່າ “ສະ​ຖານ​ທີ່​ຂອງ​ລາວ​ພາ​ໃຫ້​ເກີດ​ຄຳ​ຖາມກ່ຽວ​ກັບ​ຄວາ​ມ​ທະ​ເຍີ​ທະ​ຍານ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ທີ່​ຈະ​ປະ​ກາດ​ການ​ນຳ​ພາ ​ຂອງ​ຂະ​ບວນ​ການໂລກ​ດັ່ງ​ກ່າວ​ທ່າມ​ກາງບັນ​ຫາ​ທ້າ​ທາຍ” ຮວມ​ທັງ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ​ທີ່​ເປັນ​ຄູ່​ແຂ່ງ.

ບັນ​ດາ​ໜ່ວຍ​ສືບ​ລັບ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ຮວມ​ທັງ ​ຂອງ​ສະ​ຫະ​ລັດນຳ​ດ້ວຍມອງ​ເຫັນ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ວ່າ ​ທ້າວ​ອາ​ລ-ອາ​ແດ​ລ ມີ​ທ່າ ມີ​ທ່າ​ທາງວ່າ ຈະ​ໄດ້​ເປັນ​ຜູ້​ສືບ​ທອດ​ຕຳ​ແໜ່ງ​ແທນ​ທ້າວອາ​ລ-ຊາ​ວາ​ຮີ​ຣີ ໂດຍ​ກ່າວ​ວ່າ​ອະດີດ​ເຈົ້າ​ໜ້າ​ທີ່​ກຳ​ລັງ​ພິ​ເສດ​ ຂອງ​ອີ​ຈິບ​ຄົນ​ນີ້ ມີ​ຄວາມ​ສາ​ມາດ​ທີ່​ຈະ​ເປັນ​ຜູ້​ບັນ​ຊາ​ການ​ທີ່ມີ​ປະ​ສົບ​ພະ​ການ​ໃນ​ການ​ປະ​ຕິ​ບັດ​ງານ​ຢ່າງກວ້າງ​ຂວາງ ຢູ່​ໃນ​ສະ​ຖານ​ທີ່​ຫຼາຍໆ​ແຫ່ງ.

ເລີ້ມ​ແຕ່​ຊຸມ​ປີ 1990 ເປັນ​ຕົ້ນ​ມາ ທ້າວ​ອາ​ລ-ອາ​ແດ​ລ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ທີມ​ງານ ​ທີ່​ໄດ້​ສະ​ໜອງ​ການ​ຝຶກ​ແອບ​ທາງ​ທະ​ຫານ​ແລະ​ສືບ​ລັບ​ໃຫ້​ແກ່​ພວກ​ນັກ​ລົບ​ໃນ​ອັ​ຟ​ກາ​ນິ​ສ​ຖານ ປາ​ກິ​ສ​ຖານ ແລະ​ປະ​ເທດ​ຊູ​ດານ.

ນອກນັ້ນ ລາວ​ຍັງ​ເປັນ​ຜູ້​ຊ່ວຍ​ຝຶກ​ແອບ​ໃຫ້​ແກ່​ເຄືອ​ຂ່າຍ​ຂອງ​ກຸ່ມ​ອາ​ລກາ​ອີ​ດາ​ໃນ​ປະ​ເທດ​ອີ​ຈິບ ກຸ່ມ​ຈີ​ຮາດ​ອິ​ສ​ລາມ​ອີ​ຈິບແລະ​ໂຊ​ມາ​ເລຍ ທີ່​ພວມ​ທຳ​ການ​ສູ້​ລົບ​ກັບ​ກຳ​ລັງ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ​ແຕ່​ປີ 1992 ຫາ 1994.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG