ທ່ານ ແພັຕ ແຊນນາແຮນ ຮັກສາການລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ
ໄດ້ກ່າວໃນ ວັນອັງຄານມື້ນີ້ ວ່າ ທາງກະຊວງ “ຍັງຄົງເພັ່ງເລັງໃສ່ ການພິທັກຮັກສາ
ປະເທດຊາດ ຂອງພວກເຮົາຢູ່” ໃນຂະນະທີ່ທ່ານເຂົ້າປະຈຳຕຳແໜ່ງ ຢ່າງເປັນທາງ
ການ ທີ່ເປົ່າຫວ່າງ ໂດຍການລາອອກຂອງທ່ານ ຈິມ ແມັດຕິສ.
“ບັດນີ້ ຂ້າພະເຈົ້າ ຍິນດີທີ່ຈະເລີ່ມທຳງານກັບປະທານາທິບໍດີ ທຣຳ ເພື່ອປະຕິບັດ
ຕາມວິໄສທັດຂອງທ່ານ ຄຽງຄູ່ໄປພ້ອມໆດ້ວຍ ບັນດາຜູ້ນຳທີ່ເຂັ້ມແຂງ ລວມທັງ
ບັນດາທີ່ປຶກສາດ້ານຄວາມໝັ້ນຄົງ ທີ່ປຶກສາຂອງທຳນຽບຂາວ ບັນດານາຍພົນ
ທະຫານ ຜູ້ບັນຊາການເຫຼົ່າທັບ ແລະ ບັນດາເຈົ້າໜ້າທີ່ອາວຸໂສ ໃນກະຊວງປ້ອງກັນ
ປະເທດ” ນັ້ນ ແມ່ນຄຳເວົ້າຂອງທ່ານ ແຊນນາແຮນ ທີ່ໄດ້ກ່າວ ໃນຖະແຫຼງສະບັບນຶ່ງ.
ບໍ່ຄືກັບ ທ່ານ ແມັດຕິສ ຜູ້ທີ່ໄດ້ເຂົ້າມາໃນທຳນຽບຫ້າແຈ ໃນຖານະ ອະດີດນາຍພົນ
ຂອງນາວິກະໂຍທິນ ທີ່ໜ້າເຄົາລົບນັບຖື ຜູ້ທີ່ໄດ້ປະຕິບັດໜ້າທີ່ ໃນ ອັຟການິສຖານ ຊຶ່ງ
ທ່ານ ແຊນນາແຮນ ບໍ່ໄດ້ມີປະສົບການດ້ານການທະຫານແບບ ດຽວກັນດັ່ງກ່າວແຕ່
ຢ່າງໃດ. ທ່ານ ແຊນນາແຮນ ໄດ້ເຂົ້າມາໃນກະຊວງປ້ອງກັນປະເທດ ໃນປີ 2017 ຈາກ
ບໍລິສັດການບິນ ຍັກໃຫຍ່ ຄື ໂບອິ້ງ ບ່ອນທີ່ ທ່ານໄດ້ໃຊ້ເວລາເບິ່ງແຍງ ທັງດ້ານພົນລະ
ເຮືອນ ແລະ ດ້ານທະຫານ ທີ່ກ່ຽວ ພັນກັບໂຄງການຕ່າງໆ ມາໄດ້ຫຼາຍກວ່າ 30 ປີ.
ທ່ານ ແມັດຕິສ ໄດ້ລາອອກຈາກຕຳແໜ່ງ ເມື່ອວັນທີ 20 ທັນວາ ຫຼັງຈາກ ໄດ້ພົບປະຢູ່
ທີ່ທຳນຽບຂາວ ກັບ ທ່ານ ທຣຳ ຊຶ່ງໃນລະຫວ່າງນັ້ນ ທັງສອງ ທ່ານ ບໍ່ເຫັນດີກັນ ກ່ຽວກັບ
ການຕັດສິນໃຈຂອງທ່ານປະທານາທິບໍດີ ທີ່ຈະຖອນ ກຳລັງທະຫານທັງໝົດ ອອກຈາກ
ຊີເຣຍ ບ່ອນທີ່ພວກເພິ່ນໄດ້ຊ່ອຍໃນການຕໍ່ສູ້ ຕ້ານຍັນ ກຸ່ມກໍ່ການຮ້າຍ ລັດອິສລາມ
ມາຕະຫຼອດ.
ທ່ານ ແມັດຕິສ ໄດ້ຂຽນໃນໜັງສືສັ່ງລາ ທີ່ເປັນທາງການ ໃນວັນຈັນວານນີ້ ອັນເປັນວັນ
ສຸດທ້າຍໃນໜ້າທີ່ຂອງທ່ານ ໂດຍມີຂໍ້ຄວາມວ່າ “ການນຳຂອງກະຊວງ ພວກເຮົາ ບໍ່ວ່າຈະເປັນພົນລະເຮືອນ ແລະ ທະຫານ ກໍຍັງຄົງ ຢູ່ໃນການເບິ່ງແຍງ ທີ່ດີທີ່ສຸດ
ທີ່ເປັນໄປໄດ້.”
ທ່ານ ກ່າວຕໍ່ໄປວ່າ “ຂ້າພະເຈົ້າໝັ້ນໃຈວ່າ ແຕ່ລະທ່ານ ຄົງຈະບໍ່ຫັນເຫໄປຈາກຄຳ
ສາບານຂອງພວກທ່ານ ໃນພາລະກິດ ຕໍ່ການສະໜັບສະໜຸນ ແລະປົກປ້ອງ ລັດ
ຖະທຳມະນູນ ໃນຂະນະດຽວກັນ ປົກປ້ອງແນວທາງ ການດຳລົງຊີວິດຂອງພວກເຮົາ.
ດັ່ງນັນ ຈົ່ງຮັກສາຄວາມສັດທາ ໃນປະເທດຊາດ ຂອງພວກເຮົາ ແລະໃຫ້ຍຶດໝັ້ນໄວ້
ຢູ່ຄຽງຂ້າງພັນທະມິດ ຂອງພວກເຮົາ ເພື່ອຕໍ່ສູ້ຕ້ານພວກສັດຕູ ຂອງພວກເຮົາ.”