ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ເນ​ວາ​ດາ ຈ​ະ​ເປັນ​ບົດ​ທົດ​ສອບ​ຕໍ່​ໄປ ສຳ​ລັບ​ຜູ້​ລົງ​ແຂ່ງ​ຂັນ ​ເອົາ​ຕຳ​ແໜ່ງ ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄຣັດ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີສ໌, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ເນ​ວາ​ດາ. 18 ກຸມ​ພາ, 2020.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄຣັດ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີສ໌, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ເນ​ວາ​ດາ. 18 ກຸມ​ພາ, 2020.

ທ່ານ​ນາງ ແມ​ຣີ ຣູ​ນີ ໄດ້​ຂັດ​ກະ​ດຸມ​ໃສ່​ເສື້ອ​ກັນ​ໜາວ​ສີ​ບົວ​ຂອງ​ລາວ​ທີ່​ອ່ານ​ວ່າ, “ຂ້ອຍ​ແມ່ນ​ແມ່​ຍິງ, ເບິ່ງ​ຂ້ອຍ​ລົງ​ຄະ​ແນນ​ສຽງ​ເດີ.”

ທ່າ​ນ​ນາງ ຣູ​ນີ ໄດ້​ເດີນ​ທາງ​ຮອດ​ສຳ​ລັບ​ການ​ລົງ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດ​ໃນ​ນະ​ຄອນ ລາ​ສ​ ເວ​ກັ​ສ, ລັດ ເນ​ວາ​ດາ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ເພື່ອ​ປ່ອນ​ບັດ​ໃຫ້​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທີ່​ລາວ​ມັກ. ທ່ານ​ນາງເຊິ່ງ​ແມ່ນຜູ້​ທີ່​ໄດ້​ອອກ​ບຳ​ນານ​ແລ້ວ​ນັ້ນ ໄດ້​ຢືນ​ຢັນ​ວ່າ ຜົນ​ຄະ​ແນນ​ຂອງ​ກອງ​ປະ​ຊຸມ​ເລືອກ​ຕົວ​ແທນ​ພັກ ແລະ ການ​ແຂ່ງ​ຂັນ​ຂັ້ນ​ຕົ້ນ​ໃນ​ລັດ ໄອ​ໂອ​ວາ ແລະ ລັດ ນິວ​ ແຮມ​ເຊີ ຕາມ​ລຳ​ດັບ​ນັ້ນ, ໄດ້​ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌ ເປັນ​ຜູ້​ມີ​ຄະ​ແນ​ນ​ນຳ​ໜ້າ​ຂອງ​ກຸ່ມ​ທີ່ບໍ່​ອອກ​ມາ​ເວົ້າ​ເພື່ອ​ປະ​ເທດ.

ທ່ານ​ນາງ ຣູ​ນີ, ຜູ້​ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ ເປັນ​ຕົວ​ເລືອກ​ຂອງ​ເພິ່ນ ແລະ ລວມ​ທັງ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ມິນ​ເນ​ໂຊ​ຕ້າ ທ່າ​ນ​ນາງ ເອ​ມີ ໂຄ​ລ​ບູ​ຈາ ເປັນ​ນຶ່ງ​ໃນ​ຕົວ​ເລືອກ​ສີ່​ຄົນ​ຂອງ​ທ່ານ​ນາງ​ນັ້ນ​ໄດ້​ກ່າວ​ວ່າ “ລັດ ເນ​ວາ​ດາ ມີຫຼາກຫຼາຍ​ຊົນ​ຊັ້ນ​ກວ່າ ແລະ ມີ​ຄວາມ​ເປັນ ອາ​ເມ​ຣິ​ກາ ກວ່າ.”

ລູກ​ຊາຍ​ຂອງ​ທ່ານ​ນາງ ຣູ​ນີ ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ. ລາວ​ຕົກ​ໃຈ​ທີ່​ໄດ້​ເຫັນ​ຄົນ​ລຽນ​ແຖວ​ຍາວ​ອ້ອມ​ຫ້ອງ​ການ​ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ​ ສະ​ຫະ​ລັດ ເວ​ລາ​ທີ່​ລາວ​ໄດ້​ເດີນ​ທາງ​ໄປ​ຮອດ​ສຳ​ລັບ​ການ​ລົງ​ຄະ​ແນນ​ສຽງ​ກອງ​ປະ​ຊຸມ​ເລືອກ​ຕົວ​ແທນ​ພັກ​ກ່ອນ​ກຳ​ນົດ. ສະ​ຖານ​ທີ່​ປ່ອນ​ບັດ​ໄດ້​ເປີດ​ໃນ​ລັດ​ ເນ​ວາ​ດາ ​ໃນ​ວັນ​ເສົາ​ ແລະ ໄດ້​ປິດ​ໃນ​ວັນ​ອັງ​ຄານ​, ດ້ວຍ​ຜູ້​ອາ​ໄສ​ຢູ່​ໃນ​ພື້ນ​ທີ່ຫຼາຍກວ່າ 36,000 ຄົນ​ໄດ້​ສວຍ​ໃຊ້​ຄວາມ​ໄດ້​ປຽບ ​ຂອງ​ການ​ໃຫ້​ລົງ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ລັດ​ນັ້ນ. ກອງ​ປະ​ຊຸມ​ເລືອກ​ຜູ້​ແທນ​ພັກ​ຢ່າງ​ເປັນ​ທາງ​ການ ​ຈະ​ດຳ​ເນີນ​ຂຶ້ນ​ທົ່ວ​ລັດ​ໃນ​ຕອນ​ບ່າຍ​ວັນ​ເສົາ​ນີ້.

ການ​ລຽນ​ແຖວ​ແມ່ນ​ໄດ້​ໃຊ້​ເວ​ລາ​ດົນ 90 ນາ​ທີ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ສະ​ຫະ​ພັນ​ນັກ​ປຸງ​ແຕ່ງ​ອາ​ຫານ, ເຊິ່ງ​ແມ່ນ​ສະ​ຫະ​ພັນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ນະ​ຄອນ ລາ​ສ​ ເວ​ກັ​ສ ດ້ວຍ​ສະ​ມາ​ຊິກ 60,000 ຄົນ. ແຕ່​ຢູ່​ທາງ​ໃນ, ບັນ​ດາ​ພະ​ນັກ​ງານ​ເລືອກ​ຕັ້ງ​ໄດ້​ທ້ອນໂຮມ​ຂໍ້​ມູນ​ຢ່າງວ່ອງ​ໄວ ແລະ ໄດ້​ແນະນຳບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ​ວິ​ທີການ​ເຄື່ອນ​ຍ້າຍ​ຜ່ານຫ້າ​ຕູ້​ປ່ອນ​ບັດ ກ່ອນ​ທີ່​ຈະ​ປ່ອນ​ບັດ​ຕົວ​ເລືອກ​ຂອງ​ເຂົາ​ເຈົ້າ​ລົງ​ໃສ່​ກ່ອງ. ຜູ້​ລົງ​ຄະ​ແນນ​ສຽງ​ແຕ່​ລະ​ຄົນ​ໄດ້​ຖືກ​ແນະ​ນຳ​ໃຫ້​ຈັດ​ອັນ​ດັບ​ຢ່າງ​ໜ້ອຍ​ສາມ​ຄົນ ແລະ ຜູ້​ລົງ​ແຂ່ງ​ຂັນ​ບໍ່​ເກີນ 5 ຄົນ.

ການ​ລົງ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດ​ ຈະ​ຖືກ​ເພີ່ມ​ໃສ່​ການ​ນັບ​ຄະ​ແນນ​ສຽງ​ຂັ້ນ​ສຸດ​ທ້າຍ​ຂອງ​ຜູ້​ລົງ​ແຂ່ງ​ຂັນ​ໃນ​ວັນ​ເສົາ​ນີ້. ຖ້າ​ຜູ້​ລົງ​ແຂ່ງ​ຂັນ​ຄົນ​ໃດ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ພໍ, ລາວ​ຄົນ​ນັ້ນ​ກໍ​ຈະ “ບໍ່​ສາ​ມາດ​ທີ່​ຈະແຂ່ງ​ຂັນ​ຕໍ່​ໄດ້” ແລະ ຜູ້​ລົງ​ແຂ່ງ​ຂັນ​ຄົນ​ທີ​ສອງ ​ໃນ​ອັນ​ດັບ​ກໍ​ຈະ​ຖືກ​ນັບ. ຂັ້ນ​ຕອນ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ຈົນ​ກວ່າ​ຈະໄດ້​ຊື່​ຜູ້​ຊະ​ນະ​ເລີດ.

Mary Rooney wears a button on her pink sweatshirt that reads, "I am woman, watch me vote."

Rooney arrived for early caucus voting in Las Vegas, Nevada, Monday to vote for her favorite Democratic presidential candidate. The retiree insists that the results of the earlier caucus and primary contests in Iowa and New Hampshire, respectively, that catapulted Vermont Senator Bernie Sanders to the head of the pack do not speak for the nation.

"Nevada is more diverse and more like America," said Rooney, who voted for Massachusetts Senator Elizabeth Warren as her first choice and included Minnesota Senator Amy Klobuchar among her top four choices.

Rooney's son is a member of the United Auto Workers union. She was shocked to see a line wrapped around the United Auto Workers Union office when she arrived for early caucus voting. The polls opened in Nevada Saturday and closed Tuesday, with more than 36,000 residents taking advantage of the state's first-time offer of early voting. The formal caucuses will take place throughout the state Saturday afternoon.

The line translated into a 90-minute wait at the headquarters for the Culinary Workers Union, the largest union in Las Vegas with 60,000 members. But inside, poll workers quickly gathered information and instructed voters on how to move through five stations before depositing their choices in a ballot box. Each voter was instructed to rank at least three and no more than five candidates.

The early votes will be added to a candidate's final count on Saturday. If a candidate does not receive enough votes, he or she is said to be "not viable" and the second candidate in the ranking will be counted. That process will continue until a winner is named.

XS
SM
MD
LG