ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍ ຂອງພວກສາຍລັບ ພວມຊຸກຍູ້ ແຜນການ ຂອງຣັດເຊຍ ຢູ່ໃນປະເທດ ຕາເວັນຕົກ


ຊາຍຄົນນຶ່ງ ຍ່າງຜ່ານ ຕຶກສຳນັກງານ ກົມສືບລັບຂອງກອງທັບ ຣັດເຊຍ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 14 ກໍລະກົດ 2018.
ຊາຍຄົນນຶ່ງ ຍ່າງຜ່ານ ຕຶກສຳນັກງານ ກົມສືບລັບຂອງກອງທັບ ຣັດເຊຍ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 14 ກໍລະກົດ 2018.

ເປັນເວລາຫຼາຍເດືອນຜ່ານມາ ບັນດາເຈົ້າໜ້າທີ່ສືບລັບ ແລະ ເຈົ້າໜ້າທີ່ຮັກສາຄວາມ
ປອດໄພ ຢູ່ໃນ ລັດຖະບານຂອງສະຫະລັດ ແລະ ໃນພາກສ່ວນຂອງເອກກະຊົນ ໄດ້ພາ
ກັນປະຫຼາດໃຈ ໃນສິ່ງທີ່ປາກົດວ່າເປັນການໂຈມຕີທາງອິນເຕີແນັດ ໃນລະດັບຊ້າໆ
ແລະປະຕິບັດການ ສ້າງອິດທິພົນ ໂດຍໃຊ້ສື່ສັງຄົມ ຂອງຣັດເຊຍ.

ບໍ່ຄືກັບ ໃນຊ່ວງໃກ້ຈະເຖິງການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ບັນດາ
ເຈົ້າໜ້າທີ່ ກ່າວວ່າ ມາເຖິງເວລານີ້ ຍັງບໍ່ໄດ້ມີເຫດການ ລັກເຈາະຂໍ້ມູນ ການໂຈມຕີ
ທາງອີແມລ ທີ່ເອີ້ນວ່າ ຟິສຊິງ ຫຼື ການໃຊ້ພວກໂຄສະນາ ແລະ ພວກຂ່າວສານທີ່ບໍ່ຈິງ
ເພື່ອເຈາະເຂົ້າໄປໃນລະບົບການລົງຄະແນນສຽງ ເພື່ອປັບປ່ຽນບັນຊີລາຍຊື່ ຂອງຜູ້ໃຊ້
ສິດອອກສຽງ ຫຼືຊັກຈູງພວກມີສິດອອກສຽງ ກ່ອນໜ້າການເລືອກຕັ້ງກາງສະໄໝ ທີ່ຈະ
ມີຂຶ້ນນັ້ນ.

ພວກເຈົ້າໜ້າທີ່ບາງສ່ວນ ສະເໜີແນະວ່າ ການຊັກຊ້າລົງນັ້ນ ເປັນຜົນມາຈາກ ການກະ
ກຽມທີ່ດີຂຶ້ນກວ່າເກົ່າ ແລະ ເຄື່ອງໄມ້ເຄື່ອງມືທາງອິນເຕີແນັດ ທີ່ດີຂຶ້ນກວ່າເກົ່າ ທີ່ໄດ້
ອຳນວຍພວກບໍລິສັດສື່ສັງຄົມ ສາມາດສະກັດກັ້ນຄວາມພະຍາ ຍາມຂອງຣັດເຊຍ.
ແຕ່ພາຍໃນກຸ່ມອົງການສືບລັບຂອງປະເທດຕາເວັນຕົກ ແມ່ນຍັງມີຄວາມກັງວົນຢູ່ວ່າ
ຣັດເຊຍ ອາດຈະບໍ່ກາງຕໍ່ ພວກໂປຣແກັມ ທີ່ສົ່ງອີແມລໂດຍອັດຕະໂນມັດ ເພາະວ່າ
ພວກເຂົາເຈົ້າ ມີພວກຄົນໂຕຈິງ ຜູ້ທີ່ສາມາດເຮັດວຽກແທນໄດ້.

“ພວກເຮົາ ໝາຍເຖິງ ອົງການສືບລັບຂອງແອັສໂທເນຍ ໄດ້ກວດພົບເຄືອຂ່າຍ
ຂອງພວກນັກການເມືອງ ພວກນັກຂ່າວ ພວກນັກການທູດ ພວກນັກທຸລະກິດ
ຜູ້ທີ່ເປັນພວກສາຍສືບ ຂອງລັດເຊຍໂຕຈິງ ທີ່ທຳການຊັກຈູງ ແລະຜູ້ທີ່ຈະເຮັດ
ສິ່ງທີ່ພວກເຂົາເຈົ້າໄດ້ຖືກບອກໃຫ້ເຮັດ”
ນັ້ນແມ່ນຄຳເວົ້າຂອງທ່ານມິກຄ໌ ມາຣຣານ
ຜູ້ອຳນວຍການໃຫຍ່ ຂອງກົມສືບລັບຕ່າງປະເທດຂອງແອັສໂທເນຍ ທີ່ໄດ້ກ່າວ ໃນ
ວັນສຸກວານນີ້ ເຊິ່ງເປັນການຖະແຫລງ ກ່ຽວກັບຄວາມພະຍາຍາມ ຢູ່ໃນປະເທດ
ຕາເວັນຕົກ ຂອງມົສກູ.

ທ່ານ ມາຣຣານ ໄດ້ກ່າວຕໍ່ບັນດາແຂກ ທີ່ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງປະຈຳປີ
ຢູ່ທີ່ເມືອງແອສເພັນ ລັດໂຄໂລຣາໂດວ່າ “ພວກເຮົາເຫັນຢ່າງຈະແຈ້ງວ່າ ຈຳພວກຄົນ
ເຫຼົ່ານັ້ນ ແມ່ນພວມຊຸກຍູ້ແຜນການຂອງຣັດເຊຍ.”

ຄວາມເຫັນຂອງທ່ານ ມາຣຣານ ມີຂຶ້ນ ໃນລະຫວ່າງ ນຶ່ງສັບປະດາ ທີ່ໄດ້ເຫັນນຳກັນວ່າ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ສ້າງຄວາມສົງໄສ ກ່ຽວກັບ ການປະເມີນ
ຜົນຂອງປະຊາຄົມສືບລັບ ສະຫະລັດ ທີ່ວ່າ ຣັດເຊຍ ໄດ້ແຊກແຊງເຂົ້າໃນການເລືອກຕັ້ງ
ປະທານາທິບໍດີ ປີ 2016 ໃນຂະນະດຽວກັນ ທ່ານກໍຢືນຢູ່ຄຽງຂ້າງ ທ່ານ ວລາດີເມຍ
ປູຕິນ ທີ່ເປັນຄູ່ຕຳແໜ່ງ ຝ່າຍຣັດເຊຍ ຫຼັງຈາກທີ່ໄດ້ເຂົ້າປະຊຸມຮ່ວມກັນ ໃນນະຄອນຫຼວງ
ແຮລຊິງກີ.

ນັບຕັ້ງແຕ່ ໄດ້ເດີນທາງກັບຄືນປະເທດຈາກທະວີບຢູໂຣບ ທ່ານ ທຣຳ ກໍໄດ້ທົບທວນຄືນ
ຖະແຫລງການຂອງທ່ານໃນເບື້ອງຕົ້ນ ໂດຍການອ່ານຖະແຫລງການທີ່ໄດ້ຕຽມມາລ່ວງ
ໜ້າ ໃນລະຫວ່າງ ກອງປະຊຸມຄະນະລັດຖະບານ ໃນວັນອັງ ຄານຜ່ານມານີ້ ແລະ ໃນ
ການໃຫ້ສຳພາດ ຕໍ່ໂທລະພາບ CBS.

ອ່ານຂ່າວນີ້ຕື່ີມ ເປັນພາສາອັງກິດ

XS
SM
MD
LG